ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຄົມສະຕີ ລາວ-ອາເມຣິກັນ ສະຫລອງ ວັນແມ່ ປະຈຳປີ ທີ່ ນະຄອນຫລວງ ວໍຊິງຕັນ ດີ.ຊີ


ຄະນະວົງດົນຕີ ເຍົາວະຊົນ ລາວ-ອາເມຣິກັນ ນັກຮັອງ ແລະ ຟ້ອນພື້ນເມືອງລາວ ທີ່ເຂດ ນະຄອນຫລວງ ວໍຊິງຕັນ ດີ.ຊີ
ຄະນະວົງດົນຕີ ເຍົາວະຊົນ ລາວ-ອາເມຣິກັນ ນັກຮັອງ ແລະ ຟ້ອນພື້ນເມືອງລາວ ທີ່ເຂດ ນະຄອນຫລວງ ວໍຊິງຕັນ ດີ.ຊີ
ສະບາ​ຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ວັນ​ອາທິດ ທ້າຍສັບປະດາ
ຂອງຕົ້ນ​ເດືອນ​ພຶດສະພາແມ່ນ​ບຸນ​ສະຫລອງ​ວັນແມ່ ເພາະ
ສະ​ນັ້ນ ​ໃນ​ລະດູ​ການ​ດັ່ງກ່າວ​ນີ້ ຢູ່​ໃນ ສະຫະລັດອາ​ເມຣິກາ
ເຮົາ​ຈະ​ສັງ​ເກດ​ເຫັນ ບັນຍາກາດທີ່​ເຕັມໄດ້​ດ້ວຍພວງດອກ
ໄມ້ ​ເຕົ້າ​ດອກ​ໄມ້ ທີ່​ຖືກ​ຕົກ​ແຕ່ງ​ໄວ້​ຢ່າງ​ງົດ​ງາມ ​ເພື່ອ​ໃຫ້ບັນ
ດາ​ລູກ​ເຕົ້າພາກັນຊື້​ໄປ​ມອບໃຫ້ແມ່.

ນອກຈາກ​ນັ້ນ​ອີກ​ແລ້ວ ບັນດາ​ລູກ​ເຕົ້າ​ຕ່າງ​ກໍ​ພາ​ແມ່ ​ແລະພໍ່
​ອອກ​ໄປ​ຮັບ​ປະ​ທານ​ອາຫານ ຊື້​ຂອງຂວັນ​ໃຫ້​ ຫລື​ບໍ່​ດັ່ງ​ນັ້ນ​ກໍ​
ມອບ​ເງິນ​ໃຫ້​ ​ເພື່ອ​ສະ​ແດງໃຫ້​ເຫັນ​ເຖິງຄວາມ​ຮູ້ບຸນຄຸນ ກະ
ຕັນຍູຕໍ່ບັນດາແມ່ ຜູ້ບັງ​ເກີດ​ເກົ້າຂອງພວກ​ລູກໆ.

​ໃນ​ຕອນ​ແລງ​ວັນ​ເສົາ ທີ 10 ພຶດສະພາ ທີ່​ຜ່ານ​ມາ​ນີ້ ຢູ່​ທີ່​ສູ​ນກາງປະ​ຊາ​ຄົມ ​ເມືອງ
Herndon ພາກ​ເໜືອ​ຂອງ ​ລັດ​ເວີ​ຈີ​ເນຍ ສະມາຄົມ​ສະຕີ ລາວ-ອາ​ເມຣິກັນ ປະຈຳ​
ເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ ​ໄດ້​ຈັດ​ງານ​ສັງ​ສັນ​ວັນ​ແມ່​ນີ້​ຂື້ນ ​ໂດຍ​ການ​ເປັນ
​ປະ​ທານຂອງ ທ່ານ​ນາງ ​ແກ້ວມະນີ​ວັນ ສີ​ຫາ​ລາດ ຊຶ່ງມີບັນດາ​ສະມາຊິກ ປະຊາ​ຄົມ​
ລາວ-ອາ​ເມຣິກັນ ​ແລະ​ແຂກ​ຜູ້​ມີ​ກຽດ​ຕ່າງໆ​ເຂົ້າ​ຮ່ວມ​ກວ່າ 300 ຮ້ອຍ​ຄົນ. ການ​ຊຸມ
​ນຸມ​ເຕົ້າ​ໂຮມສະຫລອງ ວັນ​ແມ່​ຄັ້ງ​ນີ້​ໄດ້​ເນັ້ນ​ໜັກໃ​ສ່ ການສິດສອນ​ບັນດາ​ເຍົາວະ​ຊົນ
ລາວ-ອາ​ເມຣິກັນ ທີ່​ເກີດ​ໃຫຍ່່​ຢູ່​ໃນ ສະຫະລັດ ໃຫ້ຮູ້ຈັກ​ປາກ​ເວົ້າພາສາ​ລາວ ​ຮັກສາ​
ຮິດຄອງ ຂະ​ນົບທຳນຽ​ມ ​ປະ​ເພ​ນີລາວ ​ແລະ​ຮູ້​ບຸນຄຸນ​ຂອງ ​ບິດາ​ມານດາ.

ບັນ​ດາ​ເຍົາວະ​ຊົນ​ລາວ-ອາ​ເມຣິກັນ ພາກັນສະ​ແດງ​ການ​ຫລີ້ນ​ດົນຕີ ພື້ນ​ເມືອງ​ລາວ
ຟ້ອນ​ພື້ນ​ເມືອງ​ລາວ ​ແລະສະ​ແດງ​ເຖິງ​ຄວາມ​ສາມາດ​ການ​ປາກ​ເວົ້າ ພາສາ​ລາວ ​
ແລະ​ ກ່າວ​ກາບກອນ ​ໃຫ້​ບັນ​ດາ​ແມ່​ທັງ​ຫລາຍ ແລະ​ແຂກ​ທີ່​ເຂົ້າ​ຮ່ວມ​ໄດ້​ຟັງ.

​ນັກຮຽນ​ຜູ້​ທຳ​ອິດ​ໄດ້​ແກ່ ທ້າວ Noland Keokhamphanh Alexander ເປັນ​ເດັກ
ນ້ອຍ​ລາວ-ອາ​ເມຣິກັນ ທີ່​ມີ​ພອນ​ສະຫວັນ ໃນ​ການ​ປາກ​ເວົ້າ ​ແລະ​ເປັນ​ນັ​ກ ຮຽນ​ທີ່​ດີ​
ເດັ່ນ​ຢູ່​ໃນ​ໂຮງຮຽນ ທຸກໆ​ວັນ​ອາທິດ Noland ​ໄດ້​ມາ​ຮຽນ​ພາສາ​ລາວ​ບໍ່​ໄດ້​ຂາດ ​ແລະ​
ກໍ​ມີ​ຄວາມ​ມັກ​ຮັກ ທ້າວ Noland ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :
ທ້າວໂນລັນ ແກ້ວຄຳພັນ ອາເລັກຊານເດີ
ທ້າວໂນລັນ ແກ້ວຄຳພັນ ອາເລັກຊານເດີ




ລິງໂດຍກົງ









ເດັກ​ຊາຍ​ອີກ​ຄົນ​ນຶ່ງກໍ​ຄື ທ້າວ Ryan ພົມມະຈັນ ບັດ​ນີ້​ເຮົາ​ມາ​ລອງ​ຟັງ ການ​ເວົ້າ​ພາ
ສາ​ລາວ ​ເວົ້າ​ກາບກອນ​ລາວ​ ຂອງ Ryan ເບິ່ງ​ດຸ​ວ່າລາວ​ເວົ້າ​ໄດ້​ໜ້ອຍ​ຫລາຍ​ປານ​ໃດ.
ທ້າວ ຣາຍອັນ ພົມມະຈັນ
ທ້າວ ຣາຍອັນ ພົມມະຈັນ




please wait

No media source currently available

0:00 0:00:51 0:00
ລິງໂດຍກົງ










ນາງ ​ເມີ​ລີ​ນາ ​ແສງ​ຄີຍາ​ວົງ ​ເປັນ​ເດັກນ້ອຍ​ຍິງ​ທີ່​ໜ້າ​ຮັກຄົນ​ນຶ່ງ ພໍ່ ​ແລະ​ແມ່ ​ໄດ້​ພາກັນ​ເອົາ​ໃຈ​ໃສ່​ ພາມາຮຳ່ຮຽນ​ເປັນ​ປະຈຳ ນອກຈາກ​ນັ້ນ​ອີກ​ແລ້ວ ​ເມີ​ລີ​ນາ​ໂຊກ​ດີ ທີ່​ມີ​ແມ່ຕູ້​ຢູ່​ນຳ ​ແລະ​ເປັນ​ຜູ້​ພາ​ເວົ້າ​ພາ​ລົມ​ພາສາ​ລາວ ບັດ​ນີ້​ຂໍ​ເຊີນ​ທ່ານ​ຟັງ ​ເມີ​ລີ​ນາ ​ເບິ່ງ​ດຸ​ວ່າ ລາວ​ເວົ້າ​ໄດ້​ດີ​ສຳ່ໃດ.
ນາງເມີລີນາ ແສງກິຍາວົງ
ນາງເມີລີນາ ແສງກິຍາວົງ




please wait

No media source currently available

0:00 0:00:51 0:00
ລິງໂດຍກົງ










ທ້າວ​ Nathan ນວນ​ທອງ ​ເປັນ​ເດັກ​ຊາຍ ທີ່​ຂະຫຍັນ​ຂັນ​ແຂງ ​ແລະ​ມັກ​ມາ​ໂຮງຮຽນ​ພາສາ​ລາວ​ບໍ່​ໄດ້​ຂາດ​ທຸກ​ວັນ​ອາທິດ ບັດ​ນີ້​ຂໍ​ເຊີນ​ທ່ານ​ຟັງ​ການ​ສຳພາດ ທ້າວ​ Nathan
Nouanthong
ທ້າວເນຕັນ ນົງຕົງ
ທ້າວເນຕັນ ນົງຕົງ




please wait

No media source currently available

0:00 0:00:56 0:00
ລິງໂດຍກົງ










ເດັກ​ຍິງ​ທີ່ໜ້າ​ຮັກ​ຄົນ​ສຸດ​ທ້າຍ ​ໄດ້​ແກ່​ນາງ ຊິດ​ນີ ພົມມະຈັນ ນາງ​ສາມາດ​ປາກ​ເວົ້າ​ພາສາ​ລາວ​ໄດ້​ດີ ​ແລະ​ບາງ​ຄັ້ງ​ມີ​ສຳນຽງ ສະຫວັນ​ນະ​ເຂດ ​ເພາະວ່າ​ມີ​ແມ່​ຕູ້ ​ເປັນ​ຄົນ ສະຫວັນ​ນະ​ເຂດ ຢູ່​ເບິ່ງ​ແຍງນຳ ບັດ​ນີ້​ລອງ​ມາ​ຟັງ​ການ​ສຳພາດ ນາງ​ຊິດ​ນີ ​ເບິ່ງ​ດຸ​ວ່າ​ລາວ​ຊິ​ເວົ້າ​ຫຍັ​ງແດ່.
ນາງຊິດນີ ພູປາດຖະໜາ ພົມມະຈັນ
ນາງຊິດນີ ພູປາດຖະໜາ ພົມມະຈັນ




please wait

No media source currently available

0:00 0:00:55 0:00
ລິງໂດຍກົງ









ພິທີ່​ສະ​ຫລອງ​ບຸນວັນ​ແມ່ ​ໄດ້​ສີ້​ນສຸດ​ລົງ​ດ້ວຍ​ຄວາມມ່ວນຊື່ນລື່ນ​ເລິງ ​ທີ່​ໄດ້​ເຫັນ​ບັນດາ
​ເຍົາວະ​ຊົນ​ລາວ-ອາ​ເມຣິກັນ ຜູ້​ເກີດ​ໃໝ່​ໃຫຍ່​ລຸນ ພາກັນ​ຕັ້ງ​ອົກ​ຕັ້ງ​ໃຈ​ຮຳຮຽນ ພາສາ​
ລາວ ​ໂດຍ​ການ​ເອົາ​ໃຈ​ໃສ່​ຢ່າງ​ໄກ້​ຊິດ​ຈາກ​ພໍ່​ແມ່ ຜູ້​ປົຄອງ. ​ແລະ​ນອກ​ນັ້ນ ຄະນະ​ວົງ​
ດົນຕີ​ຈັກ​ຈັ່ນ ຫລື Les Cigales ກໍ​ໄດ້​ມາ​ເສບ​ກ່ອມອາລົມ ຕະຫລອດ​ຄືນ.

ແຕ່​ກ່ອນ​ຈະຈາກ​ໄປ ​ໃນ​ຄຳຄືນ​ວັນ​ນີ້ ຂ້າພະ​ເຈົ້າ ຂໍ​ຝາກ​ກາບກອນ ​ທີ່​ຂຽນ​ໂດຍ ທ່ານ​
ບຸນ​ຜົງ ພົມ​ທະ​ວົງສ໌ ​ເພື່ອ​ເປັນ​ກຽດວັນ​ແມ່ ​ແລະ​ຂໍ​ມອບ​ໃຫ້​ບັນດາ​ຜູ້​ເປັນ​ແມ່​ທັງຫລາຍ​.

ຄວາມ​ຮັກ​ຂອງ​ແມ່

​ ແມ່​ນີ້ ຮັກ​ລູກ​ເຕົ້າ ທຽບ​ເທົ່າ​ດວງ​ຊີວາ
ຮັກ​ບຸດ​ຕີ​ ບຸດຕາ ​ ແມ່ນ​ຊີວາ​ກໍ​ຍອ​ມ​ໃຫ້
ຕັ້ງ​ແຕ່ ຖືພາ​ທ້ອງ ​ ເກົ້າ​ເດືອນ​ຈົນ​ວັນ​ເກີດ
​ ແມ່​ເຊີດ​ຊູ ຫໍ່​ຕູ້​ມ ບຸດຕາ​ແກ້ວ​ເກິ່ງ​ໃຈ

ນັບ​ແຕ່ ວັນ​ແມ່​ຮູ້ ວ່າ​ມີ​ລູກ​ໃນ​ຄັນ
ແມ່​ກໍ​ພລັນ ດີ​ໃຈ ທີ່​ຈະ​ມີ​ຄົນ​ນ້ອຍ
​ ແມ່​ພອຍ ວານ​ວອນ​ໄຫວ້ ​ ໂພຍ​ໄພ​ຢ່າ​ມາ​ບຽດ ລູກ​ເດີ
​ໃຫ້​ລູກ ​ແຂງ​ເກັ່ງ​ກ້າ ​ ເກີດ​ມາ​ທ້ອນ ​ໃຫ້​ແມ່​ແພງ.

ຝາ​ຕີນ​ແດງ ​ແມ່​ອູ້​ມ ອົບ​ອຸ່ນ​ທັງ​ກາຍ​ໃຈ
ໃຫ້​ນົມ ພຽນ​ອາຫານ ຈຶ່ງ​ໃຫຍ່ມາ​ເປັນ​ເຈົ້າ
ຍາມ​ນອນ ​ແມ່​ຍອມ​ເຝົ້າ ​ ເກົາ​ຫົວ​ລູບ​ຂະ​ໝ່ອມ
ຍາມ​ເມື່ອ​ ໂຕໝົ່ນ​ເປື້ອນ ​ ແມ່​ສົງ​ລ້າງແຕ່ງ​ກາຍ

​ໄວເຍົາ ​ແມ່​ສົ່ງ​ນ້ອຍ ຮັບ​ສົ່ງ​ໄປ​ໂຮງຮຽນ ຈິງ​ແລ້ວ
ແມ່​ພຽນ ​ສອນວາຈາ ​ ເລືອພາສາ​ຄຳ​ເວົ້າ
ຍາມ​ລົມລູງ ລົມ​ປ້າ ຂານ​ຄຳ​ນຳ​ຜູ້​ໃຫຍ່
ຮູ້​ຈັກ​ຈາ ອ່ອນ​ນ້ອມ ຕາມ​ຄອງ​ເຄົ້າ​ເຫລົ່າ​ກໍ ​ແມ່​ເອີຍ

ແມ່ພ່ຳ​ເຕືອນ ລູກນ້ອຍ ຈິດ​ຈົດ​ຈໍ່ການ​ຮຽນ
ຮຽນ​ເກັ່ງ ​ເກີນ​ວິຊາ ​ ເພີ່​ມພະ​ຫຍາ​ຄວາມ​ຮູ້
ສອນ​ ມີ​ໃຈ​ແພງ​ເຊື້ອ ພົງພັນ​ທີ່​ເກີດ​ຮ່ວມ
ຊ່ວຍ​ເຫ​ລື​ອ ຍາມ​ຍາກ​ຮ້າຍ ​ ແນວ​ນັ້ນ​ຊິ​ຈຶ່ງ​ຄວນ ລູກ​ເນີ

ແມ່​ຫວັງ ​ໃຫ້​ລູກ​ແກ້ວ ​ ແຜ່​ວ​ເພິ່ງ​ໃນ​ຄອງ​ທັມ
ໃຫ້​ບຳເ​ພັນ ຄວາມ​ດີ ຈົ່ງ​ມັງ​ມີ​ເງິນ​ລ້ານ
​ ແມ່​ບໍ່ ຫວັງ​ຫຍັງ​ແທ້ ​ ແທນ​ພະ​ຄຸນ​ການ​ເກີດ ​ແມ່​ແລ້ວ
ຂໍ​ແຕ່​ລູກ ​ແກ່ນ​ແກ້ວ ຈະ​ເລີ​ນ​ແລ້ວ ​ແມ່​ອິ່ມ​ໃຈ ​ແທ້ນາ

ກາບກອນແຕ່ງໂດຍ ທ່ານບຸນຜົງ ກ. ພົມທະວົງສ໌
XS
SM
MD
LG