ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແມ່ຍິງ ລາວ ທີ່ອາໄສຢູ່ລັດ ຄາລິຟໍເນຍ ຈະບໍ່ສົ່ງລູກກັບໄປໂຮງຮຽນ ຈົນກວ່າມັນຈະປອດໄພຈາກ ໄວຣັສໂຄໂຣນາ


ຜູ້ເບິ່ງແຍກໂຮງຮຽນ ໃສ່ໜ້າກາກ ແລະ ສິ່ງປ້ອງກັນໜ້າ ໃນຂະນະທີ່ທຳຄວາມສະອາດໂຕະຢູ່ໂຮງອາຫານຂອງໂຮງຮຽນປະຖົມ ສະເຕເຟັນສ໌, ລັດ ເທັກຊັສ. 22 ກໍລະກົດ 2020.
ຜູ້ເບິ່ງແຍກໂຮງຮຽນ ໃສ່ໜ້າກາກ ແລະ ສິ່ງປ້ອງກັນໜ້າ ໃນຂະນະທີ່ທຳຄວາມສະອາດໂຕະຢູ່ໂຮງອາຫານຂອງໂຮງຮຽນປະຖົມ ສະເຕເຟັນສ໌, ລັດ ເທັກຊັສ. 22 ກໍລະກົດ 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຢືນຢັດເມື່ອບໍ່ດົນມານີ້ວ່າ ໂຮງຮຽນຕ້ອງເປີດຄືນໃນລະດູໃບໄມ້ຫຼົ່ນນີ້.

ໃນຂະນະທີ່ລັດຖະບານທ່ານ ທຣຳ ໄດ້ທຳການຜັກດັນໃຫ້ເປີດໂຮງຮຽນໃນທົ່ວ ສະຫະລັດ ຄືນນັ້ນ, ໂຮງຮຽນທັງຫຼາຍໃນເມືອງ ແລະ ລັດຕ່າງໆແມ່ນໄດ້ປະຕິເສດທີ່ຈະເປີດຄືນ ແລະ ບັນດານາຍ ຄູ ແລະ ພໍ່ແມ່ຜູ້ປົກຄອງຂອງນັກຮຽນຈຳນວນຫຼາຍແມ່ນບໍ່ເຫັນພ້ອມ ແລະ ບໍ່ຢາກສົ່ງລູກຂອງເຂົາ ເຈົ້າໄປໂຮງຮຽນ ຈົນ ກວ່າສະຖານະການຂອງໄວຣັສໂຄໂຣນາຈະດີຂຶ້ນ.

ນຶ່ງໃນຜູ້ທີ່ບໍ່ເຫັນພ້ອມກັບການເປີດໂຮງຮຽນຄືນກໍມີ ທ່ານນາງ ໜອມ ທອງພະຈັນ ຄົນລາວທີ່ອາ ໄສຢູ່ເມືອງ ແຊນດີເອໂກ, ລັດ ຄາລິຟໍເນຍ, ເຊິ່ງລັດດັ່ງກ່າວກໍເປັນລັດທີ່ກຳລັງມີການລະບາດຂອງ ໂຄວິດ-19 ຢ່າງຮຸນແຮງໃນເວລານີ້. ລາວໄດ້ກ່າວຕໍ່ພວກເຮົາເປັນພາສາ ອັງກິດ ວ່າ

“ຂ້າພະເຈົ້າໂດຍສ່ວນຕົວແລ້ວຮູ້ສຶກວ່າມັນບໍ່ປອດໄພທີ່ຈະສົ່ງລູກທີ່ຍັງ ເປັນໄວລຸ້ນຂອງຂ້າພະ ເຈົ້າ ກັບໄປໂຮງຮຽນມັດທະຍົມໃນເວລານີ້. ການກັບໄປ ໂຮງຮຽນນັ້ນແມ່ນສຳຄັນສຳລັບການພັດ ທະນາທີ່ດີ ແລະ ຄວາມເປັນຢູ່ທີ່ດີຂອງ ນັກຮຽນ. ແຕ່ຂ້າພະເຈົ້າຄິດວ່າ ໂຮງຮຽນຕ້ອງມີແຜນການ ທີ່ດີກວ່າເກົ່າ ແລະ ແນວທາງສຳລັບຄວາມສະອາດຢ່າງມີປະສິດທິຜົນ ແລະ ກຳນົດ ການຢູ່ຫ່າງກັນ ໃນສັງຄົມ. ເຖິງແມ່ນວ່າລູກຂອງຂ້າພະເຈົ້າຈະຖືກສອນ, ປະຕິບັດການຢູ່ຫ່າງ ກັນໃນສັງຄົມ, ທຳຄວາມສະອາດມືເພື່ອຮັກສາສຸຂະພາບ ແລະ ປ້ອງກັນການ ລະບາດບໍ່ໃຫ້ແຜ່ລາດຢູ່ບ້ານກໍ ຕາມ, ແຕ່ວ່າທັງສອງຄົນນັ້ນ ຍັງມີໂອກາດທີ່ຈະ ຕົກໃນຄວາມສ່ຽງຢູ່. ຂ້າພະເຈົ້າບໍ່ຢາກສູນເສຍເຂົາເຈົ້າໄປ.”

ທ່ານນາງ ໜອມ ກ່າວຕື່ມວ່າ ຖ້າໂຮງຮຽນເປີດແທ້, ລາວຈະບໍ່ສົ່ງລູກກັບໄປໂຮງຮຽນຈົນກວ່າມັນຈະຮູ້ສຶກປອດໄພ.

ບັນດາຜູ້ນຳຂອງໂຮງຮຽນຕ່າງໆແມ່ນໄດ້ຖືກຊີ້ນຳໃຫ້ແຈ້ງພໍ່ແມ່ຜູ້ປົກຄອງຮູ້ໃນ ເດືອນສິງຫາວ່າ ມື້ໃດລູກຂອງເຂົາເຈົ້າຈະເຂົ້າໂຮງຮຽນ.

ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກກ່າວວ່າ ການເປີດໂຮງຮຽນຄືນມີຄວາມ ສ່ຽງຫຼາຍຄືກັບການເປີດທຸລະກິດ. ແລະ ຫຼາຍຊຸມຊົນທີ່ໄດ້ດຳເນີນການໄວໂພດ ຫຼື ບໍ່ມີການປົກປ້ອງທີ່ພຽງພໍ ແມ່ນໄດ້ປະເຊີນກັບການລະບາດຂອງກໍລະນີໄວ ຣັສໂຄໂຣນາຂຶ້ນມາອີກ.

XS
SM
MD
LG