ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮູ້ສຶກຖືກຈໍາແນກຜິວພັນຂອງ ຄອບຄົວ ຍ.ນ. ສະໝອນ ໃນຕອນຍ້າຍໄປ ຢູ່ໃນຄຸ້ມຄົນຜິວຂາວໃນລັດ ແຄນຊັສໃໝ່ໆ


Trump Cities -- USAGM
please wait
Embed

No media source currently available

0:00 0:02:21 0:00

ການປະທ້ວງຕໍ່ການຂະຫຍາຍໂຄງການສົ່ງເຈົ້າໜ້າທີ່ປະຕິບັດກົດໝາຍຂອງ ລັດຖະບານກາງໄປຍັງນະຄອນ Chicago ແລະຕົວເມືອງອື່ນອີກ ທີ່ມີເຈົ້າເມືອງສັງກັດພັກເດໂມແຄຣັດ ເພື່ອຮັບມືກັບສິ່ງທີ່ທ່ານເອີ້ນ ວ່າການກໍ່ອາດຊະຍາກໍາ “ທີ່ຄວບຄຸມຫຍັງບໍ່ໄດ້tໄດ້ຕໍ່ໄປອີກແລ້ວ” ແລະແບບບໍ່ມີກົດໝາຍ.

ໂດຍເປັນພາກສ່ວນນຶ່ງຂອງການຕໍ່ສູ້ເພື່ອຮຽກຮ້ອງຄວາມສະເໝີພາບທາງດ້ານ ຜິວພັນ ແລະຍຸຕິການກະທໍາຮຸນແຮງຂອງຕໍາຫລວດຢູ່ຫລາຍຕົວເມືອງໃຫຍ່ ຂອງສະຫະລັດ ທີ່ມີການສົ່ງ ຫລືມີແຜນທີ່ຈະສົ່ງເຈົ້າໜ້າທີ່ປະຕິບັດກົດໝາຍ ຂອງ ລັດຖະບານກາງໄປປາບການຈາລະຈົນຢູ່ນັ້ນ ກໍມີການເດີນຂະບວນ ປະທ້ວງ ຂອງປະຊາຊົນຈໍານວນນຶ່ງ ພ້ອມທັງເຈົ້າເມືອງໃນບາງທ້ອງຖິ່ນກໍ ເຂົ້າຮ່ວມນໍາດ້ວຍ. ຕໍ່ບັນຫາດັ່ງກ່າວ ທາງວີໂອເອລາວ ກໍໄດ້ສໍາພາດຍານາງ ສະໝອນ, ແມ່ຍິງລາວອາເມຣິກັນຄົນນຶ່ງພ້ອມກັບສາມີ ຜູ້ທີ່ມີບົດບາດແລະຖານະດີໃນສັງຄົມ ເພາະນອກຈາກເຮັດການແບບຖາວອນແລ້ວ ທັງສາມີແລະພັນລະຍາ ກໍຍັງເປັນນັກພັດທະນາທີ່ດິນປຸກບ້ານປຸກເຮືອນຂາຍ ແລະທັງຍັງມີອາຊີບຢ່າງອື່ນອີກດ້ວຍ ຈຶ່ງມີຄວາມສາມາດໄປປຸກເຮືອນຢູ່ໃນຈອນສັນຄາວຕີ, ເມືອງແຄນຊັສທີ່ຢູ່ໃກ້ຄຽງກັບບ່ອນມີການປະທ້ວງນັ້ນ. ເມື່ອທຽບໃສ່ກັນລະຫວ່າງຊາວອາເມຣິກັນຜິວດໍາຊຶ່ງເປັນກຸ່ມຄົນຕົ້ນຕໍ ທີ່ເຫັນວ່າຕົນໄດ້ຖືກ ແບ່ງແຍກຜິວພັນນັ້ນ ກັບຄົນຜິວຂາວທີ່ເປັນກຸ່ມຄົນສ່ວນໃຫຍ່ໃນສະຫະລັດ ແລະໃນຄຸ້ມທີ່ຍານາງອາໄສຢູ່ນັ້ນແລ້ວ ຍານາງສະໝອນ ກໍໃຫ້ຄໍາເຫັນວ່າ:

ຍານາງ ບອກອີກວ່າເມື່ອເຫັນຄົນເຊື້ອສາຍລາວ ຫລື ເຊື້ອສາຍເອເຊຍກຸ່ມອື່ນໆ ໄປອາໄສຢູ່ໃນຄຸ້ມທີ່ມີຊາວອາເມຣິກັນຜິວຂາວ ເປັນກຸ່ມຄົນສ່ວນໃຫຍ່ນັ້ນ ບາງຄົນກໍ ຄິດວ່າຄົນລາວ ຫລືຄົນເຊື້ອສາຍເອເຊຍ ໂດຍລວມແລ້ວ ຄົງຈະບໍ່ມີຖານະທຶນຮອນສູງພໍທີ່ຈະໄປຊື້ເຮືອນຢູ່ໃນເຂດຄຸ້ມທີ່ເຂົາເຈົ້າອາໄສຢູ່ນັ້ນໄດ້ ແລະຖ້າມີເງິນພໍ ກໍອາດຄິດວ່າ ມີແຫລ່ງລາຍຮັບແບບບໍ່ຖືກຕ້ອງຢ່າງໃດຢ່າງນຶ່ງ ຊຶ່ງຍານາງຍົກຕົວ ຢ່າງເຫດການຕອນທີ່ຍານາງໄປປຸກເຮືອນຫຼັງໃໝ່ ຢູ່ໃນຄຸ້ມທີ່ ຍານາງອາໄສຢູ່ໃນປັດຈຸບັນນີ້ ເມື່ອ 20 ປີກ່ອນນັ້ນສູ່ຟັງວ່າ:

ການປະທ້ວງເພື່ອຮຽກຮ້ອງໃຫ້ຍຸຕິການກະທໍາຮຸນແຮງຂອງຕໍາຫລວດ ຍັງດໍາ ເນີນໄປຢູ່ເລື້ອຍມາຢູ່ໃນບາງເຂດຂອງສະຫະລັດຢູ່ ຫລັງຈາກການເສຍຊີວິດ ຂອງທ້າວ ຈອດຈ໌ ຟລອຍດ໌, ຊາຍຜິວດໍາຢູ່ໃນເມືອງມິນເນອາໂປລິສ, ລັດມີເນ ໂຊຕາ ໃນທ້າຍເດືອນພຶດສະພາເປັນຕົ້ນມາ. ດັ່ງທີ່ວີໂອເອພະແນກລາວໄດ້ນຳສະເໜີໄປໃນອາທິດແລ້ວນີ້ ເມື່ອໄລຍະກາງເດືອນນີ້ ກໍມີການປະທ້ວງສືບຕໍ່ມາ ເພື່ອຄັດຄ້ານການທີ່ທາງລັດຖະບານກາງໄດ້ສົ່ງເຈົ້າໜ້າທີ່ປະຕິບັດ ກົດໝາຍ ຂອງຕົນໄປຍັງເມືອງ ແຄນຊັສ ຫລື ແຄນຊັສຊີຕີທີ່ເປັນເຂດຂຶ້ນກັບລັດມິສຊູຣີ ຊຶ່ງພາໃຫ້ມີການຈັບກຸມພວກປະທ້ວງ 200 ຄົນ ທີ່ກະທໍາຢ່າງຮຸນແຮງເພື່ອ ຕໍ່ຕ້ານການປະຕິບັດເຊັ່ນນັ້ນ. ພ້ອມກັນນັ້ນ ລັດຖະບານ ກໍຍັງຈະສົ່ງ ເຈົ້າ ໜ້າທີ່ລັດຖະບານກາງ ໃນຈໍານວນປະມານ 200 ຄົນ ໄປຍັງ ຊິຄາໂກ ຊຶ່ງເປັນ ຕົວເມືອງໃຫຍ່ທີ່ສຸດ ໃນເຂດຕາເວັນຕົກຕອນກາງ ຂອງສະຫະລັດ ແລະ ຕົວເມືອງໃຫຍ່ອື່ນອີກໃນຈໍານວນເທົ່າກັນນີ້.

XS
SM
MD
LG