ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ແມ່​ຍິງ​ລາວ ຮ່ວມ​ສະ​ແດງ​ຄວາມ​ດີ​ໃຈ ສຳ​ລັບ​ໄຊ​ຊະ​ນະ ໃນ​ການ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ ​ການ​ຫ້າມ​ແທ້ງ​ລູກ​ໃນ​ລັດ ແຄ​ນ​ຊັ​ສ


ຜູ້​ສະ​ໜັບ​ສະ​ໜູນ​ສິດ​ທິ​ໃນ​ການ​ເຮັດ​ແທ້ງ​ລູກ ສະ​ແດງ​ຄວາມ​ດີ​ໃຈ ໃນ​ຂະ​ນະ​ທີ່​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ລົງ​ຄະ​ແນນ​ສຽງ​ໄດ້​ຊະ​ນະ​ການ​ຄັດ​ຄ້ານ​ການ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ ສຳ​ລັບ​ການ​ຫ້າມ​ເຮັດ​ແທ້ງ​ລູກ, ເມືອງ ໂອ​ເວີ​ແລນ ພາກ, ລັດ ແຄນ​ຊັ​ສ.
ຜູ້​ສະ​ໜັບ​ສະ​ໜູນ​ສິດ​ທິ​ໃນ​ການ​ເຮັດ​ແທ້ງ​ລູກ ສະ​ແດງ​ຄວາມ​ດີ​ໃຈ ໃນ​ຂະ​ນະ​ທີ່​ການ​ຢັ່ງ​ຫາງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ລົງ​ຄະ​ແນນ​ສຽງ​ໄດ້​ຊະ​ນະ​ການ​ຄັດ​ຄ້ານ​ການ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ ສຳ​ລັບ​ການ​ຫ້າມ​ເຮັດ​ແທ້ງ​ລູກ, ເມືອງ ໂອ​ເວີ​ແລນ ພາກ, ລັດ ແຄນ​ຊັ​ສ.

ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ເພື່ອ​ຮັກ​ສ​າ​ສິດ​ທິ​ໃນເຂົ້າ​ຫາ​ການ​ເຮັດ​ແທ້ງລູກ​ຂອງ​ແມ່​ຍິງ​ໃນ​ລັດ ແຄນ​ຊັ​ສ, ເຊິ່ງ​ເຂົາ​ເຈົ້າ​ໄດ້​ຄັດ​ຄ້ານ​ຂໍ້​ສະ​ເໜີ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນທີ່​ຫ້າມບໍ່​ໃຫ້ເຮັດ​ແທ້ງ​ລູກ.

ການ​ຄາດ​ການ​ນັບ​ຄະ​ແນນ​ສຽງ​ຂອງ​ອົງ​ການຂ່າວ AP ໄດ້​ຊີ້​ໃຫ້​ເຫັນ​ວ່າຜູ້​ປ່ອນ​ບັດ​ໄດ້​ເລືອກ​ເອົາ ບໍ່ ຫຼື ຄັດ​ຄ້ານ​ຕໍ່​ຂໍ້​ສະ​ເໜີ​ນັ້ນ 58.8 ເປີ​ເຊັນ ແລະ ສະ​ໜັບ​ສະ​ໜູນ​ແມ່ນ 41.2 ເປີ​ເຊັນ.

ແມ່​ຍິງ​ລາວ​ຜູ້​ທີ່​ມີ​ຄວາມ​ດີ​ໃຈ​ກັບຜົນ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພາ​ສາ​ລາວ​ວ່າ “ຂະ​ນ້ອຍຢາກ​ເວົ້າ​ວ່າ​ແມ່​ຍິງ​ທຸກ​ຄົນ​ມີ​ສິດ​ທີ່​ຈະ​ເຮັດ​ແທ້ງ​ລູກ. ມັນ​ເປັນ​ສິດ​ພື້ນ​ຖານ​ຂອງ​ພວກ​ເຮົາ​ທີ່​ຈະ​ຕັດ​ສິນ​ວ່າ ​ເຮົາ​ຄວນ​ປະ​ຕິ​ບັດ​ກັບ​ຮ່າງ​ກາຍ​ຂອງ​ພວກ​ເຮົາ​ແນວ​ໃດ. ການ​ຫ້າມບໍ່​ໃຫ້​ແທ້ງ​ລູກຈະ​ເຮັດ​ໃຫ້​ຊີ​ວິດ​ແມ່​ຍິງ​ເປັນ​ອັນ​ຕະ​ລາຍ ຖ້າ​ເກີດ​ສະ​ຖາ​ນະ​ການທີ່​ເປັນ​ໄພ​ຂົ່​ມ​ຂູ່​ຕໍ່​ຊີ​ວິດ​ໃນ​ຂະ​ນະ​ຖື​ພາ. ຂະ​ນ້ອຍພູມ​ໃຈຫຼາຍ ແລະ ດີ​ໃຈຫຼາຍ​ທີ່​ຄົນ​ຈຳ​ນວນຫຼາຍອອກ​ມາ​ປ່ອນ​ບັດ​ຄັດ​ຄ້ານ.”

ສານ​ສູງ​ສຸດ ສະ​ຫະ​ລັດ ເຊິ່ງ​ປະ​ກອບ​ມີ​ຜູ້​ພິ​ພາກ​ສາ​ຫົວ​ອະ​ນຸ​ລັກ​ນິ​ຍົມ ຫຼາຍກວ່າ​ໝູ່​ໃນ​ສານນັ້ນ ໄດ້​ຕ່າວ​ປີ້ນ​ຄະ​ດີ ໂຣ ຄັດ​ກັບເວດ, ທີ່ມອບ​ສິດ​ໃນ​ການ​ເຮັດ​ແທ້ງ​ລູກ, ເມື່ອ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ. ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ອອ​ກ​ມາ​ຄັດ​ຄ້ານ​ການ​ຕັດ​ສິນ​ດັ່ງ​ກ່າວ.

​ການ​ແທ້ງ​ລູກ​ປັດ​ຈຸ​ບັນ​ນີ້​ແມ່ນ​ຜິດ​ກົດ​ໝາຍ​ໃນ​ຢ່າງ​ໜ້ອຍ 10 ລັດ ແລະ 15 ລັດແມ່ນ​ຖືກ​ກົດ​ໝາຍ ແລະ ໄດ້​ຮັບ​ການ​ປົກ​ປ້ອງ.

XS
SM
MD
LG