ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ຈະ​ພາ​ກັນ​ໄປເລືອກ​ເອົາ​ ຜູ້​ສະ​ໝັກ​ເປັນ​ປະ​ທານ​າ​ທິ​ບໍ​ດີ ​ຈາກ​ພັກ​ເດ​ໂມ​ແຄ​ຣັດ


ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ບ່ອນ​ທີ່​ທ່ານ​ໄບ​ເດັນ ໄດ້​ຮັບ​ໄຊ​ຊະ​ນະ ຄັ້ງ​ທຳ​ອິດ
ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ບ່ອນ​ທີ່​ທ່ານ​ໄບ​ເດັນ ໄດ້​ຮັບ​ໄຊ​ຊະ​ນະ ຄັ້ງ​ທຳ​ອິດ

ກ່ອນ​ໜ້າ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້​ນ​ທີ່​ເອີ້ນ​ວ່າ Super Tuesday ຫຼື​ວັນ​ອັງ​ຄານ​ພິ​ເສດ ຊຶ່ງ 14 ລັດ ໃນ​ທົ່ວ​ສະ​ຫະ​ລັດ ຈະ​ຈັດ​ການ​ເລືອກ​ຕັ້ງ​ເພື່ອ​ເລືອກ​ເອົາ​ຜູ້​ສະ​ໝັກ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ວັນ​ອັງ​ຄານ​ມື້ນີ້ ໂດຍ​ຈະ​ມີ​ຄະ​ແນນ​ສຽງ​ຜູ້​ແທນ​ຂອງ​ແຕ່​ລະ​ລັດ ລວມ​ທັງ​ໝົດ 1,357 ຄະ​ແນນ ຄິດ​ສະ​ເລ່ຍ​ເປັນ 34 ເປີ​ເຊັນ​ຂອງ​ຈຳ​ນວນຜູ້​ແທນ​ທັງ​ໝົດ 3,979 ຄະ​ແນນ ທີ່​ບັນ​ດາ​ຜູ້​ສະ​ໝັກ​ແຂ່​ງ​ຂັນ ສາ​ມາດ​ໄດ້​ຮັບ ແຕ່​ຜູ້​ສະ​ໝັກ​ຕ້ອງ​ການ 1,991 ຄະ​ແນນ​ສຽງ​ຂອງ​ຜູ້​ແທນ ເພື່ອ​ຈະ​ຜັກ​ດັນ​ໄປ​ສູ່​ການ​ແຕ່​ຕັ້ງ​ໃຫ້​ເປັນ​ຜູ້​ຕາງ​ໜ້າ​ຂອງ​ພັກ ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ເດືອນ​ພະ​ຈິກນີ້.

ເມື່ອສອງ​ສັບ​ປະ​ດາ​ຜ່ານ​ມານີ້ ຜົນ​ການ​ເລືອກ​ຕັ້ງ​ຂັ້ນຕົ້ນ​ໃນ 4 ລັດ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ເບີ​ນີ ແຊນ​ເດີ​ສ໌ ແລະ​ທ່ານ​ໂຈ ໄບ​ເດັນ ໄດ້​ຮັບ​ຄະ​ແນນ​ສຽງ​ຈາກຜູ້​ແທນ ​ສູ​ສີ​ກັນ ແຕ່ຫຼາຍກວ່າ​ຜູ້​ສະ​ໝັກ​ຄົນ​ອື່ນໆ ໂດຍ​ທ່ານ​ແຊນ​ເດີ​ສ໌ ໄດ້​ຮັບ 58 ສຽງ​ແລະ​ທ່ານ​ໄບ​ເດັນ ໄດ້​ຮັບ 50 ສຽງ​ຈາກ​ຜູ້​ແທນ ດັ່ງ​ນັ້ນ ການ​ເລືອກ​ຕັ້ງ​ຂັນ​ຕົ້ນ​ໃນ​ວັນ Super Tuesday ນີ້ ມີ​ຄວາມ​ສຳ​ຄັນ​ຢ່າງ​ຍິ່ງ ສຳ​ລັບ​ພວກ​ຈະ​ໄປ​ປ່ອນ​ບັດ ເລືອກ​ເອົາ​ຜູ້​ສະ​ໝັກ​ທີ່​ຕົນ​ມັກ.

ວີ​ໂອ​ເອ​ລາວ ໄດ້​ສຳ​ພາດ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຊື້ອ​ສາຍ​ລາວ ທ່ານ​ແອັ່ງ​ຄຳ ອັນ​ທິ​ລາດ ພົນ​ລະ​ເມືອງ​ຄາ​ນາ​ໂປ​ລິ​ສ ໃນ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ ວ່າ ທ່ານ​ຈະ​ເລືອກ​ເອົາ​ຜູ້​ສະ​ໝັກ​ຄົນ​ໃດ ແລະ​ຍ້ອນ​ເຫດ​ຜົນ​ອັນ​ໃດ ທ່ານ​ຈຶ່ງ​ເລືອກ​ເອົາ​ທ່ານນີ້ ຊຶ່ງ​ທ່ານ​ແອັ່ງ​ຄຳ ໄດ້​ຕອບ​ວ​່າ:

ລິງໂດຍກົງ


ຄົນ​ລາວ​ອີກ​ທ່ານ​ນຶ່ງ ທີ່​ອາ​ໄສ​ຢູ່​ໃນ​ລັດ​ຄາ​ລີ​ຟໍ​ເນຍ ຄື ທ່ານ​ບຸນຫຼາຍ ໄກ​ອາ​ພອນ ຫຼື ບີ​ລ​ລີ ເປັນ​ອະ​ດີດ​ທະ​ຫານກອງ​ທັບ​ເຮືອ​ສະ​ຫະ​ລັດ ອອກ​ກິນ​ເບ້ຍ​ບຳ​ນານ​ແລ້ວ ທີ່​ວີ​ໂອ​ເອ​ລາວ ໄດ້​ຖາມ​ຄຳ​ຖາມ​ດຽວ​ກັນ​ນັ້ນ ຊຶ່ງ​ທ່ານ​ບີ​ລ​ລີ ກໍ​ໄດ້​ກ່າວ​ເປັນ​ພາ​ສາ​ອັງ​ກິດວ່າ:


ທ່ານ​ບີ​ລ​ລີ ເວົ້າ​ວ່າ "ຂ້າ​ພະ​ເຈົ້າ​ເລືອກ​ເອົາ​ຜູ້​ທີ່​ເປັນ​ຕົວ​ແທນ​ທີ່​ບົ່ງ​ບອກ​ເຖິງ​ອາ​ເມ​ຣິ​ກາ​ເປັນ​ແນວ​ໃດ ຜູ້​ທີ່​ຢາກ​ຈະ​ຊ່ອຍ​ເ​ຫລືອ​ໝົດ​ທຸກ​ຄົນ​ທຸກ​ແຫ່ງ ຜູ້​ສະ​ໝັກ​ທີ່​ຂ້າ​ພະ​ເຈົ້າ​ຈະ​ປ່ອນ​ບັດ​ເອົາ ດຽວນີ້ ກະ​ແມ່ນ ທ່ານ​ເບີ​ນີ ແຊນ​ເດີ​ສ໌ ລາວ​ເປັນ​ຕົວ​ແທນ​ທີ່​ດີ​ເລີດ ທີ່​ບົ່ງ​ບອກ​ເຖິງ​ອາ​ເມ​ຣິ​ກາ​ເປັນ​ແນວ​ໃດ ເພິ່ນ​ຢາກ​ຊ່ອຍ​ເຫຼືອ​ຄົນ​ທົ່ວ​ໄປ ໃຫ້​ມີ​ຄວາມ​ເທົ່າ​ທຽມ​ກັນ ບໍ່​ຈຳ​ແນກ​ຄົນ​ຜູ້​ໃດ ຫຼື ກຸ່ມ​ໃດ ເພິ່ນບໍ່​ເນ​ລະ​ເທດ​ພວກ​ຄົນ​ເຂົ້າ​ເມື​ທອງ ແລະ​ເຮັດ​ໃຫ້​ໂຮງ​ຮຽນ​ຟ​ຣີ​ສຳ​ລັບ​ໝົດ​ທຸກ​ຄົນ."

ວີ​ໂອ​ເອ​ລາວ ໄດ້​ສຳ​ພາດ​ແມ່​ຍິງ​ເຊື້ອ​ສາຍ​ລາວ ອີກ​ສອງ​ຄົນ ຜູ້​ທີ່​ອາ​ໄສ​ຢູ່​ໃນ​ລັດ​ເວີ​ຈີ​ເນຍ ຊຶ່ງ​ທັງ​ສອງ​ທ່ານ​ນີ້ ບອກວີ​ໂອ​ເອ​ລາວ ວ່າ ຍັງ​ລັ່ງ​ເລ​ໃຈ​ຢູ່ ບໍ່​ແນ່​ໃຈ​ວ່າ ຈະ​ເລືອກ​ເອົາ​ຜູ້​ໃດ ແຕ່​ມີ​ທ່າ​ອ່ຽງໄປ​ທາງ ທ່ານ​ໂຈ ໄບ​ເດັນ ໃນ​ຂະ​ນະ​ນີ້ ແລະ​ພວກ​ເພິ່ນ ຈະ​ຕັດ​ສິນ​ໃຈ​ ໃນ​ເວ​ລາ​ໄປ​ລົງ​ຄະ​ແນ​ນ​ສຽງ ໃນ​ມື້ນີ້.

XS
SM
MD
LG