ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ-ອາເມຣິກັນ ອາໄສຢູ່ ໃກ້ກັບເມືອງແນສວີລ ກ່າວວ່າ ບໍ່ເຄີຍເຫັນ ເຫດລະເບີດແບບນີ້ ມາກ່ອນ


ຊິ້ນສ່ວນຂອງຕຶກອາຄານກະຈາຍໄປທົ່ວຖະໜົນທີສອງ ແລະຖະໜົນການຄ້າ ຢູ່ໃກ້ບໍລິເວນລະເບີດແຕກ ໃນເມືອງແນສວີລ ຂອງລັດເທັນເນສຊີ.
ຊິ້ນສ່ວນຂອງຕຶກອາຄານກະຈາຍໄປທົ່ວຖະໜົນທີສອງ ແລະຖະໜົນການຄ້າ ຢູ່ໃກ້ບໍລິເວນລະເບີດແຕກ ໃນເມືອງແນສວີລ ຂອງລັດເທັນເນສຊີ.

ໃນຂະນະທີ່ບັນດາເຈົ້າໜ້າທີ່ຂອງລັດຖະບານກາງ ແລະທ້ອງຖິ່ນ ກຳລັງຊອກຫາເຫດຜົນທີ່ເປັນແຮງຈູງໃຈ ເຮັດໃຫ້ມືວາງລະເບີດສະຫລະຊີບ ເຮັດເຊັ່ນນັ້ນ ຊຶ່ງປະຊາຊົນໃນເມືອງແນສວີລ ຫຼາຍໆຄົນ ກໍບໍ່ເຄີຍເຫັນສິ່ງທີ່ໄດ້ເກີດຂຶ້ນຢູ່ທີ່ນັ້ນ ມາກ່ອນເລີຍ ຮວມທັງທ່ານມານະ ບຸດຕະວົງ ເຈົ້າຂອງອູ່ແປງລົດ ທີ່ອາ ໄສຢູ່ໃນເມືອງເມີຟຣີສໂບໂຣ ລັດເທັນເນສຊີ ມາໄດ້ ຫຼາຍກວ່າ 30 ປີ ທີ່ຕັ້ງຢູ່ຫ່າງຈາກແນສວີລ ປະ ມານ 23 ກິໂລແມັດ ບ່ອນເກີດເຫດລະເບີດແຕກ ທີ່ໄດ້ທຳລາຍ ຕຶກອາຄານຫຼາຍຫລັງ. ວີໂອເອໄດ້ສອບຖາມຄວາມຮູ້ສຶກ ຂອງທ່ານມານະ ວ່າ:

ເປັນຈັ່ງໂຊກ ບັນດາເຈົ້າໜ້າທີ່ຕຳຫຼວດ ຂອງເມືອງແນສວີລ ມີເວລາພຽງເລັກນ້ອຍໃນການແຈ້ງໃຫ້ພວກຄົນຢູ່ໃນບໍລິເວນເກີດເຫດ ໃຫ້ໜີອອກໄປຈາກພື້ນທີ່ ຖ້າບໍ່ດັ່ງນັ້ນ ອາດຈະມີຜູ້ເສຍຊີວິດກໍເປັນໄດ້ ອີງຕາມລາຍງານແລ້ວ ມີຄົນຈຳນວນນຶ່ງໄດ້ຮັບບາດເຈັບ.

XS
SM
MD
LG