ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວ-ອາເມຣິກັນ ໃຊ້ບັນຫາເສດຖະກິດ ເປັນບ່ອນອີງ ໃນການເລືອກເອົາປະທາ ນາທິບໍດີ ແຕ່ເບິ່ງຈາກມຸມມອງ ທີ່ແຕກຕ່າງກັນ


USA Votes Final Day
please wait
Embed

No media source currently available

0:00 0:02:14 0:00

ຂະນະທີ່ຊາວອາເມຣິກັນທົ່ວປະເທດ ໄປລົງຄະແນນສຽງໃນມື້ນີ້ເພື່ອເລືອກເອົາປະທານາທິບໍດີຢູ່ນີ້ ກໍມີຜູ້ອະວຸໂສລາວ-ອາເມຣິກັນສອງທ່ານໃນເມີຟຣິສໂບໂຣ (Murfrees- boro) ລັດເທັນເນັສຊີ ໄດ້ໄປລົງຄະແນນສຽງເລືອກເອົາປະທານາທິບໍດີຂອງ ເຂົາເຈົ້າໂດຍອີງໃສ່ນະໂຍບາຍເສດຖະກິດ ແລະຜົນງານເບື້ອງຫລັງຂອງຜູ້ສະ ໝັກເລືອກຕັ້ງທັງສອງຄົນເຊັ່ນກັນ ແຕ່ວ່າ ກັບເບິ່ງຈາກມຸມມອງທີ່ແຕກຕ່າງກັນ.

ທ່ານຈັນໂທ ສຸຣິໂຍ, ທີ່ສັງກັດພັກເດໂມແຄຣັດນັ້ນ ແລະເລືອກເອົາອະດີດຮອງ ປະທານາທິບໍດີໂຈ ໄບເດັນ ເປັນປະທານາທິບໍດີ ໃນການເລືອກຕັ້ງຊຸດນີ້ກ່າວວ່າ:

ສ່ວນທ່ານຄໍາດີ ມັດທະວົງ ທີ່ຢູ່ໃນເມືອງດຽວກັນນັ້ນ ກໍມັກນະໂຍບາຍເສດຖະ ກິດ ແລະມີຄວາມຊື່ນຊົມຕໍ່ຜົນງານທີ່ຜ່ານມາໃນການບໍລິຫານປະເທດ ເຊັ່ນກັນ ແຕ່ເບິ່ງໃນມຸມມອງຕ່າງກັນ ຊຶ່ງທ່ານຍົກໃຫ້ເຫັນດັ່ງນີ້:

ລັດເທັນແນັສຊີມີປະຊາຊົນ ທີ່ມີສິດປ່ອນບັດຢູ່ປະມານ 5 ລ້ານຄົນນັ້ນ, ຕາມ ປົກກະຕິແລ້ວນັບແຕ່ປີ 1996 ເປັນຕົ້ນມາຖືວ່າ ເປັນລັດທີ່ມີຄວາມປອດໄພ ສໍາລັບພັກຣີພັບບລິກັນ ເພາະຜູ້ສະໝັກປະທານາທິບໍດີ ຈາກພັກເດໂມແຄຣັດ ບໍ່ເຄີຍໄດ້ຮັບໄຊຊະນະໃນການເລືອກຕັ້ງຢູ່ໃນລັດທີ່ຢູ່ທາງພາກໃຕ້ຂອງປະເທດ ແຫ່ງນັ້ນເລີຍ.

XS
SM
MD
LG