ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກມວຍ UFC ສັນຊາດ ອາເມຣິກັນ ເຊື້ອຊາດ ລາວ ຊະນະນັອກຄູ່ຕໍ່ສູ້ ຢ່າງພາກພູມໃຈ


ທ້າວ ອອນເດຣ ສຸກຄຳທັດ ນັກມວຍ UFC ອາເມຣິກັນ ເຊື້ອສາຍ ລາວ.
ທ້າວ ອອນເດຣ ສຸກຄຳທັດ ນັກມວຍ UFC ອາເມຣິກັນ ເຊື້ອສາຍ ລາວ.

ນັກມວຍສິລະປະປ້ອງກັນຕົວປະສົມ UFC ຄົນອາເມຣິກັນ ເຊື້ອສາຍລາວ ທ້າວ
ອອນເດຣ ສຸກຄຳທັດ ຄວ້າໄຊຊະນະໃນ ການຊົກມວຍ UFC ໄຟທ໌ ໄນທ໌ 123 ໃນຄືນ
ວັນເສົາທີ 9 ວານນີ້ ທີ່ສະໜາມກິລາ ສຕີຟ ມາທ໌ ເຊັນເຕີ ໃນເມືອງ ເຟຣສໂນ ລັດ
ຄາລິຟໍເນຍ.

ທ້າວ ອອນເດຣ ໄດ້ລົງຕໍ່ສູ້ກັບທ້າວ ລູຄ໌ ແຊນເດີສ໌ ຈາກ ສະຫະລັດ ໃນລຸ້ນນໍ້າໜັກບໍ່
ກາຍ 61 ກິໂລ.

ທ້າວ ອອນເດຣ ໄດ້ເອົາຊະນະນັອກຄູ່ຕໍ່ສູ້ໃນຍົກທີ່ສອງຂອງການແຂ່ງຂັນ, ຫຼັງຈາກ
ຍົກທຳອິດ ນັກສູ້ທັງສອງຄົນໄດ້ຊົກກຳປັ້ນເຂົ້າໃສ່ກັນ ແລະ ທ້າວ ລູຄ໌ ໄດ້ຕີຖືກດັງທ້າວ
ອອນເດຣ ເລືອດອອກ. ໃນຍົກດັ່ງກ່າວທ້າວ ອອນເດຣ ໄດ້ເປັນຝ່າຍຮັບ ແລະ ປ້ອງ
ກັນຕົວຫຼາຍເປັນສ່ວນໃຫຍ່.

ຫຼັງຈາກທີ່ທ້າວ ລູຄ໌ ໄດ້ເປັນຜູ້ຄຸມເກມສ່ວນຫຼາຍໃນຍົກທຳອິດນັ້ນ, ໃນບໍ່ເທົ່າໃດນາທີ
ເຂົ້າສູ່ຍົກທີສອງນັ້ນ, ທ້າວ ອອນເດຣ ກໍໄດ້ຊົກເຂົ້າໃສ່ຄາງທ້າວ ລູຄ໌ ຢ່າງຈັງ ແລະ ລົ້ມ
ລົງພື້ນ, ແລ້ວ ທ້າວ ອອນເດຣ ກໍໄດ້ໂດດເຂົ້າໄປຕີຊໍ້າຫຼາຍຄັ້ງ ຈົນເຮັດໃຫ້ກຳມະການ
ຕ້ອງເຂົ້າມາຂວາງ ແລະ ຢຸດການແຂ່ງຂັນ.

ໄຊຊະນະຄັ້ງນີ້ເຮັດໃຫ້ ທ້າວ ອອນເດຣ ຄວ້າໄຊຊະນະເປັນຄັ້ງທຳອິດຫຼັງຈາກໄດ້
ເປີດຕົວຊົກໃນ UFC.

ທ້າວ ອອນເດຣ ໄດ້ພະຍາຍາມຕາມລ່າຫາໄຊຊະນະຄັ້ງທຳອິດຂອງລາວໃນ UFC
ຫຼັງຈາກໄດ້ຜ່າຍແພ້ໃນການຊົກສອງຄັ້ງກ່ອນໜ້ານີ້ໃຫ້ແກ່ທ້າວ ອາເລຮານໂດຣ
ເປເຣສ໌ ແລະ ທ້າວ ອາລເບີດ ໂມຣາເລສ໌ ດ້ວຍຄະແນນຢ່າງບໍ່ເປັນເອກະສັນທັງສອງ
ຄັ້ງ.

ປົກກະຕິແລ້ວທ້າວ ລູຄ໌ ແຊນເດີສ໌ ມິກຳນົດຂຶ້ນຊົກກັບທ້າວ ບຣາຍແອນ ຄາຣາເວ,
ແຕ່ວ່າ ທ້າວ ບຣາຍແອນ ໄດ້ຖອນຕົວຍ້ອນອາການບາດເຈັບ, ຈຶ່ງເປັນໂອກາດໃຫ້
ທ້າວ ອອນເດຣ ໄດ້ຂຶ້ນຊົກແທນ.

ທ້າວ ອອສເດຣ ໄດ້ກ່າວໃນການໃຫ້ສຳພາດກັບເວັບໄຊຂ່າວ ກິລາ ບລັດດີ ແອລໂບ​
(Bloody Elbow) ກ່ອນໜ້ານີ້ວ່າ “ຂ້າພະເຈົ້າກຳລັງຕາມລ່າໄຊຊະນະຄັ້ງທຳອິດໃນ
UFC, ຂ້າພະເຈົ້າປະສົບຄວາມສຳເລັດທີ່ໄດ້ຕໍ່ສູ້ໃນ UFC ແຕ່ຍັງບໍ່ສົມບູນແບບເທື່ອ.
ຂ້າພະເຈົ້າຢາກຢູ່ແຂ່ງຂັນໃນ UFC, ຂ້າພະເຈົ້າຢາກລາວົງການໃນ UFC ແລະ ຂ້າ
ພະເຈົ້າຕ້ອງການໄຊຊະນະ. ຂ້າພະເຈົ້າກຳລັງໄລ່ລ່າໄຊຊະນະຄັ້ງທຳອິດນັ້ນແນ່ນອນ.
ເສຍການແຂ່ງຂັນດ້ວຍຄະແນນຢ່າງບໍ່ເປັນເອກະສັນມັນເຈັບປວດຫຼາຍ. ໂດຍສະ
ເພາະໃນການຊົກຄັ້ງຫຼ້າສຸດ. ແຕ່ຂ້ອຍຈະກັບຄືນມາ. ຂ້າມັກຈະເຮັດໄດ້ຕະຫຼອດ.”

ການແຂ່ງຂັນຄູ່ເອກຂອງວັນເສົາວານນີ້ແມ່ນລະຫວ່າງ ທ້າວ ຄັບ ສວອນສັນ ກັບ ທ້າວ
ບຣາຍອັ້ນ ອໍເຕກ້າ ຈາກ ສະຫະລັດ, ທັງສອງຄົນຕໍ່ສູ້ເພື່ອຕຳແໜ່ງໃນການຊິງເອົາ
ແຊັມລຸ້ນ ບໍ່ກາຍ 65 ກິໂລ. ເຊິ່ງທ້າວ ບຣາບອັ້ນ ອໍເຕກ້າ ຄວ້າໄຊຊະນະໄດ້ດ້ວຍການ
ຍອມຈຳນົນ ຫຼື ສັບມິຊັນ (Submission) ໃນຍົກທີສອງ.

XS
SM
MD
LG