ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄອບຄົວຊາວອາເມຣິກັນເຊື້ອສາຍລາວ ເດີນທາງກັບຄືນໄປຢ້ຽມຢາມ ພີ່ນ້ອງ ແລະ ບຸນປີໃໝ່ ປະເຊີນກັບອາກາດຮ້ອນຫຼາຍ


ຄອບຄົວຂອງຍານາງສຸດທິດາ ນາກຄຳ ພ້ອມດ້ວຍສາມີ ທ່ານວິຣັດ ພົງສະຫວັນ ແລະລູກສາວ ອາຍຸ 6 ປີ.
ຄອບຄົວຂອງຍານາງສຸດທິດາ ນາກຄຳ ພ້ອມດ້ວຍສາມີ ທ່ານວິຣັດ ພົງສະຫວັນ ແລະລູກສາວ ອາຍຸ 6 ປີ.

ຫຼັງຈາກທີ່ລາວ ໄດ້ເປີດປະເທດຕ້ອນຮັບເອົານັກທ່ອງທ່ຽວ ພາຍຫຼັງຈາກທີ່ໄດ້ຄວບຄຸມການລະບາດຂອງພະຍາດໂຄວິດ ໄດ້ພໍສົມຄວນ ສະນັ້ນຄອບຄົວຊາວອາເມຣິກັນ ເຊື້ອສາຍລາວ ພ້ອມກັບລູກສາວອາຍຸ 6 ປີ ໃນລັດເວີຈີເນຍ ກໍໄດ້ເດີນທາງກັບຄືນເມືອລາວ ເປັນຄັ້ງທີສອງໂດຍມີສອງເປົ້າໝາຍ ຄືຢ້ຽມຢາມແມ່ ຢູ່ຫຼວງພະບາງ ແລະທ່ຽວບຸນປີໃໝ່ລາວ ເປັນເວລາສາມອາທິດ ດັ່ງທີ່ຍານາງ ສຸດທິດາ ນາກຄຳ ກ່າວຕໍ່ວີໂອເອລາວ. ຍານາງເລົ່າໃຫ້ຟັງອີກວ່າ ເດີນທາງດ້ວຍເຮືອບິນເຖິງສະໜາມບິນວັດໄຕ ໃນຕອນແລງວັນອາທິດ ຈຶ່ງໄດ້ນອນຄືນນຶ່ງຢູ່ວຽງຈັນ ແລ້ວຕອນເຊົ້າວັນຈັນ ກໍໄດ້ຂີ່ເຮືອບິນໄປຍັງຫຼວງພະບາງ. ອາທິດທຳອິດກ່ອນໜ້າບຸນປີໃໝ່ ອາກາດຢູ່ທີ່ຫຼວງພະບາງຮ້ອນຫຼາຍ ຈົນເຮັດໃຫ້ຍານາງສຸດທິດາ ແລະສາມີ ມີອາການ “ເປັນຕຸ່ມນ້ອຍໆຢູ່ໃບໜ້າ ຮູ້ສຶກຄັນ” ສ່ວນລູກສາວບໍ່ເປັນຫຍັງເລີຍ. ຍານາງເວົ້າເຖິງສະພາບອາກາດຢູ່ທີ່ຫຼວງພະບາງໃຫ້ຟັງວ່າ:

“ແລ້ວບັດນີ້ນ້ອງໄປຍາມຮ້ອນແບບນີ້ ນ້ອງຢູ່ບໍ່ໄດ້ ໜ້າໜິ burn (ໄໝ້) ເລີຍນະອ້າຍ ນ້ອງໄປຖືກທິດທຳອິດ ແປວ່າບໍ່ເຫັນຫຍັງເລີຍ ຄວັນຫັ້ນນະ ມັນຫຼາຍໂພດ ເລື້ອງເຫັນກໍເຫັນຟ້າ ຕ່າງແຕ່ມັນເປັນຟ້າໝອງໆນະ ມັນບໍ່ແມ່ນແບບຟ້າແຈ້ງສະຫວ່າງ ອິວ່າ ຟ້າບົດກະບໍ່ແມ່ນ ມັນເປັນຟ້າແບບ ເຖົ່າແດງໆເຖົ່າແດງຂີ້ຝຸ່ນ.”

ນອກຈາກອາກາດຮ້ອນ ກໍຍັງມີເລື້ອງຂອງທີ່ພັກໃນຍາມບຸນປີໃໝ່ ຊຶ່ງຍານາງກ່າວວ່າ ໂຮງແຮມ ບ້ານພັກທັງຫຼາຍຢູ່ຕົວເມືອງຫຼວງພະບາງ ຖືວ່າເຕັມໝົດ ເພາະມີນັກທ່ອງທ່ຽວຊາວຕ່າງຊາດແລະຕ່າງແຂວງພາກັນເຂົ້າມາທ່ຽວຢ່າງຫຼວງຫຼາຍ.

XS
SM
MD
LG