ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາລອຍນ້ຳ ລະດັບມະຫາວິທະຍາໄລ ອາເມຣິກັນ ເຊື້ອສາຍລາວ ຈະລົງແຂ່ງຂັນ ຢູ່ SEA Game​s ໃນນາມ ສປປ ລາວ


ຄອ​ບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ສະໄມຍະວົງ ແມັສ​ຊິີນາ, ນາງແອນເຈີລີນາ ສະມັຍຍະວົງ ແມັສຊີນາ ຢູ່ກາງ.
ຄອ​ບ​ຄົວ​ທ່ານ​ຈອນ ແລະ​ຍາ​ນາງ​ລີ ສະໄມຍະວົງ ແມັສ​ຊິີນາ, ນາງແອນເຈີລີນາ ສະມັຍຍະວົງ ແມັສຊີນາ ຢູ່ກາງ.

ມີນັກກິລາລ້ອຍນ້ຳ ອາເມຣິກັນເຊື້ອສາຍລາວ ສີ່ຄົນກໍກຳລັງຝຶກຊ້ອມຢ່າງເອົາຈິງເອົາຈັງ ເພື່ອຈະໄປແຂ່ງຂັນໃນ SEA Games ຕາງໜ້າໃຫ້ ສປປ ລາວ ນຶ່ງໃນນັກລອຍນ້ຳ ກໍຄື ນາງແອນເຈີລິນາ ແມັສຊີນາ ຊຶ່ງນາງໄດ້ຜ່ານການແຂ່ງຂັນລອຍນ້ຳລະຫວ່າງມະຫາວິທະຍາໄລທົ່ວສະຫະລັດມາແລ້ວ ດັ່ງທີ່ທ່ານຈອນ ແມັສຊີນາ ຜູ້ທີ່ເປັນພໍ່ ໄດ້ກ່າວໃຫ້ວີໂອເອຟັງ. ທ່ານກ່າວຕໍ່ວີໂອເອ ເປັນພາສາອັງກິດວ່າ:

"ລູກສາວຂອງຂ້ອຍ ຜູ້ທີ່ເປັນນັກລອຍນ້ຳດີເດັ່ນ ໄດ້ໄປເຂົ້າຮ່ວມໃນການຝຶກຊ້ອມເປັນນັກກິລາໂອລິມປິກຂອງສະຫະລັດ ເມື່ອນາງມີອາຍຸ 16 ປີ.”

ນາງ​ແອນ​ເຈີລີ​ນາ ແມັ​ສ​ຊີ​ນາ ນັກ​ສຶກ​ສາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ກຳ​ລັງ​ລົງແຂ່ງຂັນ​ລອຍ​ນ້ຳ
ນາງ​ແອນ​ເຈີລີ​ນາ ແມັ​ສ​ຊີ​ນາ ນັກ​ສຶກ​ສາ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ພິ​ສ​ເບີກ ກຳ​ລັງ​ລົງແຂ່ງຂັນ​ລອຍ​ນ້ຳ

ອີກບໍ່ເທົ່າໃດອາທິດ ການແຂ່ງຂັນກິລາ ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື SEA Games ກໍຈະເລີ້ມຂຶ້ນ ໃນວັນທີ 5 ພຶດສະພາ 2023 ຢູ່ທີ່ນະຄອນ ຫຼວງພະນົມເປັນຂອງກຳປູເຈຍ ຊຶ່ງບັນດານັກກິລາຂອງແຕ່ລະປະເທດກຳລັງກຽມພ້ອມຢ່າງຫ້າວຫັນທີ່ຈະລົງແຂ່ງຂັນເພື່ອນຳເອົາຫຼຽນໃດຫຼຽນນຶ່ງມາໃຫ້ປະ ເທດຊາດຂອງຕົນ.

ທ່ານບອກວີໂອເອອີກວ່າ ກຸ່ມນັກລອຍນ້ຳສີ່ຄົນນີ້ ເປັນນັກລອຍນ້ຳລະດັບມະຫາວິທະຍາໄລ ແລະໄດ້ເຕົ້າໂຮມກັນມາໃນໄລຍະເວລາ 2 ປີເຄິ່ງ ທີ່ລວມມີ ນາງອາຣີອານາ ແລະ ນາງອາສຣີດ ເດີກສແວກເກີ ພ້ອມດ້ວຍ ທ້າວສະຕີບເວັນ ອິນສີຊຽງໄໝ່ ພວກເຂົາຈະລົງແຂ່ງຂັນ ໃນວັນທີ 6 ພຶດສະພາ ຈະມາເຖິງນີ້.

XS
SM
MD
LG