ກອງປະຊຸມໃຫຍ່ແຫ່ງຊາດພັກຣີພັບບລິກັນ ໄດ້ໄຂຂຶ້ນໃນວັນຈັນທີ 24 ສິງຫາ ທີ່ຜ່ານ
ມານີ້ ເພື່ອສະເໜີເອົາປະທານາທິບໍດີດໍໂນລ ທຣໍາ ໃຫ້ເປັນຜູ້ສະໝັກປະທານາທິບໍດີ
ຕາງໜ້າຂອງພັກອີກນຶ່ງສະໄໝ. ວີໂອເອ ໄດ້ຕິດຕາມເບິ່ງສະມາຊິກສັງຄົມລາວ ທີ່ເປັນ
ຄົນສັນຊາດອາເມຣິກັນ ແລະມີສິດປ່ອນບັດລົງຄະແນນສຽງ ເພື່ອຢາກຊາບເຖິງການ
ໃຊ້ສິດຂອງເຂົາ ເຈົ້າວ່າ ຈະປ່ອນເອົາຄົນໃດ ແລະດ້ວຍເຫດຜົນອັນໃດ ຊຶ່ງທ່ານຊັນນີ
ດາວ- ເດັ່ນ ຢູລັດເທັກຊັສ ທີ່ສະໜັບສະໜູນພັກຣີພັບບລິກັນ ໄດ້ກ່າວເຖິງຄວາມຮູ້ສຶກ
ຂອງທ່ານ ສູ່ວີໂອເອດັ່ງນີ້
ສ່ວນຍານາງສີອຳພອນ ຫຼວງລາດ ສະຕີລາວອາເມຣິກັນ ຢູ່ທີ່ລັດນິວຢອກ ທີ່ສະໜັບສະ
ໜູນພັກເດໂມແຄຣັດ ໄດ້ໃຫ້ຄວາມຄິດເຫັນ ກ່ຽວກັບການທີ່ຈະປ່ອນບັດເລືອກຕັ້ງ ເອົາປະທານາທິບໍດີຂອງສະຫະລັດໃນຄັ້ງນີ້ວ່າ:
ກອງປະຊຸມໃຫຍ່ແຫ່ງຊາດຂອງພັກຣີພັບບລີກັນ ຈະສິ້ນສຸດລົງໃນວັນພະຫັດມື້ອື່ນ ແລະ
ບັດນີ້ປະຊາຊົນອາເມຣິກັນ ໄດ້ຊາບຢ່າງເປັນທາງການແລ້ວວ່າ ຜູ້ຕາງໜ້າຂອງພັກຣີພັບ
ບລິກັນ ແລະຂອງພັກເດໂມແຄຣັດທີ່ສະໝັກເປັນ ປະທານາທິບໍດີສະຫະລັດນັ້ນແມ່ນໃຜ
ຊຶ່ງເຂົາເຈົ້າຈະພາກັນຕັດສິນໃຈປ່ອນ ບັດລົງຄະແນນສຽງ ໃນວັນທີ 3 ເດືອນພະຈິກ
2020 ຈະມາເຖິງນີ້.