ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ ໃນ ສະຫະລັດ ບາງຄົນສະໜັບສະໜູນທ່ານ ທຣຳ, ບາງຄົນລຳຄານ ແລະ ອຶດອັດກັບ ຂໍ້ຄວາມໃນທວິດເຕີຂອງທ່ານ


ແມ່ຍິງຄົນນຶ່ງຕື່ມບັດຄະແນນສຽງຂອງລາວ ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນຢູ່ ນະຄອນ ລຸຍວິລ, ລັດ ເຄັນທັກກີ. 23 ມິຖຸນາ, 2020.
ແມ່ຍິງຄົນນຶ່ງຕື່ມບັດຄະແນນສຽງຂອງລາວ ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນຢູ່ ນະຄອນ ລຸຍວິລ, ລັດ ເຄັນທັກກີ. 23 ມິຖຸນາ, 2020.

ການເລືອກຕັ້ງປະທານາທິບໍດີ ສະຫະລັດ ແມ່ນໄດ້ຊື່ຜູ້ລົງແຂ່ງຂັນຢ່າງເປັນທາງການຮຽບຮ້ອຍແລ້ວ, ເຊິ່ງຜູ້ທ້າຊິງເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມ ແຄຣັດ ທ່ານ ໂຈ ໄບດັນ ໄດ້ຮັບເອົາການສະເໜີຊື່ຂອງທ່ານຢູ່ທີ່ກອງປະຊຸມໃຫຍ່ແຫ່ງຊາດຂອງພັກເມື່ອອາທິດແລ້ວນີ້ ແລະ ປະ ທານາທິບໍດີ ດໍໂນລ ທຣຳ ກໍໄດ້ຮັບເອົາການສະເໜີຊື່ຂອງທ່ານ ເພື່ອລົງແຂ່ງຂັນກຳຕຳແໜ່ງອີກສະໄໝນຶ່ງ ແລະ ກໍໄດ້ປິດກອງປະຊຸມໃຫ່ແຫ່ງຊາດຂອງພັກຣີພັບບລີກັນໄປ ດ້ວຍການຈູດດອກໄມ້ໄຟ ແບບບໍ່ເຄີຍມີມາກ່ອນຢູ່ທຳນຽບຂາວ ໃນຄືນວັນພະຫັດວານນີ້.

ການດຳລົງຕຳແໜ່ງ ຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ປະເຊີນກັບສິ່ງທ້າທາຍຢ່າງຫຼວງຫຼາຍ ລວມມີບັນຫາການຈຳແນກເຊື້ອຊາດຜິວພັນ, ບັນຫາຄົນເຂົ້າເມືອງ, ໄວຣັສໂຄໂຣນາ ແລະ ອື່ນໆ.

ພັກເດໂມແຄຣັດໄດ້ຕຳໜິຕິຕຽນທ່ານວ່າ ບໍ່ສາມາດປະຕິບັດໜ້າທີ່ຂອງທ່ານ ແລະ ສ້າງຄວາມແຕກແຍກໃຫ້ປະຊາຊົນຢູ່ພາຍໃນປະເທດ. ແຕ່ພັກຣີພັບບລີກັນ ແລະ ຜູ້ສະໜັບສະໜູນຂອງພັກດັ່ງກ່າວໄດ້ຍົກຍ້ອງທ່ານວ່າ ທ່ານເຮັດວຽກໄດ້ດີ ແລະ ຮັກປະຊາຊົນ ອາເມຣິກັນ. ດັ່ງທີ່ຄົນລາວທ່ານນຶ່ງ ທີ່ອາໄສຢູ່ ເມືອງ ຣິຈມັອນ ລັດເວີຈິເນຍ ທີ່ໄດ້ໃຫ້ຄຳເຫັນຂອງທ່ານຜ່ານການສົ່ງຂໍ້ຄວາມ ກັບວີໂອເອພະແນກພາສາລາວວ່າ “ພັກຣີພັບບລີກັນ ຈະໄດ້ຊະນະອີກສະໄໝນຶ່ງ, ຫຼາຍຄົນສະ ໜັບສະໜູນທ່ານ ທຣຳ. ທ່ານ ທຣຳ ເພິ່ນມີຄວາມຈິງຈັງກັບ ການເຮັດສິ່ງທີ່ຖືກຕ້ອງໃນການບໍລິ ຫານປະເທດ. ທ່ານ ທຣຳ ເປັນຄົນທີ່ເຂົ້າໃຈປະຊາຊົນ ອາເມຣີກັນ ແລະ ຮັກປະຊາຊົນ ອາເມຣິກັນ. ປຽບທຽບໃສ່ພັກເດໂມແຄຣັດ ເຂົາເຈົ້າອ່ອນແອໃນການດຳເນີນວຽກງານຂອງເຂົາເຈົ້າ.”

ລາວໄດ້ກ່າວຕື່ມວ່າ “ຂອບໃຈທ່ານ ທຣຳ ສຳລັບເງິນກະຕຸ້ນຊ່ວຍເຫຼືອໄວຣັສໂຄໂຣນາ 1,200 ໂດລາສຳລັບແຕ່ລະຄອບຄົວ” ແລະ ໄດ້ສະໜັບສະໜູນທ່ານສຳລັບການຕັດພາສີຈາກເງິນເດືອນດ້ວຍ.

ສ່ວນທ່ານນາງ ຈັນພອນ ສິນລະປະໄຊ ໂອຄາມູຣະ ທະນາຍຄວາມດ້ານຄົນເຂົ້າເມືອງຂອງບໍລິ ສັດ Marandas Sinlapasai Garcia ກໍໄດ້ໃຫ້ຄຳເຫັນກ່ຽວກັບ ການປະພຶດຂອງປະທານາທິບໍ ດີ ທຣຳ ວ່າ “ສື່ສັງຄົມອອນໄລນ໌ເປັນສິ່ງທີ່ເຮັດໃຫ້ທຸກໃຈຫຼາຍ, ເຮັດໃຫ້ຫງຸດຫງິດສຳລັບຫຼາຍຄົນທີ່ບໍ່ເຂົ້າໃຈ. ຫຼາຍຄົນບໍ່ເຂົ້າ ໃຈວ່າ ທຸກໆຄັ້ງທີ່ປະທານາທິບໍດີຂຽນຂໍ້ຄວາມລົງໃນທວິດເຕີ ແລ້ວລັດ ຖະບານ ກໍເຮັດນະໂຍບາຍໃໝ່ອອກມານັ້ນ ມີຜົນກະທົບຕໍ່ເຂົາເຈົ້າແນວໃດ.”

ການເຄື່ອນໄຫວຕໍ່ໄປກ່ອນການເລືອກຕັ້ງໃນເດືອນພະຈິກນັ້ນ ຈະເປັນການໂຕ້ວາທີລະຫວ່າງ ປະທານາທິບໍດີ ທຣຳ ກັບອະດີດຮອງປະທານາທິບໍດີ ໂຈ ໄບ ເດັນ ເຊິ່ງມີກຳນົດຈະຈັດຂຶ້ນໃນວັນທີ 29 ກັນຍານີ້.

XS
SM
MD
LG