ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄົນລາວອາເມຣິກັນ ທີ່ຕົກຄ້າງຢູ່ວຽງຈັນ ຍ້ອນຄວາມຫຍຸ້ງຍາກ ໃນການເດີນທາງ ຫຼັງຈາກການລະບາດ ຂອງໂຄວິດ-19 ກັບມາ ສຫລ


ເຮືອບິນຂອງສາຍການບິນລາວ
ເຮືອບິນຂອງສາຍການບິນລາວ

ເນື່ອງຈາກມີການປິດປະເທດ ແລະສາຍການບິນຕ່າງໆໄດ້ຍົກເລີກຖ້ຽວບິນຂອງເຂົາເຈົ້າ ຈຶ່ງເຮັດໃຫ້ມີຄົນສັນຊາດອາເມຣິກັນ ເຊື້ອສາຍລາວຈຳນວນນຶ່ງ ຕົກຄ້າງຢູ່ທີ່ປະເທດລາວ. ທ່ານບັນດິດ ຈາກລັດເທັກຊັສ ກໍແມ່ນຜູ້ນຶ່ງ ໄດ້ຕົກຄ້າງ ຢູ່ທີ່ນະຄອນວຽງຈັນ ເປັນເວລາຫຼາຍເດືອນ ຊຶ່ງທ່ານກ່າວກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ

ທ່ານບັນດິດກ່າວວ່າ ຍ້ອນວ່າປີ້ເຮືອບິນທີ່ທ່ານໄດ້ຊື້ໄວ້ແລ້ວນັ້ນ ຕ້ອງເດີນທາງຜ່ານທາງປະເທດໄທ​ ແລະໄທກໍມີການຈໍາກັດ ໃນການເດີນທາງ ດັ່ງນັ້ນ ທ່ານຈຶ່ງບໍ່ສາມາດເດີນທາງກັບຄືນມາສະ ຫະລັດ ໂດຍຜ່ານທາງປະເທດໄທໄດ້ ຈຶ່ງຕ້ອງຊື້ປີ້ ຫາທາງກັບຄືນມາສະຫະລັດ ໂດຍທາງໃໝ່.

ລິງໂດຍກົງ

ທ່ານບັນດິດກ່າວວ່າ ຫຼັງຈາກໄປຮອດປະເທດເກົາຫຼີໃຕ້ແລ້ວ ທ່ານຈະຂຶ້ນເຮືອບິນເດີນທາງຕໍ່ມາຮອດສະຫະລັດໃນວັນຈັນທີ 19 ຕຸລານີ້. ການລະບາດຂອງໂຄວິດ-19 ເຮັດໃຫ້ການເດີນທາງລະຫວ່າງປະເທດປະສົບກັບຄວາມຫຍຸ້ງຍາກແລະສາຍການບິນຕ່າງໆກໍມີບັນຫາຕ້ອງໄດ້ຍົກເລີກຖ້ຽວບິນຂອງຕົນ.

XS
SM
MD
LG