ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານສັງຄົມສົງເຄາະ ຊ່ອຍເຫຼືອຜູ້ສູງອາຍຸ ທັງຊາວລາວແລະຕ່າງຊາດ ໃນການຈັດຫາຜູ້ເບິ່ງແຍງ ແລະການສັກຢາວັກຊີນ


ທ່ານອາລຸນ ໂຄທິເສນ ພະນັກງານສັງຄົມສົງເຄາະ ປະຈຳ Xilin Association ທີ່ເປັນອົງການບໍ່ຫວັງຜົນກຳໄລ ຢູ່ທີ່ເມືອງປິນກຣີ ໂກຣບວ໌ ລັດອີລລີນອຍ.
ທ່ານອາລຸນ ໂຄທິເສນ ພະນັກງານສັງຄົມສົງເຄາະ ປະຈຳ Xilin Association ທີ່ເປັນອົງການບໍ່ຫວັງຜົນກຳໄລ ຢູ່ທີ່ເມືອງປິນກຣີ ໂກຣບວ໌ ລັດອີລລີນອຍ.

ທ່ານອາລຸນ ໂຄທິເສນ ຄົນລາວອາເມຣິກັນ ອາໄສຢູ່ໃນເມືອງປິນກຣີ ໂກຣບວ໌ ຂອງເຄນຄາວຕີ ລັດອີລລີນອຍ ເປັນພະນັກງານສັງຄົມສົງເຄາະ ຢູ່ທີ່ອົງການທີ່ບໍ່ຫວັງຜົນກຳໄລ Xilin Association ແລະທັງເປັນອາສາສະໝັກ ເຮັດວຽກກັບສະມາຄົມລາວຕ່າງໆ ເພື່ອຊ່ອຍເຫຼືອພີ່ນ້ອງຊາວລາວ ມາໄດ້ເກືອບ 30 ປີແລ້ວ ໂດຍສະເພາະຜູ້ເຖົ້າຜູ້ແກ່ທີ່ມີອາຍຸ 60 ປີຂຶ້ນໄປ. ວຽກງານຫຼັກຂອງທ່ານອາລຸນ ແມ່ນເພັ່ງເລັງໃສ່ຜູ້ສູງອາຍຸຄົນລາວອາເມຣິກັນ ແລະຄົນອາເມຣິກັນຊາດອື່ນໆນຳດ້ວຍ ທີ່ຕ້ອງການການເບິ່ງແຍງດູແລຢູ່ທີ່ບ້ານພັກຂອງຜູ້ກ່ຽວເອງ ຊຶ່ງທ່ານໄດ້ອະທິບາຍວ່າ:

ທ່ານອາລຸນ ຈະຊ່ອຍຫາຄົນຜູ້ໃຫ້ການດູແລເບິ່ງແຍງຜູ້ສູງອາຍຸ ບໍ່ວ່າຈະເປັນຄົນທົ່ວໄປ ຫຼືເປັນລູກຫຼານ ຍາດຕິພີ່ນ້ອງຂອງຜູ້ຊະລານັ້ນເອງກໍໄດ້ ທີ່ມີອາຍຸ 18 ປີ ຫາ 50 ປີ ຊຶ່ງເຂົາເຈົ້າຕ້ອງໄດ້ຜ່ານການຝຶກອົບຮົມສອງອາທິດ ແລະຜ່ານການກວດປະຫວັດຢ່າງລະອຽດ ໂດຍອົງການຂອງທ່ານອາລຸນ ເສຍກ່ອນ ອີງຕາມການກ່າວຂອງທ່ານ. ຜູ້ໃຫ້ການເບິ່ງແຍງແກ່ຜູ້ເຖົ້າຢູ່ບ້ານພັກນັ້ນ ກໍຈະໄດ້ຮັບເງິນໃນອັດຕາ 13-14 ໂດລາຕໍ່ຊົ່ວໂມງ ຈາກລັດຖະບານ ອີງຕາມປະສົບການຂອງຜູ້ກ່ຽວເອງ.

ນອກຈາກນັ້ນແລ້ວ ທ່ານອາລຸນ ຍັງໄດ້ຊ່ອຍເຫຼືອບັນດາຜູ້ເຖົ້າຜູ້ແກ່ຊາວລາວ ສະເພາະຢູ່ໃນເຂດ ເຄນ ຄາວຕີ້ ໂດຍການປະສານງານຕິດຕໍ່ພົວພັນກັບຄລີນິກ ຫຼື ກົມສາທາລະນະສຸກຂອງທ້ອງຖິ່ນ ເພື່ອຈັດຕາຕະລາງການສັກຢາວັກຊີນກັນໂຄວິດ-19 ໃຫ້ແກ່ຜູ້ສູງອາຍຸພ້ອມທັງສະມາຊິກຄອບຄົວທັງໝົດ ດັ່ງທີ່ ທ່ານອາລຸນ ໄດ້ກ່າວຕໍ່ວີໂອເອລາວ ວ່າ:

ທ່ານກ່າວອີກວ່າ ຖ້າຫາກຄົນລາວຢູ່ເຂດອື່ນ ຕິດຕໍ່ໄປຫາທ່ານ ທ່ານກໍຈະແນະ ນຳໃຫ້ພົວພັນກັບກົມສາທາລະນະສຸກຫຼືຄລີນິກປະຈຳເຂດເມືອງຂອງຜູ້ກ່ຽວນັ້ນ.

XS
SM
MD
LG