ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານອາຫານລາວ ນອກຈາກໄດ້ຮັບຜົນກະທົບ ຈາກໂຄວິດ-19 ແລ້ວ ຍັງປະເຊີນກັບ ການປະທ້ວງອີກ


ຮ້ານອາຫານຕິບເຂົ້າ ຢູ່ຖະໜົນ 14 ໃນນະຄອນຫຼວງວໍຊິງຕັນ.
ຮ້ານອາຫານຕິບເຂົ້າ ຢູ່ຖະໜົນ 14 ໃນນະຄອນຫຼວງວໍຊິງຕັນ.

ຫວ່າງສາມອາທິດທີ່ຜ່ານມານີ້ ທາງການຢູ່ທີ່ນະຄອນຫຼວງວໍຊິງຕັນ ໄດ້ອະນຸ ຍາດໃຫ້ເປີດຮ້ານອາຫານ ພຽງແຕ່ໃຫ້ລູກຄ້າມາຮັບເອົາ ແລະນັ່ງກິນຢູ່ນອກ ຮ້ານໄດ້ເທົ່ານັ້ນ. ແຕ່ຕົກມາບັດນີ້ ໄດ້ມີຜົນກະທົບໃໝ່ຊັບຊ້ອນຂຶ້ນມາຕື່ມ ຄື ມີການເດີນປະທ້ວງກ່ຽວກັບການຕາຍ ຂອງທ້າວຈອຣຈ໌ ຟລອຍດ໌ ຄົນອາເມ ຣິກັນເຊື້ອສາຍອາຟຣິກາ ທີ່ຖືກຕໍາຫຼວດຜິວຂາວເອົາຫົວເຂົ່າໜີບຄໍລາວຫາຍ ໃຈບໍ່ໄດ້ຈົນຕາຍ ອັນເປັນເຫດໃຫ້ເກີດການປະທ້ວງທີ່ແຜ່ລາມອອກໄປທົ່ວປະ ເທດແລະຢູ່ໃນຢູໂຣບ.

ໃນອາທິດແລ້ວນີ້ ຢູ່ຕາມຖະໜົນໃນນະຄອນຫຼວງວໍຊິງຕັນໄດ້ເກີດການປະທ້ວງ ຊໍ້າແລ້ວຊໍ້າອີກກ່ຽວກັບການໃຊ້ຄວາມຮຸນແຮງຂອງຕຳຫຼວດ. ພວກປະທ້ວງພາ ກັນທັບມ້າງຮ້ານຄ້າ ແລະທຸລະກິດຕ່າງໆ ພ້ອມທັງຂຽນຄຳຂວັນ ປະໄວ້ຢູ່ກາງ ຖະໜົນເວົ້າວ່າ “Defund Police” ຫຼືບໍ່ໃຫ້ທຶນແກ່ຕຳຫຼວດ.

ເພາະສະນັ້ນເພື່ອເປັນການປ້ອງກັນ ທາງຮ້ານອາຫານ ຊຶ່ງເປັນບ່ອນຫາຢູ່ຫາ ກິນຂອງທ່ານບຸນ ວິໄຊຍະລາດ ເຈົ້າຂອງຮ້ານອາຫານຕິບເຂົ້າ ຕັ້ງຢູ່ຖະໜົນ 14 ໃນນະຄອນຫຼວງວໍຊິງຕັນ ຈຶ່ງໄດ້ເອົາໄມ້ແປ້ນມາປິດປະຕູປ່ອງຢ້ຽມແລະ ປະຕູທາງເຂົ້າໄວ້ທັງໝົດເພື່ອປ້ອງກັນບໍ່ໃຫ້ມີການທັບມ້າງບຸກລຸກເຂົ້າໄປລັກ ເຄື່ອງຂອງທີ່ຈະສ້າງຄວາມເສຍຫາຍ. ທ່ານບຸນໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ປ້າຍຄຳຂວັນຂຽນຢູ່ຖະໜົນບອກວ່າ ຢ່າໃຫ້ທຶນແກ່ຕຳຫຼວດ.
ປ້າຍຄຳຂວັນຂຽນຢູ່ຖະໜົນບອກວ່າ ຢ່າໃຫ້ທຶນແກ່ຕຳຫຼວດ.

ຕົກມາເຖິງປັດຈຸບັນ ເຖິງແມ່ນວ່າທຸລະກິດຕ່າງໆໄດ້ເລີ້ມເປີດຄືນແດ່ແລ້ວກໍຕາມ ແຕ່ບັນຍາກາດຂອງຄວາມວຸ້ນວາຍ ຍັງປົກຄຸມຢູ່ ອັນເປັນຜົນກະທົບ ຕໍ່ການດຶງດູດເອົາພວກລູກຄ້າເຂົ້າມານັ່ງຮັບປະທານເປັນປົກກະຕິດັ່ງທີ່ເຄີຍມີມາ. ອະນາຄົດຂອງຮ້ານອາຫານ ແລະທຸລະກິດຕ່າງໆຍັງຕົກຢູ່ໃນຄວາມສ່ຽງ ບໍ່ເປັນທີ່ແນ່ນອນແລະຄາດວ່າສະພາບການ ທົ່ວໄປຈະຄ່ອຍໆດີຂຶ້ນໃນອະນາຄົດອັນໃກ້ນີ້.

XS
SM
MD
LG