ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໕ ທັນວາ ໒໐໒໕

ຄົນລາວອາເມຣິກັນ ເຮັດວຽກໃນໂຮງໝໍ ຢູ່ລັດຟລໍຣິດາ ເປັນຊ່ຽວຊານໃນການຖ່າຍພາບລັງສີ ເພື່ອຊ່ອຍທ່ານໝໍ ວິນິໄສພະຍາດໂຄວິດ


ທ່ານນາງວົງເພດ ສົມຈັນມະວົງ ພະນັກງານແພດ ຜູ້ຊ່ຽວຊານດ້ານການຖ່າຍພາບລັງສີ ຢູ່ທີ່ໂຮງໝໍແຫ່ງນຶ່ງ ໃນເມືອງຟອດ ມາຍເອີສ໌ ລັດຟລໍຣິດາ ທາງພາກຕະເວັນອອກສຽງໃຕ້ຂອງສະຫະລັດ.
ທ່ານນາງວົງເພດ ສົມຈັນມະວົງ ພະນັກງານແພດ ຜູ້ຊ່ຽວຊານດ້ານການຖ່າຍພາບລັງສີ ຢູ່ທີ່ໂຮງໝໍແຫ່ງນຶ່ງ ໃນເມືອງຟອດ ມາຍເອີສ໌ ລັດຟລໍຣິດາ ທາງພາກຕະເວັນອອກສຽງໃຕ້ຂອງສະຫະລັດ.
ລິງໂດຍກົງ


ໃນຂະນະທີ່ພະຍາດໂຄວິດ-19 ກຳລັງລະບາດຢ່າງໜັກຢູ່ທາງພາກໃຕ້ຂອງສະຫະລັດຢູ່ນີ້, ລັດຟລໍຣິດາກໍເປັນລັດນຶ່ງທີ່ມີການຕິດພະຍາດດັ່ງກ່າວເພີ້ມສູງຂຶ້ນນັບມື້ ແລະຈຳນວນຄົນເສຍຊີວິດຍ້ອນພະຍາດນີ້ ກໍເພີ້ມຂຶ້ນຕາມໆກັນ. ວີໂອເອລາວ ໄດ້ສຳພາດກັບຄົນລາວອາເມຣິກັນຜູ້ນຶ່ງທີ່ອາໄສຢູ່ໃນເມືອງຟອດມາຍເອີ ຕັ້ງຢູ່ແຄມຝັ່ງກ້ຳຕາເວັນຕົກສຽງໃຕ້ຂອງລັດຟລໍຣິດາ ຊຶ່ງທ່ານນາງໄດ້ເລົ່າເຖິງປະຫວັດຫຍໍ້ຂອງເພິ່ນ ສູ່ວີໂອເອລາວຟັງວ່າ:

please wait

No media source currently available

0:00 0:00:43 0:00
ລິງໂດຍກົງ

ທ່ານນາງວົງເພັດ ສົມຈັນມະວົງ ຢູ່ໃນຫ້ອງຖ່າຍພາບລັງສີ ທີ່ໂຮງໝໍແຫ່ງນຶ່ງ ໃນເມືອງຟອດ ມາຍເອີສ໌ ລັດຟລໍຣິດາ ທາງພາກຕະເວັນອອກສຽງໃຕ້ຂອງສະຫະລັດ.
ທ່ານນາງວົງເພັດ ສົມຈັນມະວົງ ຢູ່ໃນຫ້ອງຖ່າຍພາບລັງສີ ທີ່ໂຮງໝໍແຫ່ງນຶ່ງ ໃນເມືອງຟອດ ມາຍເອີສ໌ ລັດຟລໍຣິດາ ທາງພາກຕະເວັນອອກສຽງໃຕ້ຂອງສະຫະລັດ.

ບັນດາພະນັກງານແພດທັງຫຼາຍ ໂດຍສ່ວນໃຫຍ່ຈະເປັນພະນັກງານຈຳເປັນທັງນັ້ນ ໃນລະຫວ່າງການລະບາດຂອງໂຄວິດ-19. ດັ່ງນັ້ນ ພວກພະນັກງານແພດຈຶ່ງຕ້ອງໄດ້ໄປເຮັດວຽກຕາມປົກກະຕິໃນແຕ່ລະວັນ. ທ່ານນາງໄດ້ເລົ່າສູ່ຟັງກ່ຽວກັບບົດບາດໜ້າທີ່ຂອງເພິ່ນເປັນພາອັງກິດວ່າ ເພິ່ນເປັນ “ພະນັກງານແພດຊ່ຽວຊານດ້ານການຖ່າຍພາບລັງສີພາຍໃນຮ່າງກາຍ ເພື່ອຊ່ອຍທ່ານໝໍໃນການວິນິດໄສພະຍາດຂອງຄົນເປັນໂຄວິດ ດ້ວຍການຖ່າຍພາບລັງສີ” ຊຶ່ງທ່ານນາງໄດ້ອະທິບາຍຕື່ມເປັນພາສາລາວດັ່ງນີ້:

please wait

No media source currently available

0:00 0:01:16 0:00
ລິງໂດຍກົງ

ສະນັ້ນອາການເລືອດກ້າມໃນເສັ້ນເລືອດຢູ່ປອດຍ້ອນພະຍາດໂຄວິດນັ້ນ ຈະພາໃຫ້ຄົນປ່ວຍຫາຍໃຈຫອບ ຫຼືຫາຍໃຈຝືດ ແລະຖ້າບໍ່ໃຊ້ເຄື່ອງຊ່ວຍຫາຍໃຈ ຫຼືພູມຕ້ານທານຕໍ່ສູ້ກັບພະຍາດໂຄວິດບໍ່ໄດ້ແລ້ວ ໃນທີ່ສຸດຜູ້ປ່ວຍກໍຈະເສຍຊີວິດໄປ.

XS
SM
MD
LG