ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນມີຄວາມຄິດໃນແງ່ບວກ ຕໍ່ທ່ານ ໄບເດັນ ຫຼັງຈາກການປະກາດລົງແຂ່ງຂັນ ເອົາຕຳແໜ່ງສະໄໝທີສອງຂອງທ່ານ


ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຈາກຫ້ອງການຂອງທ່ານ ກ່ຽວກັບ ການເປີດການໂຄສະນາຫາສຽງຂອງທ່ານຢ່າງເປັນທາງການໃນວິດີໂອທີ່ຖືກເປີດເຜີຍໃນວັນທີ 25 ເມສາ 2023.
ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກ່າວຄຳປາໄສຈາກຫ້ອງການຂອງທ່ານ ກ່ຽວກັບ ການເປີດການໂຄສະນາຫາສຽງຂອງທ່ານຢ່າງເປັນທາງການໃນວິດີໂອທີ່ຖືກເປີດເຜີຍໃນວັນທີ 25 ເມສາ 2023.

ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ປີ 2024 ນີ້​ອາດ​ຈະ​ເປັນ​ການ​ແຂ່ງ​ຂັນ​ອີກ​ຄັ້ງ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີຄົນ​ປັດ​ຈຸ​ບັນ ທ່ານ ໂຈ ໄບ​ເດັນ ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ທ່ານ ໄບ​ເດັນ ໄດ້​ປະ​ກາດ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ອີກ​ຄັ້ງ​ເມື່ອ​ວັນ​ທີ 25 ເມ​ສາ​ທີ່​ຜ່ານ​ມາ. ​ທ່ານ ໄບ​ເດັນ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ມີ​ອາ​ຍຸ​ສູງ​ທີ​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ ສະ​ຫະ​ລັດ ແລະ ຫຼາ​ຍ​ຄົນ​ກໍ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຄວາມ​ສາ​ມາດ​ຂອງ​ທ່ານ​ຢູ່.

ທ່ານ ປີ​ເຕີ ຈາກ​ລັດ​ນິວຢອກ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ ກ່ຽວ​ກັບ ຜູ້ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີວ່າ “ທ່ານ ໄບ​ເດັນ ເຖິງ​ແມ່ນ​ຈະ​ເຖົ້າຫຼາຍ​ແຕ່​ລາວ​ກໍ​ຍັງ​ມີ​ຄວາມ​ສາ​ມາດ​ສູງ​ຢູ່ ແລະ ລາວ​ກໍ​ມີ​ຄວາມ​ໜ້າ​ເຊື່ອ​ຖືກວ່າ​ທ່ານ ທ​ຣຳ ຫຼາຍ. ແຕ່ອ້າຍ​ຄິດ​ວ່າ​ທ່ານ ທ​ຣຳ ອາດ​ຈະ​ບໍ່​ໄດ້​ລົງ​ແຂ່ງ​ຂັນ​ຍ້ອນ​ບັນຫາ​ທາງ​ກົດ​ໝາຍ​ຂອງ​ລາວ.”

​ລາວ​ໄດ້​ກ່າວ​ຕື່ມ​ວ່າການ​ເລືອກ​ຕັ້ງ​ປີ 2024 ທ່ານ ໄບ​ເດັນ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ໄດ້​ຊະ​ນະ​ອີກ ຖ້າ​ຄູ່​ແຂ່ງ​ຂັນ​ແມ່ນ​ທ່ານ ທ​ຣຳ, ຍ້ອນ​ການ​ກໍ່​ຈະ​ລາ​ຈົນ​ຢູ່​ທີ່​ຫໍ​ລັດ​ຖະ​ສະ​ພາເມື່ອ​ວັນ​ທີ 6 ມັງ​ກອນ 2021 ແລະ ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ໃນ​ທາງ​ທີ່​ຜິດ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ, ແລະ ບັນ​ຫາ​ຕ່າງໆ​ໄດ້​ສ້າງ​ຊື່​ສຽງ​ບໍ່​ດີ​ຕໍ່​ທ່ານ ທ​ຣຳ.

XS
SM
MD
LG