ຄະນະກຳມະການທີ່ຕັ້ງຂຶ້ນໂດຍສະພາຕ່ຳເພື່ອສືບສວນສອບສວນການໂຈມຕີຫໍລັດຖະສະພາສະຫະລັດໃນວັນທີ 6 ມັງກອນ 2021, ເມື່ອອາທິດແລ້ວນີ້ໄດ້ເປີດເຜີຍລາຍງານສະບັບສຸດທ້າຍ ເຊິ່ງແມ່ນເອກະສານ ທີ່ຍາວ 845 ໜ້າເພື່ອສະໜັບສະໜູນການກ່າວອ້າງຂອງຄະນະກຳມະການວ່າ ການໂຈມຕີດັ່ງກ່າວແມ່ນເກີດຂຶ້ນໂດຍກົງໂດຍມາຈາກອະດີດປະທານາທິບໍດີດໍໂນລ ທຣຳ ແລະໄດ້ສະເໜີໃຫ້ກະຊວງຍຸຕິທຳການຟ້ອງຮ້ອງດຳເນີນຄະດີຕໍ່ອະດີດປະທານາທິບໍດີ ດໍໂນລ ທຣຳໃນອາທິດແລ້ວນີ້. ນີ້ເປັນຄັ້ງທຳອິດໃນປະຫວັດສາດຂອງສະຫະລັດທີ່ມີການສະເໜີໃຫ້ດຳເນີນຄະດີຕໍ່ອະດີດປະທານາທິບໍດີ ຊຶ່ງຫລາຍຄົນຄິດວ່າເປັນການກະທຳທີ່ຖືກຕ້ອງ ດັ່ງນາງເອັມມີ ທີ່ເປັນຜູ້ນຳປະຊາຄົມລາວຄົນນຶ່ງໃນລັດຈໍເຈຍທີ່ມີການປະກອບສ່ວນສົ່ງເສີມນັກການເມືອງເຊື້ອສາຍເອເຊຍໃຫ້ມີບົດບາດໃນການເມືອງອາເມຣິກັນ ຄຳເຫັນວ່າ:
ໃນຂະນະທີ່ນາງເອັມມີ ແລະຫລາຍຄົນຄິດວ່າການເຮັດເຊັ່ນນີ້ເປັນແບບຢ່າງອັນດີ ທີ່ສະແດງໃຫ້ໂລກຮູ້ວ່າ ສະຫະລັດເປັນປະເທດທີ່ມີການປົກຄອງແບບປະຊາທິປະໄຕ ຫລືປົກຄອງດ້ວຍຕົວບົດກົດໝາຍແທ້ ແຕ່ໃນມຸມມອງຂອງຫລາຍຄົນໂດຍສະເພາະພວກທີ່ສະໜັບະໜູນທ່ານທຣຳຄິດວ່າການເຮັດເຊັ່ນນັ້ນແມ່ນມີເຫດຜົນທາງການເມືອງ. ສ່ວນທ່ານທຣຳນັ້ນ ໄດ້ກ່າວປະນາມຄະນະກຳມະການດັ່ງກ່າວ ແລະວຽກງານຂອງເຂົາເຈົ້າມາຕະຫລອດ ແລະໄດ້ສືບຕໍ່ຢືນຢັດຢ່າງບໍ່ຖືກຕ້ອງວ່າ “ການເລືອກຕັ້ງ 2020 ແມ່ນໄດ້ຖືກລັກໄປຈາກທ່ານ. ແລະກໍມີນັກຊ່ຽວຊານບາງຄົນຄິດວ່າ ການເຮັດແນວນີ້ອາດຈະພາໃຫ້ມີການແຕກແຍກກັນຫລາຍຂຶ້ນໃນໝູ່ປະຊາຊົນອາເມຣິກັນ.