ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ-ອາເມຣິກັນ ເປີດຮ້ານອາຫານ ບໍ່ຮອດ 6 ເດືອນ ກໍປະສົບກັບ ໂຣກລະບາດໄວຣັສໂຄໂຣນາ


ຮ້ານອາຫານ ຊື່ວ່າ Langley Thai Cuisine ຕັ້ງຢູ່ໃນເມືອງແຮມຕັນ ລັດເວີຈີເນຍ ທີ່ທ່ານຄອນ ແລະພັນລະຍາ ຍານາງຕຸ້ຍ ສີຣິວົງໄຊ ໄດ້ລົງທຶນຊື້ ໃນເດືອນຕຸລາ ປີ 2019.
ຮ້ານອາຫານ ຊື່ວ່າ Langley Thai Cuisine ຕັ້ງຢູ່ໃນເມືອງແຮມຕັນ ລັດເວີຈີເນຍ ທີ່ທ່ານຄອນ ແລະພັນລະຍາ ຍານາງຕຸ້ຍ ສີຣິວົງໄຊ ໄດ້ລົງທຶນຊື້ ໃນເດືອນຕຸລາ ປີ 2019.

ທ່ານຄອນ ສີຣິວົງໄຊ ແລະພັນລະຍາ ທ່ານນາງຕຸ້ຍ ຊາວອາເມຣິກັນເຊື້ອສາຍລາວ ທັງສອງທ່ານຕ່າງກໍໄດ້ເຮັດວຽກກັບບໍລິສັດແຫ່ງດຽວ ມາເປັນເວລາຍາວນານຫຼາຍສິບປີແລ້ວ ເລີຍໄດ້ຕັດສິນໃຈ ລາອອກຈາກການ ເພື່ອສະແຫວງຫາ ຄວາມໄຝ່ຝັນ ໃນການເປັນເຈົ້າຂອງທຸລະກິດຕົນເອງ ຫຼື ທີ່ຮູ້ກັນຄື American Dream ນັ້ນ. ພວກເພິ່ນໄດ້ຕັດສິນໃຈລົງທຶນຊື້ເອົາຮ້ານອາຫານໄທ ທີ່ຊື່ວ່າ Langley Thai Cuisine ຕັ້ງຢູ່ຕໍ່ໜ້າຄ້າຍທະຫານກອງທັບອາກາດ ໃນເມືອງແຮມຕັນ ລັດເວີຈີເນຍ ໃນເດືອນຕຸລາ ປີ 2019. ນອກຈາກຮ້ານອາຫານແລ້ວ ພວກເພິ່ນກໍຍັງໄດ້ວ່າຈ້າງພໍ່ຄົວ ຜູ້ຊ່ອຍພໍ່ຄົວ ແລະພະນັກງານບໍລິການຄົນນຶ່ງ ທີ່ເຮັດວຽກຢູ່ຮ້ານນີ້ ພ້ອມກັນນີ້ ໄດ້ຮັກສາຊື່ຂອງຮ້ານ ແລະລາຍການອາຫານໄວ້ຄືເກົ່າ. ຫຼັງຈາກທີ່ໄດ້ເຂົ້າມາບໍລິຫານ ເປັນເວລາເກືອບ 5 ເດືອນຜ່ານມາ ທຸກສິ່ງທຸກຢ່າງກໍດໍາເນີນໄປເປັນຢ່າງດີ ລູກຄ້າທັງເກົ່າແລະ
ໃໝ່ ໂດຍສ່ວນໃຫຍ່ ແມ່ນມາຈາກຄ້າຍທະຫານອາກາດກໍສືບຕໍ່ເຂົ້າມານັ່ງກິນອາຫານຢູ່ໃນຮ້ານເປັນປົກກະຕິ.

ທ່ານຄອນ ສີຣິວົງໄຊ ແລະພັນລະຍາ ທ່ານນາງຕຸ້ຍ ສີຣິວົງໄຊ ລົງທຶນຊື້ຮ້ານອາຫານໄທ ໃນເມືອງແຮມຕັນ ລັດເວີຈີເນຍ ເປີດບໍລິການ ບໍ່ຮອດ 6 ເດືອນ ຖືກກະທົບຈາກໂຣກລະບາດ ໄວຣັສໂຄໂຣນາ.
ທ່ານຄອນ ສີຣິວົງໄຊ ແລະພັນລະຍາ ທ່ານນາງຕຸ້ຍ ສີຣິວົງໄຊ ລົງທຶນຊື້ຮ້ານອາຫານໄທ ໃນເມືອງແຮມຕັນ ລັດເວີຈີເນຍ ເປີດບໍລິການ ບໍ່ຮອດ 6 ເດືອນ ຖືກກະທົບຈາກໂຣກລະບາດ ໄວຣັສໂຄໂຣນາ.

ຕົກມາເຖິງເດືອນມີນາ 2020 ເມື່ອທາງການລັດເວີຈີເນຍ ໄດ້ອອກຄຳສັ່ງ ໃຫ້ປິດເມືອງ ຍ້ອນການແຜ່ລະບາດ ຂອງໄວຣັສໂຄໂຣນາ, ສຳລັບຮ້ານອາຫານທັງຫຼາຍ ທາງການໄດ້ມີຂໍ້ຈຳກັດໃຫ້ຂາຍແຕ່ອາຫານສັ່ງໄປກິນຢູ່ບ້ານໄດ້ ແຕ່ບໍ່ໃຫ້ລູກຄ້ານັ່ງກິນຢູ່ໃນຮ້ານ ຊຶ່ງໃນເວລານັ້ນ ຈຳນວນຂອງລູກຄ້າກໍໄດ້ຫລຸດລົງຢ່າງຫຼວງຫຼາຍ ຈົນເຖິງຂັ້ນທີ່ວ່າ ພວກເພິ່ນທັງສອງຈຳເປັນຕ້ອງໄດ້ປົດຄົນງານເກົ່າທັງສາມຄົນອອກ ເປັນການຊົ່ວຄາວ. ດັ່ງທີ່ທ່ານນາງຕຸ້ຍໄດ້ກ່າວສູ່ຟັງດັ່ງນີ້:

“ຕໍ່ໜ້າຮ້ານຂອງເຮົາມີປະຕູເຂົ້າໄປໃນຄ້າຍທະຫານອາກາດຫັ້ນນາ ຫຼັງຈາກທີ່ໂຄໂຣນາໄດ້ແຜ່ລະບາດ ເຂົາເຈົ້າກໍສັ່ງໃຫ້ປິດປະຕູທາງເຂົ້າໄປໃນຄ້າຍ ມັນກໍສົ່ງຜົນກະທົບ ຕໍ່ທຸລະກິດຂອງເຮົາ ເພາະວ່າ ລູກຄ້າຂອງພວກເຮົາທີ່ມາຊື້ອາ ຫານແລ້ວມານັ່ງກິນນີ້ ເຂົາເຈົ້າຢູ່ໃນຄ້າຍ ເຂົາເຈົ້າກະຕ້ອງອອກໄປ ແລ່ນເວີ້ງໄປອີກຖະໜົນນຶ່ງ ປະມານ 25 ນາທີຈຶ່ງມາຮອດ ເມື່ອກ່ອນເຂົາເຈົ້າ ສິໃຊ້ເວ ລາພຽງ 5 ນາທີ ຂ້າມຂົວມາ ແລ້ວກະຮອດໂລດ ມີແຕ່ to go (ອາຫານສັ່ງເອົາໄປ) ເຂົາເຈົ້າກະໂທມາສັ່ງຢູ່ ແຕ່ວ່າ ມັນກະກະບໍ່ຄືເກົ່າແຫລະເພາະວ່າ ໃນຮ້ານເຮົາກະຕ້ອງໄດ້ປິດ ເມື່ອກ່ອນຫັ້ນລູກຄ້າເຂົ້າມາກິນໃນຮ້ານເຮົານີ້ 70 ຫາ 75 ເປີເຊັນ ດຽວນີ້ຫັ້ນ ທູໂກ້ ເຮົາກະໄດ້ ບາງມື້ກະບີຊີ້ ບາງມື້ກະບໍ່ບີຊີ້ ລະກະພະນັກງານສາມຄົນຫັ້ນ ເຮົາກະໄດ້ເລອັອຟ (ປົດອອກ) ເພາະວ່າ ມັນບໍ່ບີຊີ້ (busy) ເດະ ທຸລະກິດເຮົາບໍ່ແລ່ນເດະເຮົາກະບໍ່ມີຫຍັງຊິມາຈ່າຍເຂົາເຈົ້າເນາະ ເຂົາເຈົ້າກະໄດ້ຢູ່ບ້ານຂໍກິນເງິນຫວ່າງງານ.”

ພາຍໃນຮ້ານອາຫານ Langley Thai Cuisine ຢູ່ໃນເມືອງແຮມຕັນ ລັດເວີຈີເນຍ ບໍ່ໄກຈາກແຄມທະເລ.
ພາຍໃນຮ້ານອາຫານ Langley Thai Cuisine ຢູ່ໃນເມືອງແຮມຕັນ ລັດເວີຈີເນຍ ບໍ່ໄກຈາກແຄມທະເລ.

ຫຼັງຈາກໄດ້ປົດພະນັກງານເກົ່າອອກໄປແລ້ວ ພວກເພິ່ນທັງສອງຈຶ່ງຕ້ອງໄດ້ບໍລິຫານຮ້ານດ້ວຍຕົນເອງຊຶ່ງທ່ານນາງຕຸ້ຍໄດ້ຫັນມາເປັນແມ່ຄົວ ສ່ວນທ່ານຄອນ ສາມີີກໍເປັນຄົນຮັບໂທລະສັບ ຈາກພວກລູກຄ້າທີ່ໂທເຂົ້າມາສັ່ງອາຫານ ແລະເປັນຜູ້ຈັດອາຫານກຽມພ້ອມໃຫ້ລູກຄ້າ.

ພວກເພິ່ນທັງສອງໄດ້ຂາຍອາຫານສັ່ງໄປກິນຢູ່ບ້ານ ນັບຕັ້ງແຕ່ເດືອນມີນາເປັນ ຕົ້ນມາຈົນເຖິງປັດຈຸບັນນີ້. ລາຍໄດ້ຈາກການຂາຍອາຫານສັ່ງໄປກິນຢູ່ບ້ານນັ້ນ ກໍພໍແຕ່ຈ່າຍຄ່ານ້ຳຄ່າໄຟແລະຄ່າອື່ນໆເປັນຕົ້ນ ສ່ວນຄ່າເຊົ່າສະຖານທີ່ນັ້ນ ທ່ານນາງຕຸ້ຍກ່າວຕໍ່ວີໂອເອລາວ ວ່າ “ເຈົ້າຂອງສະຖານທີ່ເພິ່ນກໍບໍ່ໄດ້ທວງຖາມຫາຄ່າເຊົ່າ ເພິ່ນບອກວ່າ ຊຳຫລະຄ່າເຊົ່າຍາມໃດກໍໄດ້” ດັ່ງນັ້ນ ເມື່ອບໍ່ຕ້ອງໄດ້ຈ່າຍຄ່າພະນັກງານສາມຄົນ ແລະໄດ້ຮັບການຜ່ອນຜັນສຳລັບຄ່າເຊົ່າ ຮ້ານອາ ຫານຂອງຄອບຄົວສິຣິວົງໄຊ ກໍຍັງຄົງພໍປະຄອງໂຕໄປໄດ້ຢູ່ໃນໄລຍະນຶ່ງ ຊຶ່ງພວກເພິ່ນກໍຫວັງວ່າ ທາງການຈະອອກຄຳສັ່ງ ໃຫ້ເປີດຮ້ານຄືນອີກ ໃນໄວໆນີ້ ແລະພວກເພິ່ນມີຄວາມຫວັງ ທີ່ຢາກຈະເອົາອາຫານລາວບາງຢ່າງ ເຂົ້າມາປະກອບໃສ່ໃນລາຍການອາຫານ ໃນອະນາຄົດ.

XS
SM
MD
LG