ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄົນລາວ-ອາເມຣິກັນ ເຮັດວຽກເປັນຜູ້ຄຸ້ມຄອງ ອາພາດເມັ້ນ ໃນນະຄອນ ນິວຢອກ ໄດ້ຮັບຜົນກະທົບໜັກ ຈາກໄວຣັສໂຄວິດ-19


ທ້າວ ຫານຊະນະ ສິງສົງຄາມ ຄົນອາເມຣິກັນເຊື້ອສາລາວ ເຕີຍໃຫຍ່ຢູ່ໃນສະຫະລັດ ດຽວນີ້ ເປັນພະນັກງານຄຸ້ມຄອງສະຖານທີ່ພັກອາໄສແລະປະສານງານກັບຜູ້ເຊົ່າ ໃຫ້ແກ່ບໍລິສັດຄຸ້ມຄອງອະສັງຫາລິມະຊັບ ໃນນະຄອນນິວຢອກ.
ທ້າວ ຫານຊະນະ ສິງສົງຄາມ ຄົນອາເມຣິກັນເຊື້ອສາລາວ ເຕີຍໃຫຍ່ຢູ່ໃນສະຫະລັດ ດຽວນີ້ ເປັນພະນັກງານຄຸ້ມຄອງສະຖານທີ່ພັກອາໄສແລະປະສານງານກັບຜູ້ເຊົ່າ ໃຫ້ແກ່ບໍລິສັດຄຸ້ມຄອງອະສັງຫາລິມະຊັບ ໃນນະຄອນນິວຢອກ.

ທ້າວ ຫານຊະນະ ສິງສົງຄາມ ເປັນຜູ້ຈັດການອະສັງຫາລິມະຊັບເຊັ່ນອາພາດເມັນແລະເຮືອນ ໃຫ້ແກ່ບໍລິສັັດເອກະຊົນແຫ່ງນຶ່ງມາໄດ້ 5 ປີແລ້ວ. ບົດບາດໜ້າທີ່ຫຼັກຂອງລາວ ແມ່ນ ປະສານງານກັບພວກລູກຄ້າຜູ້ເຊົ່າສະຖານທີ່ໃຫ້ແກ່ບໍລິສັດ, ອຳນວຍຄວາມສະດວກຕ່າງໆກ່ຽວກັບສະຖານທີ່ໃຫ້ແກ່ລູກຄ້າ ຊຶ່ງປະກອບດ້ວຍການເກັບຄ່າເຊົ່າ ຄ່ານ້ຳ ຄ່າໄຟ ເປັນຕົ້ນ. ທ້າວຫານຊະນະ ກ່າວວ່າ ໃນຊ່ວງປົກກະຕິອາພາດເມັນແລະເຮືອນສ່ວນໃຫຍ່ຈະມີຄົນເຊົ່າເຕັມເກືອບໝົດ. ແຕ່ເມື່ອເລີ້ມເກີດມີການລະບາດຂອງໄວຣັສໂຄໂຣນຕອນຕົ້ນໆ ໃນເດືອນມັງກອນພຸ້ນ ພວກຄົນເຊົ່າພາກັນບໍ່ຕໍ່ອາຍຸສັນຍາເຊົ່າ ແລ້ວພາກັນຍົກຍ້າຍອອກ ກັບຄືນໄປຢູ່ນຳພໍ່ແມ່ຂອງພວກເຂົາເຈົ້າ ແລະສ່ວນພວກນັກທ່ອງທ່ຽວທີ່ໄດ້ຈັບຈອງສະຖານທີ່ກໍໄດ້ຍົກເລີກສັນຍາເຊົ່າ ດັ່ງທີ່ທ້າວຫານຊະນະ ໄດ້ເລົ່າສູ່ວີໂອເອຟັງວ່າ:

ລິງໂດຍກົງ

“ເມື່ອເກີດການລະບາດໝົດທຸກຄົນໄດ້ຍົກເລີກສັນຍາເຊົ່າທັງໝົດເລີຍ ໂດຍສ່ວນໃຫຍ່ພວກນັກທ່ອງທ່ຽວຊາວຢູໂຣບກໍບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າມາໃນລັດໃນຊ່ວງເວລານັ້ນ ພວກເຮົາບໍ່ຈຳເປັນຕ້ອງໄດ້ຍົກເລີກ ພວກເຂົາເຈົ້າພາກັນຍົກເລີກເອົາເອງ ກ່ອນທີ່ພວກເຮົາຈະບອກເຂົາເຈົ້າວ່າ ເຮົາເຮັດໃຫ້ບໍ່ໄດ້.”

ນັບຕັ້ງແຕ່ນັ້ນມາຈົນຮອດເດືອນເມສາ ເມື່ອບໍ່ມີຄົນເຊົ່າອາພາດເມັນແລະເຮືອນແລ້ວ ທາງບໍລິສັດ ຈຶ່ງຕ້ອງໄດ້ໃຫ້ ທ່ານຫານຊະນະພັກງານໄປໂດຍບໍ່ມີກຳນົດຈົນກວ່າວ່າ ທາງບໍລິສັດຈະຮ້ອງກັບຄືນມາເຮັດວຽກອີກ ດັ່ງທີ່ທ່ານເລົ່າສູ່ຟັງ ດັ່ງນີ້:

ລິງໂດຍກົງ

ທ້າວຫານຊະນະ ເວົ້າວ່າ “ເຮົາໄດ້ຮັບເງິນຫວ່າງງານມາໄດ້ 3 ເດືອນແລ້ວ ແລະມັນກໍໄດ້ໝົດອາຍຸເມື່ອອາທິດແລ້ວນີ້ ຊຶ່ງເປັນອາທິດສຸດທ້າຍທີ່ເຮົາໄດ້ຮັບ ດຽວນີ້ເຮົາຈະກັບຄືນໄປເຮັດວຽກໃນໄວໆນີ້ ບາງທີໃນເດືອນໜ້ານີ້ກໍເປັນໄດ້ ເຮົາຄຶດວ່າ ພາຍໃນທ້າຍເດືອນນີ້ ກໍຈະໄດ້ກັບຄືນໄປເຮັດວຽກແລ້ວ ເຮົາບໍ່ສາມາດເຮັດວຽກໄດ້ເພາະພວກລູກຄ້າພາກັນກັບຄືນໄປຢູ່ເຮືອນພໍ່ແມ່ຂອງພວກເຂົາເຈົ້າ ອາພາດເມັນທີ່ເຮົາໃຫ້ເຊົ່າໂດຍສ່ວນໃຫຍ່ແລ້ວຄົນເຊົ່າຈະເປັນໄວໜຸ່ມ ເຂົາເຈົ້າເປັນພວກໜຸ່ມນ້ອຍທີ່ມີໜ້າທີ່ການງານສະນັ້ນແລ້ວເມື່ອມີໂຣກລະບາດເກີດຂຶ້ນພວກເຂົາເຈົ້າພາກັນກັບຄືນໄປເຮືອນຂອງພໍ່ແມ່ເຂົາເຈົ້າ.”

ທ້າວຫານຊະນະ ເວົ້າສູ່ຟັງອີກວ່າ ພວກທີ່ເຊົ່າຢູ່ຕໍ່ໄປໂດຍສ່ວນໃຫຍ່ ກໍເຮັດວຽກຢູ່ບ້ານ ບາງຄົນກໍບໍ່ໄດ້ມີບັນຫາເລື້ອງຄ່າເຊົ່າພໍປານໃດ ແຕ່ບໍລິສັດກໍໄດ້ຫລຸດຄ່າເຊົ່າໃຫ້ເຂົາເຈົ້າ 300 ຫາ 400 ໂດລາກໍມີ. ໃນເວລານີ້ ສະຖານທີ່ຍັງຫວ່າງໃນອັດຕາ 30 ຫາ 40 ເປີເຊັນ ທາງບໍລິສັດ ຈຶ່ງໄດ້ຫລຸດລາຄາຄ່າເຊົ່າລົງເປັນພິເສດ ເພື່ອດຶດດູດເອົາຄົນມາເຊົ່າ ແລະກໍໄດ້ຫັນປ່ຽນສະຖານທີ່ ໃຫ້ເປັນລະບົບ Airbnb ອີກດ້ວຍ.

XS
SM
MD
LG