ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮ້ານເລັບ Beautiful Nails ຢູ່ລັດເວີຈີເນຍ ທີ່ຄົນລາວ-ອາເມຣິກັນ ເປັນເຈົ້າຂອງ ກໍໄດ້ຮັບຜົນກະທົບ ຈາກໂຄວິດ-19


ຍານາງ ແສງດາຣາ ສີຣິດາວົງ ເຈົ້າຂອງຮ້ານເລັບ Beautiful Nails ຢູ່ໃນເມືອງອາເລັກແຊນເດຣຍ ເຂດແຟແຟັກສ໌ ເຄົາຕີ້ ຂອງລັດເວີຈີເນຍ.
ຍານາງ ແສງດາຣາ ສີຣິດາວົງ ເຈົ້າຂອງຮ້ານເລັບ Beautiful Nails ຢູ່ໃນເມືອງອາເລັກແຊນເດຣຍ ເຂດແຟແຟັກສ໌ ເຄົາຕີ້ ຂອງລັດເວີຈີເນຍ.

ສະຫະລັດອາເມຣິກາທີ່ມີເສດຖະກິດໃຫຍ່ທີ່ສຸດຂອງໂລກ ໃນປັດຈຸບັນນີ້ ໄດ້ກາຍເປັນປະເທດທີ່ມີກໍລະນີຕິດເຊື້ອໄວຣັສໂຄໂຣນາ ແລະຜູ້ເສຍຊີວິດອັນດັບສູງສຸດຂອງໂລກ.

ດັ່ງນັ້ນຫຼາຍໆລັດໂດຍສ່ວນໃຫຍ່ຂອງສະຫະລັດໄດ້ອອກມາດຕະການປິດຫົວເມືອງໃຫຍ່ຕ່າງໆໃນລັດ ໂດຍແນະນຳໃຫ້ປະຊາຊົນຢູ່ໃນເຮືອນ ແລະໄດ້ອອກຄຳສັ່ງໃຫ້ຮ້ານຄ້າແລະທຸລະກິດທັງຫຼາຍທີ່ບໍ່ຈຳເປັນ ໃນຫຼາຍໆລັດປິດກິດຈະການ ມາໄດ້ເດືອນກວ່າ ມາເຖິງເວລານີ້ 20 ກວ່າລັດ ໄດ້ປະກາດອະນຸຍາດ ໃຫ້ຮ້ານຄ້າພ້ອມດ້ວຍທຸລະກິດທັງນ້ອຍແລະໃຫຍ່ຕ່າງໆເປີດຄືນໄດ້ ແຕ່ຕ້ອງໃຫ້ປະຕິບັດມາດຕະການ ຢູ່ຫ່າງກັນໃນສັງຄົມ ແຕ່ສຳລັບນະຄອນວໍຊິງຕັນ ລັດແມຣີແລນແລະເວີຈີເນຍ ແລະລັດອື່ນໆຈໍານວນນຶ່ງ ກໍຍັງບໍ່ທັນໄດ້ປະກາດຫລຸດຜ່ອນມາດຕະການປິດເມືອງເທື່ອ.

ຮ້ານເລັບ Beautiful Nails ຢູ່ໃນເມືອງອາເລັກແຊນເດຣຍ ເຂດແຟແຟັກສ໌ ເຄົາຕີ້ ຂອງລັດເວີຈີເນຍ.
ຮ້ານເລັບ Beautiful Nails ຢູ່ໃນເມືອງອາເລັກແຊນເດຣຍ ເຂດແຟແຟັກສ໌ ເຄົາຕີ້ ຂອງລັດເວີຈີເນຍ.

ຮ້ານບໍລິການດ້ານເລັບມືແລະຕີນເປັນພາກສ່ວນນຶ່ງຂອງທຸລະກິດຂະໜາດນ້ອຍ ທີ່ໄດ້ຮັບຜົນກະທົບໂດຍກົງຈາກການລະບາດຂອງໄວຣັສໂຄໂຣນາ ທີ່ຕ້ອງໄດ້ປິດກິດຈະການຂອງຕົນ ເຊັ່ນວ່າ ຮ້ານ Beautiful Nails ທີ່ຕັ້ງຢູ່ໃນເມືອງອາເລັກແຊນເດຣຍ ເຂດແຟແຟັກສ໌ ເຄົາຕີ້ ຂອງລັດເວີຈີເນຍ ດັ່ງທີ່ຍານາງ ແສງດາຣາ ສີຣິດາວົງ ເຈົ້າຂອງຮ້ານ ໄດ້ກ່າວສູ່ວີໂອເອລາວຟັງດັ່ງນີ້:

“ໂອ ກະມີຜົນກະທົບຫຼາຍຫັ້ນແຫລະເນາະ ເພາະວ່າພະນັກງານຂອງພວກເຮົາບໍ່ໄດ້ໄປການຈັກຄົນ ບໍ່ມີລາຍໄດ້ເຂົ້າ ຫັ້ນແຫລະຜົນກະທົບນະ ຢູ່ຮ້ານ ບິວຕີຟູແນລສ໌ ກະມີພະນັກງານນໍາກັນ 8 ຄົນ ມີແຕ່ຄົນລາວໝົດ ລະກະແຕ່ລະມື້ ກະມີຄົນນຶ່ງພັກ 6 ຄົນ ລາງເທື່ອກະດາຍ ເຮັດແຕ່ເລັບຫັ້ນແຫລະ ເຮັດເລັບຕີນເລັບມື ເລັບຫຍັງໝົດທຸກເລັບ ໝົດທຸກອັນຫັ້ນແຫລະ ແລະ ເຮັດ ແວັກຊິງ.”

ຮ້ານຂອງຍານາງເປີດບໍລິການ 6 ມື້ ຕໍ່ອາທິດ ລູກຄ້າຂອງຮ້ານເປັນປະຊາຊົນທົ່ວໄປທີ່ຢູ່ໃກ້ແລະໄກມາໃຊ້ບໍລິການ ຊຶ່ງຍານາງແສງດາຣາ ກ່າວວ່າ:

“ມື້ທຳມະດານີ້ ກະສິມີປະມານສີ່ຫ້າສິບຄົນ ປະມານນັ້ນແຫລະ ວັນສຸກວັນເສົາກະຫຼາຍກວ່ານັ້ນ.”

ຫຼັງຈາກທີ່ທາງການລັດເວີຈີເນຍ ໄດ້ປະກາດປິດເມືອງຕ່າງໆໃນວັນທີ 23 ເດືອນເມສາ ຢ່າງເປັນທາງການແລ້ວ ແຕ່ຮ້ານຂອງຍານາງແສງດາຣາ ກໍໄດ້ປິດຮ້ານນຶ່ງອາທິດກ່ອນຄຳສັ່ງຈະອອກມາ ຊຶ່ງເພິ່ນໄດ້ໃຫ້ເຫດຜົນວ່າ “ໃນຊ່ວງໄລຍະນັ້ນ ລູກຄ້າກໍໄດ້ຫລຸດລົງຫຼາຍແດ່ແລ້ວ ແລະມີຄວາມຢ້ານກົວວ່າ ພະນັກງານຈະຕິດພະຍາດໄວຣັສດັ່ງກ່າວ” ຈຶ່ງໄດ້ຕັດສິນໃຈປິດຮ້ານໄວ້. ນັບຕັ້ງແຕ່ນັ້ນມາ ແລະຍານາງແສງດາຣາ ກໍໄດ້ຍື່ນເອກະສານເພື່ອຂໍຄວາມຊ່ວຍເຫຼືອຈາກລັດຖະບານໄປແລ້ວຜ່ານທາງອອນໄລໄປແລ້ວ ດັ່ງທີ່ຍານາງໄດ້ກ່າວສູ່ຟັງດັ່ງນີ້:

“ກະໄດ້ເຮັດ ເພິ່ນຮ້ອງວ່າ PPP Payment Protection Program ກະໄດ້ຍື່ນເຂົ້າໄປ ແຕ່ດຽວນີ້ກະຍັງບໍ່ໄດ້ຍິນຂ່າວຫຍັງເທື່ອວ່າ ເຮົາສິໄດ້ຫຼືບໍ່ຫັ້ນນະເຂົາເຈົ້າຍັງແລ່ນຢູ່ຕິເບາະຈັງໃດ ໂທໄປຖາມເຂົາເຈົ້າ ອີເມລເຂົ້າໄປຖາມ ກະຍັງບໍ່ໄດ້ຍິນຫຍັງ ກະມີແຕ່ວ່າ ມັນຫຼາຍເນາະ ໝົດອາເມຣິກາ ມັນອັບຟລາຍບ່ອນດຽວກັນແມ່ນເບາະ ເຂົາເຈົ້າກະເວົ້າວ່າ ຍັງດຳເນີນການຢູ່ ຖາມເອົາຫຼາຍເອກະສານຫັ້ນແຫລະ ແລ້ວເຮົາກະຍື່ນເຂົ້າໄປໆ ແລະກະຖືກຕັດໄປ ແລ້ວກະໄດ້ເລີ້ມໃໝ່ ມາເຮັດໃໝ່ ກະຍື່ນຜ່ານໄປແລ້ວຫັ້ນນະ ແຕ່ພວກເຮົາກະຕ້ອງໄດ້ຖ້າເຂົາບອກວ່າ ເຂົາຮັບຮອງແລ້ວຫຼືບໍ່ຫັ້ນນາ ຄັນເຮົາບໍ່ຄົບຖ້ວນຕາມເອກະສານທີ່ເຂົາຕ້ອງການ ຄັດຍື່ນເຂົ້າໄປບໍ່ຖືກມັນກະບໍ່ໃຫ້ເຮົາຍື່ນໄປ ອັນທີ່ເຮົາໃຫ້ເຂົ້າໄປເປັນເອກະສານຖືກຕ້ອງທີ່ເຂົາຕ້ອງການ ມັນກໍຈະໃຫ້ຜ່ານໄປ ຜ່ານໆໄປຈົນກວ່າເຮົາໝົດທ້າຍ ດົນໃດ ບໍ່ແມ່ນເກືອບ 3 ຊົ່ວໂມງພຸ້ນບໍ່.”

ມາເຖິງປັດຈຸ ບັນນີ້ ຍານາງແສງດາຣາ ແລະພະນັກງານຂອງຮ້ານບິວຕິຟູລແນລສ໌ ຍັງຄອຍຖ້າການຊ່ອຍເຫຼືອຈາກລັດຖະບານ ແລະຖ້າຮັບຟັງການປະກາດໃຫ້ເປີດຮ້ານຄືນອີກ ຢູ່ຕະຫຼອດເວລາ.

XS
SM
MD
LG