ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜຸ່ມລາວ-ອາເມຣິກັນ ອອກມາຮ່ວມຂະບວນ ການເຄື່ອນໄຫວ ຕ້ານການກໍ່ອາຊະຍາກໍາ ເກີດຈາກຄວາມກຽດຊັງຄົນເອເຊຍ


ຄົນລາວ-ອາເມຣກັນ ແລະເຊື້ອສາຍເອເຊຍກຸ່ມອື່ນໆໃນລັດຄາລິຟໍເນຍ ເຂົ້າຮ່ວມການປະທ້ວງຕ້ານການກຽດຊັງຄົນເອເຊຍ ໃນວັນເສົາ ວັນທີ 27 ມີນາ, 2021
ຄົນລາວ-ອາເມຣກັນ ແລະເຊື້ອສາຍເອເຊຍກຸ່ມອື່ນໆໃນລັດຄາລິຟໍເນຍ ເຂົ້າຮ່ວມການປະທ້ວງຕ້ານການກຽດຊັງຄົນເອເຊຍ ໃນວັນເສົາ ວັນທີ 27 ມີນາ, 2021

ດ້ວຍຄວາມຮັກ ແລະເປັນຫ່ວງຕໍ່ຄົນເຊື້ອສາຍເອເຊຍໂດຍສະເພາະແມ່ນຜູ້ເຖົ້າ ແລະເດັກນ້ອຍ ທ້າວຈີມມີ ບຸນແພງສີ, ຄົນຂັບລົດບັນທຸກສິນຄ້າທີ່ເມືອງແຊນ ໂຮເຊ, ທາງພາກເໜືອຂອງລັດຄາລິຟໍເນຍ ໄດ້ຕັດສິນໃຈຂໍພັກການໄດ້ເກືອບ 2 ເດືອນແລ້ວ ເພື່ອອອກເຄື່ອນໄຫວຕ້ານກັບກະແສ ການກໍ່ຄວາມຮຸນແຮງທີ່ເກີດມາຈາກຄວາມກຽດຊັງຄົນເອເຊຍ. ທໍາອິດລາວໄດ້ອອກໄປລາດຕະເວນໃນເຂດເມືອງຈີນ ແລະ ເມືອງຫວຽດນາມ ຫລື Little Saigon ຢູ່ໃນເມືອງໂອກແລນ ຂອງລັດຄາລິຟໍເນຍ. ລາວເວົ້າວ່າ ລາວເລີ້ມເຮັດແບບນີ້ຕັ້ງແຕ່ວັນທີ 4 ກຸມພາຜ່ານມາ. ຕອນທໍາອິດ ກໍມີແຕ່ລາວຄົນດຽວ ແຕ່ຕໍ່ມາກໍມີຫລາຍຄົນເພີ້ມຂຶ້ນ ເຂົ້າໄປເຮັດນໍາກັນກັບລາວ ແລະດຽວນີ້ກໍກາຍເປັນທີມໃຫຍ່ ແລະຕົ້ນຕໍແມ່ນຮວມມີຄົນເຊື້ອສາຍລາວ ແລະກໍາປູເຈຍ.

ທ້າວ ຈີມມີ (ໝວກດໍາ) ເຂົ້າຮ່ວມການຊຸມນຸມປະທ້ວງເພື່ອຄວາມເປັນທໍາຂອງຄົນໄທຜູ້ສູງອາຍຸຄົນນຶ່ງທີ່ຖືກຄົນທໍາຮ້າຍຮ່າງກາຍໃນເດືອນກຸມພາ, ໃນເມືອງໂອກແລນ, ຄາລິຟໍເນຍ
ທ້າວ ຈີມມີ (ໝວກດໍາ) ເຂົ້າຮ່ວມການຊຸມນຸມປະທ້ວງເພື່ອຄວາມເປັນທໍາຂອງຄົນໄທຜູ້ສູງອາຍຸຄົນນຶ່ງທີ່ຖືກຄົນທໍາຮ້າຍຮ່າງກາຍໃນເດືອນກຸມພາ, ໃນເມືອງໂອກແລນ, ຄາລິຟໍເນຍ

ນອກນັ້ນແລ້ວ ລາວກໍຍັງຂົ້າຮ່ວມການໂຮມຊຸມນຸມຕ່າງໆ ທີ່ຈັດຂຶ້ນໃນທຸກວັນທ້າຍສັບປະດາໃນເຂດໃກ້ຄຽງບ່ອນລາວຢູ່ ແລະ ມີຄົນເຂົ້າຮ່ວມໂດຍສະເລ່ຍປະມານ 400 ຄົນ ໃນແຕ່ລະຄັ້ງ. ກ່ອນອອກໄປໂຮມຊຸມນຸມທີ່ຈັດຢູ່ນອກເມືອງແຊນໂຮເຊ ລາວ ເລົ່າເຖິງຈຸດປະສົງຂອງການໂຮມຊຸມນຸມເຫລົ່ານັ້ນ ສູ່ຟັງວ່າ:

“ມັນເປັນການປະທ້ວງຕ້ານການກໍ່ອາຊະຍາກໍາຕ້ານຄົນເຊື້ອສາຍເອເຊຍ ສ່ວນ ໃຫຍ່ ກໍແມ່ນຮຽກຮ້ອງໃຫ້ຍຸຕິການກຽດຊັງຄົນເອເຊຍ ແລະຖ້າມີການປະທ້ວງ ຍາມໃດ ຂ້ອຍກໍໄປທຸກເທື່ອເພື່ອໃຫ້ການສະໜັບສະໜຸນ ແລະເປັນຜູ້ຕາງໜ້າ ຄົນເອເຊຍ. ຖ້າມີການໂຮມຊຸມນຸມຢູ່ໃສ ໃກ້ຫລືໄກ ຖ້າຂ້ອຍມີເວລາຂ້ອຍກໍໄປ ໂລດ.”

ດັ່ງທີ່ວີໂອເອໄດ້ສະເໜີໄປໃນອາທິດແລ້ວນີ້, ເຖິງແມ່ນວ່າຄົນອາເມຣິກັນເຊື້ອສາຍເອເຊຍ ເຄີຍໄດ້ປະສົບພົບພໍ້ກັບສະພາບທີ່ຖືກກຽດຊັງ ແລະຈໍາແນກເຊື້ອ ຊາດຜິວພັນມາແຕ່ດົນນານແລ້ວກໍຕາມ ແຕ່ວ່າການກໍ່ອາຊະຍາກໍາຕ້ານຄົນເອ ເຊຍໄດ້ເພີ້ມຂຶ້ນເກືອບຮອດ 150 ເປີເຊັນ ໃນຕົວເມືອງໃຫຍ່ໆ ເຊັ່ນນິວຢອກ ແລະນະຄອນໃຫຍ່ຕ່າງໆໃນລັດຄາລິຟໍເນຍ ນປີກາຍນີ້ ຫລັງຈາກມີການລະບາດຂອງພະຍາດໂຄວິດ-19. ຄົນເຊື້ອສາຍລາວ ສ່ວນໃຫຍ່ ກໍເປັນຄົນບໍ່ຄ່ອຍກ້າອອກມາສະແດງການຄັດຄ້ານຕໍ່ສິ່ງໃດທີ່ຕົນບໍ່ເຫັນດີນໍາຢ່າງເປີດແປນ. ແຕ່ວ່າ ໃນສະຫະລັດທີ່ປົກຄອງດ້ວຍລະບົບປະຊາທີປະໄຕພວກຜູ້ນໍາກໍຈະບໍ່ຮູ້ຈັກບັນຫາຂອງປະຊາຊົນໃນເຂດປົກຄອງຂອງຕົນເອງຖ້າຫາກບໍ່ມີໃຜອອກມາຄັດຄ້ານຕໍ່ສິ່ງທີ່ກໍາລັງເກີດຂຶ້ນຢູ່ນັ້ນ. ແລ້ວພວກເພິ່ນກໍມັກຈະນໍາເອົາແຕ່ບັນຫາ ຂອງກຸ່ມທີ່ອອກປາກອອກສຽງດັງທີ່ສຸດເທົ່ານັ້ນ ໄປພິຈາລະນາ. ສະນັ້ນ ທ້າວ ຈີມມີ ມີຄວາມຄິດວ່າ ຢາກນໍາພາຂະບວນການນີ້ໃຫ້ກ້າວຂຶ້ນໄປອີກລະດັບນຶ່ງ ແລະໃນທີ່ສຸດໃຫ້ໄດ້ຍິນຮອດທໍານຽບຂາວ. ໃນວັນທີ 3 ເມສາ ທີ່ຈະມາ ເຖິງນີ້ ທ້າວຈີມມີກໍມີແຜນທີ່ຈະເປັນຜູ້ຈັດການໂຮມຊຸມນຸມ ຂະໜາດ ໃຫຍ່ຊຶ່ງເປັນ ຄັ້ງທໍາອິດທີ່ຈັດຕັ້ງໂດຍລາວເອງ ແລະໃຫ້ຄົນ ທີ່ເຂົ້າຮວ່ມໄປຊື້ເຄື່ອງ ຢູ່ໃນເຂດ ເມືອງຈີນ ແລະເມືອງຫວຽດນາມ ຫລື Little Sigon.

ເບິ່ງວີດິໂອການລາດຕະເວນຂອງທ້າວຈິມມີກັບໝູ່ເພື່ອນໃນເຂດເມືອງຈີນຂອງເມືອງໂອກແລນ (ເປັນພາສາອັງກິດ)

XS
SM
MD
LG