ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜຸ່ມລາວ-ອາເມຣິກັນ ນໍາພາການປະທ້ວງ ຕ້ານກະແສຟອງ ກໍ່ຄວາມຮຸນແຮງຍ້ອນຄວາມກຽດຊັງຄົນເອເຊຍ ຂຶ້ນ


ການໂຮມຊຸມນຸມຕໍ່ຕ້ານການຈໍາແນກຜິວພັນ ຕໍ່ຄົນເອເຊຍທີ່ ເມືອງໂອກແລນ, ລັດຄາລິຟໍເນຍ ໃນວັນເສົາ, ວັນທີ 3 ເມສາ, 2021

ທ້າວຈີມມີ ບຸນແພງສີ, ຄົນຂັບລົດບັນທຸກສິນຄ້າທີ່ເມືອງແຊນໂຮເຊ ໄດ້ເປັນຜູ້ ນໍາພາຈັດຕັ້ງການໂຮມຊຸມນຸມຂຶ້ນໃນຕອນບ່າຍຂອງວັນເສົາທີ 3 ເມສາຜ່ານມາ ນີ້ໂດຍມີຄົນເຂົ້າຮ່ວມຢ່າງໜ້ອຍ 500 ຄົນ. ການໂຮມຊຸມນຸມເພື່ອອອກປາກອອກສຽງຕ້ານກັບກະແສຟອງຂອງການກໍ່ຄວາມຮຸນແຮງຍ້ອນຄວາກຽດຊັງຄົນເອເຊຍມີຂຶ້ນຢູ່ໃນສວນສາທາລະນະແຫ່ງນຶ່ງໃນຄຸ້ມຄົນຈີນ ຫຼື China Town ທີ່ນະຄອນໂອກແລນບ່ອນທີ່ມີເຫດການກໍ່ຄວາມຮຸນແຮງຕໍ່ຄົນເອເຊຍເກີດຂຶ້ນ ເລື້ອຍໆ ຢູ່ເຂດພາກເໜືອຂອງລັດຄາລິຟໍເນຍນັ້ນ. ທ້າວຈີມມີ ຜູ້ໄດ້ອອກເຄື່ອນໄຫວຕ້ານກັບສະພາບການນີ້ຢ່າງຫ້າວຫັນ ມາໄດ້ 2 ເດືອນແລ້ວ ແລະຜູ້ນໍາພາ ການເດີນ ຂະບວນຄັ້ງນີ້ ເລົ່າເຖິງລາຍລະອຽດກ່ຽວກັບການໂຮມຊຸມນຸມ ນັ້ນສູ່ຟັງວ່າ:

“ການໂຮມຊຸມນຸມແມ່ນດີຫລາຍ ມັນມີພະລັງຫລາຍ. ພວກເຮົາກ່າວຄໍາ ປາໄສ, ພວກເຮົາສະແດງດົນຕີ, ຟ້ອນ, ເຕັ້ນ, ພວກເຮົາເດີນຂະບວນ, ພວກເຮົາເວົ້າ ກ່ຽວກັບຜູ້ໄດ້ຮັບເຄາະຮ້າຍ, ພວກເຮົາໃຫ້ເດັກນ້ອຍ ອອກມາເວົ້ າກ່ຽວກັບປະ ສົບການຂອງເຂົາເຈົ້າ, ພວກເຮົາໃຫ້ຄົນອອກມາເວົ້າ ກ່ຽວກັບປະສົບການທີ່ບໍ່ດີ ທີ່ເຂົາເຈົ້າເຄີຍພົບພໍ້ມາ. ພວກເຮົາມີຄົນມາຈາກຫລາຍຊົນຊາດ ແລະຊົນເຜົ່າ. ຄົນໃນແຕ່ລະຊົນເຜົ່າຖືທຸງທີ່ຕາງໜ້າໃຫ້ຊົນເຜົ່າຂອງຕົນເຂົ້າມາຮ່ວມ ເພື່ອໃຫ້ຮູ້ວ່າເຂົາເຈົ້າມາແຕ່ປະເທດໃດ, ທຸກຄົນແມ່ນມີທຸງ. ຂ້ອຍເອງກໍມີທຸງຂອງຂ້ອຍ. ພວກເຮົາຍ່າງໄປຕາມຄຸ້ມຄົນຈີນຢູ່ ໄປຫາຖະໜົນໂບຣດເວ ແລະໄປຫາ ຖະໜົນໃຫຍ່ເພື່ອໃຫ້ຄົນຮູ້ວ່າພວກເຮົາອອກມາໂຮມກັນຢູ່ທີ່ນັ້ນ ພວກເຮົາຫຼາຍ ຄົນພາກັນຍ່າງ ໄປຕາມຖະໜົນຫົນທາງເປັນເວາດົນນານ.”

ທ. ຈິມມີ, ຜູ້ນໍາພາການປະທ້ວງຕໍ່ຕ້ານການກໍ່ອາຊະຍາກໍຍ້ອນຄວາມກຽດຊັງຄົນນເອເຊຍຢູ່ ນ.ຄ. ໂອກແລນ, ຄາລິຟໍເນຍ
ທ. ຈິມມີ, ຜູ້ນໍາພາການປະທ້ວງຕໍ່ຕ້ານການກໍ່ອາຊະຍາກໍຍ້ອນຄວາມກຽດຊັງຄົນນເອເຊຍຢູ່ ນ.ຄ. ໂອກແລນ, ຄາລິຟໍເນຍ

ຜູ້ທີ່ຮ່ວມຈັດຕັ້ງການໂຮມຊຸມນຸມນີ້ສ່ວນຫລາຍແມ່ນຄົນອາເມຣິກັນເຊື້ອສາຍເອເຊຍ ແລະໃນນັ້ນກໍມີຄົນເຊື້ອສາຍລາວມາຈາກເມືອງຕ່າງໆ ເຂົ້າຮ່ວມນໍາປະມານ 50 ກວ່າຄົນ, ອີງຕາມທ້າວຈິມມີ.

ໃນສະຫະລັດທີ່ປົກຄອງດ້ວຍລະບົບປະຊາທີປະໄຕນັ້ນການເດີນຂະບວນຢ່າງສະຫງົບເຊັ່ນນີ້ເປັນການອອກປາກອອກສຽງໃຫ້ບັນດາຜູ້ນໍາແລະເຈົ້າໜ້າທີ່ປົກຄອງທັງໃນຂັ້ນທ້ອງຖິ່ນ ແລະຂັ້ນລັດຖະບານກາງຕະຫລອດຮອດຄົນໃນສັງຄົມທົ່ວໄປຮູ້ກ່ຽວກັບບັນຫາຄວາມປອດໄພທີ່ປະຊາຄົມອາເມຣິກັນເຊື້ອສາຍເອເຊຍປະເຊີນຢູ່. ທ້າວຈິມມີບອກວ່າ ເຖິງມັນຈະບໍ່ແມ່ນການໂຮມຊຸມນຸມຕ້ານການກະທໍາຮຸນແຮງຕໍ່ຄົນເຊື້ອສາຍເອເຊຍທີ່ໃຫຍ່ທີ່ສຸດໃນສະຫະລັດກໍຕາມ ແຕ່ກໍຖືໄດ້ວ່າເປັນການໂຮມຊຸມນຸມທີ່ສົ່ງສຽງອັນດັງກ້ອງທີ່ສຸດຢູ່ໃນລັດດັ່ງກ່າວ ເພາະມັນດຶງດູດເອົາຄວາມສົນໃຈຂອງຄົນມາຈາກຫລາຍໆ ຊົນຊາດຊົນເຜົ່າ ເຂົ້າຮ່ວມ.

XS
SM
MD
LG