ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນຫາຄ້າງຄາລະຫວ່າງ ສຫລ ກັບລາວ ເລື້ອງເນລະເທດຄົນກັບບ້ານ ມີຜົນກະທົບຕໍ່ຜູ້ທີ່ຮັບປະກັນເອົາຄອບຄົວ ຢູ່ລາວ


ກາຈໍ້າວີຊາເຂົ້າສະຫະລັດໃສ່ປັສປອດຂອງຄົນຕ່າງປະເທດຄົນນຶ່ງ ທີ່ເຂົ້າມາສະຫະລັດຜ່ານດ່ານກວດຄົນເຂົ້າເມືອງໃນນະຄອນລອສ ແອຈເຈີລີສ
ກາຈໍ້າວີຊາເຂົ້າສະຫະລັດໃສ່ປັສປອດຂອງຄົນຕ່າງປະເທດຄົນນຶ່ງ ທີ່ເຂົ້າມາສະຫະລັດຜ່ານດ່ານກວດຄົນເຂົ້າເມືອງໃນນະຄອນລອສ ແອຈເຈີລີສ

ເປັນເວລາ ປີກວ່າແລ້ວທ້າວໂກ້ ຍົດສະຫງ່າ ໄດ້ແຕ່ຄອງຄອຍຖ້າວັນເວລາ ທີ່ຈະໄດ້ເຫັນໜ້າເມຍ ແລະລູກ 3 ຄົນ ຂອງຕົນ ທີ່ຍັງລໍຖ້າຂັ້ນຕອນສຸດທ້າຍ ຂອງການຂໍວີຊາມາຢູ່ສະຫະລັດຢ່າງຖາ ວອນ. ແຕ່ດັ່ງໄດ້ລາຍງານໄປເມື່ອກາງ ເດືອນເມສາຜ່ານມາວ່າໄດ້ມີການຂະຫຍາຍການຈໍາກັດວີຊາເປັນຂັ້ນທີ ສອງບໍ່ ໃຫ້ຄົນຈາກລາວທີ່ເປັນປະເທດນຶ່ງທີ່ບໍ່ຍອມຮັບເອົາພວກຄົນລາວທີ່ໄດ້ຮັບຄຳສັ່ງໃຫ້ເນລະເທດກັບຄືນບ້ານຕົນ, ຊຶ່ງທາງລັດຖະບານສະຫະລັດ ພວມກົດດັນໃຫ້ລາວລົງນາມໃນຂໍ້ຕົກລົງຮັບເອົາພວກທີ່ຢູ່ໃນຖານະຖືກສົ່ງອອກຈາກປະເທດກັບຄືນບ້ານເກີດ ແລະຈົນຮອດດຽວນີ້ ກໍຍັງບໍ່ມີທ່າທີວ່າ ຈະມີ ການຕົກລົງກັນໄດ້ເລີຍ. ສະພາບການດັ່ງກ່າວບໍ່ພຽງແຕ່ສົ່ງຜົນກະທົບຕໍໍ່ບຸກຄົນ ແລະຄອບຄົວທີ່ມີ ອ້າຍນ້ອງ ຫລືພໍ່ ຫລືແມ່ ຢູ່ໃນບັນຊີຂອງຄົນລໍຖ້າ ຫລາຍພັນຄົນ ທີ່ຈະຖືກເນລະເທດໄປລາວເທົ່ານັ້ນ ມັນຍັງເຮັດໃຫ້ຫລາຍ ຮ້ອຍຄົນທີ່ຮັບປະກັນເອົາຄົນໃນຄອບຄົວ ເຊັ່ນລູກ, ເມຍ ຫລືຜົວ, ພໍ່ແມ່ ແລະ ຄູ່ໝັ້ນທີ່ຍັງຄ້າງຢູ່ລາວ ກວ່າ 200 ຄົນນັ້ນ ແມ່ນມີຄວາມເປັນຫ່ວງ ແລະມີຄວາມຫວັງໜ້ອຍລົງທີ່ຈະໄດ້ຢູ່ກັບຄອບຄົວຢ່າງພ້ອມພຽງຮຽງໜ້າກັນ

ທ່ານໂກ້ ຍົດອາສາ ອາຍຸ ປະມານ 50 ປີ ທີ່ໄດ້ສັນຊາດອາເມຣິກັນ ຈາກນະຄອນ ຊາກຣາແມນໂຕ, ເມືອງເອກຂອງລັດຄາລິຟໍເນຍ ກໍນອນຢູ່ໃນ ກຸ່ມຄົນທີ່ໄດ້ຮັບອັປະໂຫຍດ. ທ່ານບອກວ່າຫລັງຈາກໄດ້ຍື່ນເອກະສານດ້ານຄົນເຂົ້າເມືອງຂອງສະຫະລັດເພື່ອຮັບປະກັນເອົາພັນລະຍາ ແລະລູກ 3 ຄົນ ມາໄດ້ປີກວ່າແລ້ວ ພັນລະຍາ ແລະ ລູກໆ ກໍຢູ່ໃນຂັ້ນຕອນສຸດທ້າຍຂອງການຂໍວີຊາເຂົ້າມາຢູ່ສະຫະລັດ ແບບຖາວອນ ຊຶ່ງກໍຄືລໍເຂົ້າສໍາພາດຢູ່ສະຖານທູດສະຫະລັດປະຈໍາລາວ ເທົ່ານັນ. ແຕ່ທັງທ່ານ ແລະລູກເມຍ ກໍໄດ້ແຕ່ຄອງຄອຍ ດັ່ງທ່ານເປີດເຜີຍສູ່ ວີໂອເອຟັງວ່າ:

ຕໍ່ເຫດການດັ່ງກ່າວທ່ານເລົ່າເຖິງຄວາມຮູ້ສຶກສູ່ຟັງຕື່ມວ່າ:

ທ້າມກາງການລະບາດຢ່າງໜັກຂອງພະຍາດໂຄວິດ-19 ໃນສະຫະລັດຢູ່ນີ້ ແລະມາດຕະການເຄັ່ງຄັດກ່ຽວຂ້ອງກັບການລະບາດຂອງໂຄວິດ-19 ໃນການເຂົ້າລາວ ທ່ານໂກກໍບໍ່ສາມາດໄປ ຫາຄອບຄົວຢູ່ລາວໄດ້ ຈຶ່ງເຮັດໃຫ້ທ່ານມີຄວາມກັງວົນໃຈຫລາຍ.

XS
SM
MD
LG