ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ວັນດີ ປັນຍາວົງ ຄົນຂັບລົດໂດຍສານ Lyft ໃນເຂດນະຄອນຫຼວງ ວໍຊິງຕັນ ດີຊີ


ຄົນຜູ້ນຶ່ງຍ່າງຜ່ານປ້າຍ ລົດໂດຍສານ Uber ແລະ Lyft ຢູ່ສະໜາມບິນສາກົນ Logan ທີ່ນະຄອນ ບອສຕັນ, ແມສຊາຈູເຊັດສ໌, ວັນທີ 9 ກຸມພາ 2021.
ຄົນຜູ້ນຶ່ງຍ່າງຜ່ານປ້າຍ ລົດໂດຍສານ Uber ແລະ Lyft ຢູ່ສະໜາມບິນສາກົນ Logan ທີ່ນະຄອນ ບອສຕັນ, ແມສຊາຈູເຊັດສ໌, ວັນທີ 9 ກຸມພາ 2021.

ຢູ່ໃນສະຫະລັດ ໂດຍສະເພາະຢູ່ໃນໂຕເມືອງໃຫຍ່ແມ່ນມີລະບົບຂົນສົ່ງຜູ້ໂດຍ ສານເດີນ
ທາງໄປມາແຕ່ລະວັນດ້ວຍຫຼາຍວິທີ ເຊັ່ນວ່າລົດສ່ວນໂຕລົດເມ, ລົດ ແທັກຊີ, ລົດໄຟເທິງ
ໜ້າດິນ ແລະລົດໄຟໃຕ້ດິນ. ລົດໂດຍສານອູເບີ (Uber) ແລະລິຟ (Lyft) ກໍແມ່ນການຂົນ
ສົ່ງທີ່ເປັນອີກທາງເລືອກອັນນຶ່ງສຳລັບຜູ້ເດີນທາງ ຊຶ່ງກຳລັງເປັນທີ່ນິຍົມ ແລະສ້າງລາຍ
ໄດ້ດີພິເສດທັງໃຫ້ບໍລິສັດ ແລະຜູ້ຂັບລົດ. ທ່ານວັນດີ ປັນຍາວົງ ກໍເປັນຜູ້ຄົນຂັບລົດໂດຍ
ສານລິຟຄົນນຶ່ງ ຢູ່ໃນເຂດ ນະຄອນຫຼວງວໍຊິງຕັນທີ່ສ້າງລາຍໄດ້ສູງສົມຄວນຈາກການ
ປະກອບອາຊີບນີ້ ຊຶ່ງ ເລົ່າສູ່ຟັງວ່າ:

ລິງໂດຍກົງ

ໃນ​ການ​ຂົນ​ສົ່ງ​ແບບນີ້ ອູເບີ (Uber) ແລະລິຟ (Lyft) ແມ່ນໃຫ້ຜູ້ຂັບລົດ ໃຊ້ລົດສ່ວນໂຕ
ໄປບໍລິການຄົນໂດຍສານ ສ່ວນບໍລິສັດແມ່ນເປັນຜູ້ບໍລິການ ດ້ານເທັກນິກໃຫ້ແກ່ຜູ້ຂັບລົດ
ເຊັ່ນວ່າຕິດ ຕັ້ງເຄື່ອງອຸບປະກອນສື່ສານ ບອກເສັ້ນທາງໃຫ້ໄປຮັບ ແລະສົ່ງຄົນໂດຍສານ
ຢູ່ໃສ ເປັນຜູ້ຍິງ ຫຼືຜູ້ຊາຍ ແລະມີຮູບຮ່່າງແນວໃດ. ໃນຂະນະດຽວກັນຜູ້ໂດຍສານກໍຈະໄດ້
ຮັບລາຍ ລະອຽດຢູ່ໃນໂທລະສັບວ່າແມ່ນລົດຊະນິດໃດ? ສີຫຍັງ ແລະຊື່ຜູ້ຂັບແມ່ນຫຍັງ.
ໃນການຂັບລົດໂດຍສານອູເບີ ແລະລິຟນີ້ຜູ້ຂັບລົດສາມາດເຮັດວຽກໄດ້ຕາມວັນເວລາທີ່
ຕົນຊອບ ຊຶ່ງອາດຈະເລືອກເຮັດໃນຕອນເຊົ້າ ຫຼືຕອນແລງ ຫລືຕອນໃດກໍໄດ້ໃນ 24 ຊົ່ວ
ໂມງຂອງມື້ນຶ່ງ.

XS
SM
MD
LG