ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມ ເຊື້ອສາຍລາວ ເວົ້າເຖິງແບບຢ່າງອັນດີ ຂອງ ທ.ນ. ກິນສເບີກ, ຜູ້ພິພາກສາທີ່ເສຍຊີວິດໄປ


ທ.ນ. ຣູດ ເບເດີ ກິນສ໌ເບີກ ຜູ້ພິພາກສາໃນສານສູງສຸດຂອງສະຫະລັດ, ອາຍຸ 87 ປີ ກ່າວຄໍາປາໄສໃນວັນຄົບຄອບ 100 ປີ ຂອງການດັດແກ້ລັດຖະທໍາມະນູນ ຄັ້ງທີ 19 ທີ່ສູນກົດໝາຍຂອງມະຫາວິທະຍາໄລ Georgetown ໃັນວັນທີ 10 ກຸມພາ, 2020 ຕອນທີ່ທ່ານນາງຍັງມີຊີວິດຢູ່. ທ່ານນາງເສຍຊີວິດໄປໃນວັນສຸກຜ່ານມາ.
ທ.ນ. ຣູດ ເບເດີ ກິນສ໌ເບີກ ຜູ້ພິພາກສາໃນສານສູງສຸດຂອງສະຫະລັດ, ອາຍຸ 87 ປີ ກ່າວຄໍາປາໄສໃນວັນຄົບຄອບ 100 ປີ ຂອງການດັດແກ້ລັດຖະທໍາມະນູນ ຄັ້ງທີ 19 ທີ່ສູນກົດໝາຍຂອງມະຫາວິທະຍາໄລ Georgetown ໃັນວັນທີ 10 ກຸມພາ, 2020 ຕອນທີ່ທ່ານນາງຍັງມີຊີວິດຢູ່. ທ່ານນາງເສຍຊີວິດໄປໃນວັນສຸກຜ່ານມາ.

ທ່ານນາງ ຣູດ ເບເດີ ກິນສ໌ເບີກ (Ruth Bader Ginsburg), ຜູ້ພິພາກສາໃນສານສູງສຸດຂອງສະຫະລັດ ທີ່ເສຍຊີວິດໄປ ໃນວັນສຸກແລ້ວນີ້ ແມ່ນແມ່ຍິງ ທີ່ມີປະຫວັດມາຈາກຊົນກຸ່ມນ້ອຍທີ່ເຄີຍຖືກຈໍາແນກເຊື້ອຊາດມາໃນຕອນຍັງໜຸ່ມໃນຊຸມປີ 1940 ແຕ່ມີຜົນສໍາເລັດສູງ. ທ່ານນາງເປັນແມ່ຍິງ ເຊື້ອສາຍຢິວຄົນ ທໍາອິດ ແລະກໍເປັນແມ່ຍິງອາເມຣິກັນຄົນທີສອງ ທີ່ໄດ້ໄປດໍາລົງ ຕໍາແໜ່ງເປັນ ຜູ້ພິພາກສາ ໃນສານສູງສຸດຂອງສະຫະລັດ ຊຶ່ງໄດ້ເຮັດໃຫ້ທ່ານນາງ ຈັນພອນ ສິລະປະໄຊ ຮູ້ສຶກເຫລື້ອມໃສແລະໄດ້ຮັບແຮງບັນດານໃຈຈາກທ່ານນາງຫລາຍ ໃນທຸກດ້ານເລີຍ. ທ່ານນາງຈັນພອນ ທີ່ເປັນທັງທະນາຍຄວາມຜູ້ໜຸ່ມນ້ອຍ ມາຈາກຊົນເຜົ່າສ່ວນນ້ອຍ, ເປັນແມ່ທີ່ລ້ຽງລູກນ້ອຍ, ເປັນລູກສາວທີ່ຕ້ອງດູແລ ພໍ່ແມ່ ແລະແມ່ຕູ້ ທີ່ອາໄສຢູ່ນໍາທ່ານນາງຕາມປະເພນີລາວອີກດ້ວຍ ບອກວ່າ ທ່ານນາງກິນສເບີກ ເປັນແບບຢ່າງທີ່ດີໃຫ້ແກ່ຕົນເອງ ຊຶ່ງທ່ານກ່າວຕໍ່ວີໂອເອວ່າ:

“ໃນນາມທີ່ເປັນແມ່ຄົນນຶ່ງຂ້ອຍໄດ້ຮັບແຮງບັນດານໃຈຈາກທ່ານນາງ. ທ່ານນາງ ເອົາໃຈໃສ່ຕໍ່ທຸກຢ່າງທຸກຄົນໃຫ້ດີທີ່ສຸດ. ທີ່ດີໜ້າອັດສະຈັນຊື່ນຊົມກໍຄື ສິ່ງທີ່ພວກ ເຮົາເອີ້ນວ່າ ການຈັດສັນປັນສ່ວນໃຫ້ກໍ້າເກິ່ງກັນລະຫວ່າງການເຮັດວຽກກັບການ ໃຊ້ຊີວິດສ່ວນຕົວ ແຕ່ວ່າສໍາລັບຄົນແລ້ວບໍ່ແມ່ນເລື້ອງແບ່ງເວລາໃຫ້ກໍ້າເກິ່ງກັນ ປານໃດ ເພາະທີ່ຈິງແລ້ວ ເຮົາບໍ່ມີຄໍາວ່າກໍ້າເກິ່ງດອກ ເຈົ້າຕ້ອງຕີຫລົບທົບໄດ້ ແມ່ນບໍ່? ເຈົ້າຕ້ອງເປັນແມ່, ເຈົ້າຕ້ອງເປັນທະນາຍຄວາມ, ເຈົ້າຍັງຕ້ອງເປັນລູກ ສາວທີ່ດີ, ເຈົ້າຕ້ອງໄດ້ເຮັດທຸກສິ່ງທຸກຢ່າງທີ່ເວົ້າມານີ້ ແລ້ວທ່ານນາງໄດ້ສະ ແດງໃຫ້ພວກເຮົາເຫັນແທ້ໆວ່າທ່ານນາງເຮັດແນວນັ້ນ ໃນຂະນະທີ່ເຂົ້າຮຽນຢູ່ ໃນໂຮງຮຽນກົດໝາຍ. ຢູ່ໃນປຶ້ມກ່ຽວກັບປະຫວັດຕອນນຶ່ງຂອງທ່ານນາງນັ້ນ ທ່ານນາງໄດ້ເວົ້າ ເຖິງຊີວິດຂອງທ່ານນາງເອງ. ເນື່ອງຈາກວ່າທ່ານນາງ ມີລູກຜູ້ ທໍາອິດກ່ອນເຂົ້າຮຽນໃນໂຮງຮຽນກົດໝາຍ ວິທີທີ່ເຮັດໃຫ້ທ່ານນາງ ມີຜົນສໍາ ເລັດສູງທີ່ສຸດຢູ່ໃນໂຮງຮຽນກົດໝາຍກໍຄື ການມີວິໄນກັບຕົນເອງຫລາຍທີ່ສຸດ ໃນເລື້ອງການຮຽນ, ການເຮັດວຽກ ທ່ານນາງລ້ວນແຕ່ມີສະຕິ. ເວລາໃດທີ່ທ່ານ ນາງຢູ່ກັບລູກຂອງຕົນເອງ ທ່ານນາງ ກໍເອົາໃຈໃສ່ໃຊ້ເວລາກັບລູກຢ່າງເຕັມ ຮ້ອຍເປີເຊັນເລີຍ, ເມື່ອໃດທ່ານນາງ ເຮັດວຽກ ຫລືຮຽນໜັງສື ທ່ານນາງກໍ ສຸມຈິດໃຈໃສ່ອັນນັ້ນ 100 ເປີເຊັນເລີຍ. ແລະຂ້າພະເຈົ້າຄິດວ່າ ຕົນເອງໃນ ນາມທີ່ເປັນນັກກົດໝາຍໜຸ່ມນ້ອຍ ໃນຕອນທີ່ຂ້າ ພະເຈົ້າໄປເຂົ້າໂຮງຮຽນກົດ ໝາຍນັ້ນ ໄດ້ຍິນ ແລະອ່ານກ່ຽວກັບທ່ານນາງແລ້ວ ແມ່ນໄດ້ບົດຮຽນຢ່າງ ຫລວງຫລາຍວ່າ ຖ້າເຮົາຢາກປະສົບຜົນສໍາເລັດ ຄວາມຫລົ້ມແຫລວ ບໍ່ໄດ້ ເປັນສິ່ງທີ່ບົ່ງບອກວ່າເຈົ້າຕ້ອງເປັນຄົນແບບນັ້ນ ຕະຫລອດໄປ, ມີຫລາຍຄັ້ງ ເຈົ້າຕ້ອງໄປສານ, ເຈົ້າຈະຖືກປະຕິເສດ ແຕ່ວ່າມັນ ເປັນພະລັງທີ່ວ່າ ທີ່ຈິງແລ້ວ ຊ່ວຍຍົກໂຕເຈົ້າເອງຂຶ້ນມາ ແລະຮູ້ວ່າ ການຖືກ ຄົນເວົ້າໃຫ້ວ່າເຈົ້າບໍ່ດີພໍ, ເຈົ້າ ບໍ່ສົມສິ່ງເຫລົ່ານັ້ນ ບໍ່ໄດ້ບົ່ງບອກເຖິງ ຄວາມສາມາດຂອງເຈົ້າໃນການທີ່ຈະກໍໃຫ້ ເກີດການປ່ຽນແປງສໍາລັບຄົນອື່ນ ຄົນທີ່ເກີດໃໝ່ໃຫຍ່ລຸນເຈົ້າ ແລະມັນເປັນ ເລື້ອງສໍາຄັນຫລາຍສໍາລັບຄົນລຸ້ນໜຸ່ມ ໂດຍສະເພາະແມ່ນແມ່ຍິງທີ່ໜຸ່ມ, ແມ່ຍິງ ທີ່ມີລູກນ້ອຍ ທີ່ໄດ້ຍິນວ່າ ໃຜຜູ້ນຶ່ງທີ່ສາມາດ ເຂົ້າໄປເຮັດວຽກຢູ່ໃນສານສູງສຸດ ຊຶ່ງເປັນສານທີ່ສູງ ທີ່ສຸດ ຢູ່ເທິງແຜ່ນດິນນີ້ໄດ້. ”

ການເປັນຜູ້ນຳສຽງສ່ວນນ້ອຍຫົວກ້າວໜ້າຂອງສານສູງສຸດ, ພ້ອມກັບວຽກງານຂອງທ່ານນາງທີ່ສະແຫວງຫາຄວາມສະເໝີພາບທາງກົດໝາຍສຳລັບແມ່ຍິງແລະເດັກຍິງໃນທຸກດ້ານຂອງຊີວິດຊາວອາເມຣິກັນ ກ່ອນທີ່ຈະກາຍມາເປັນຜູ້ພິພາກສາ, ໄດ້ເຮັດໃຫ້ທ່ານນາງກິນສເບີກເປັນສັນຍາລັກດ້ານວັດທະນະທຳ ແລະປະຜົນ ງານໄວ້ໃຫ້ຄົນລຸ້ນໃໝ່ໄດ້ຊື່ນຊົມ ໂດຍສະເພາະແມ່ນແມ່ຍິງໃນສະຫະລັດ ຊຶ່ງທ່ານນາງຈັນພອນກ່າວເຖິງຜົນງານອັນຍິ່ງໃຫຍ່ໃນດ້ານຄວາມ ສະເໝີພາບຂອງແມ່ຍິງທີ່ທ່ານນາງກິສເບີກສ້າງໄວ້ວ່າ:

“ເມື່ອເຈົ້າຄິດເບິ່ງວ່າ ທຸກມື້ນີ້ ປີ 2020, ທີ່ຈິງແລ້ວແມ່ຍິງສາມາດມີເຮືອນເປັນ ຂອງຕົນ, ພວກເຮົາສາມາດເປີດບັນຊີໃນທະນາຄານ, ພວກເຮົາສາມາດເຮັດ ທຸກ ສິ່ງທຸກຢ່າງເຫລົ່ານີ້ໄດ້ຢ່າງເສລີ ໂດຍບໍ່ຕ້ອງໃຫ້ພໍ່, ນ້ອງຊາຍ, ອ້າຍ ຫລືສາມີ ເຊັນອະນຸຍາດ, ພວກເຮົາຕ້ອງຄິດເຫັນຄຸນງາມຄວາມດີຂອງທ່ານນາງ ກິສເບີສ ສໍາລັບເລື້ອງນີ້. ທ່ານນາງເປັນຜູ້ທໍາອິດທີ່ນໍາເອົາຄະດີທາງກົດໝາຍຍື່ນ ຂຶ້ນໄປຫາສານສູງສຸດ ກ່ຽວກັບການປະຕິບັດແບບສະເໝີພາບຕໍ່ແມ່ຍິງທຸກຄົນ. ຖ້າບໍ່ມີ ທ່ານນາງພວກ ເຮົາກໍຈະບໍ່ມາຮອດໜີ້ໄດ້.”

ສະນັ້ນແລ້ວ ທ່ານນາງຈັນພອນບອກວ່າສໍາລັບທະນາຍຄວາມທີ່ບໍ່ແມ່ນຄົນຜິວ ຂາວເກືອບໝົດທຸກຄົນແລ້ວ ເຫັນວ່າ ທ່ານນາງກິນສເບີກເປັນຕົວແບບ, ເປັນວິລະຊົນ ແລະເປັນຜູ້ສ້າງມູນເຊື້ອອັນດີງາມໄວ້. ແລະສິ່ງທີ່ທ່ານນາງຊື່ນຊົມ ແລະຍ້ອງຍໍທ່ານ ນາງກິນສເບີກຫລາຍທີ່ສຸດກໍແມ່ນຄວາມພະຍາຍາມ ຂອງທ່ານນາງໃນການກໍ່ ຕັ້ງສະຫະພັນສິດເສລີພາບຂອງພົນລະເມືອງອາເມຣິກັນຫລື ACLU ຊຶ່ງລວມ ທັງໂຄງການສິດທິຂອງແມ່ຍິງ ຢູ່ໃນສະຫະພັນນີ້ ແລະ ທ່ານນາງຈັນພອນເອງ ກໍເປັນສະມາຊິກຜູ້ນຶ່ງ ໃນຄະນະກໍາມະການ ACLU ຂອງລັດອໍເຣກອນ.

XS
SM
MD
LG