ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍຄູຊັ້ນອະນຸບານ ຄົນອາເມຣິກັນ ເຊື້ອສາຍລາວ ກ່າວວ່າ ນາຍຄູຄວນສັກຢາວັກຊີນ ເພື່ອປ້ອງກັນຕົນເອງ ແລະພວກນັກຮຽນ


ທ່ານນາງ ດີນາ ໄພຣສ໌ ຄົນລາວອາເມກຣິກັນ ເປັນນາຍຄູຊັ້ນອະນຸບານ ຢູ່ໃນລັດມິຊິແກັນ ພ້ອມດ້ວຍສາມີ ແລະລູກຂອງທ່ານນາງ ຊຶ່ງເພິ່ນໄດ້ສັກຢາວັກຊີນຂອງຟາຍເຊີ (Pfizer) ສອງເຂັມຕັ້ງແຕ່ຫົວທີ.
ທ່ານນາງ ດີນາ ໄພຣສ໌ ຄົນລາວອາເມກຣິກັນ ເປັນນາຍຄູຊັ້ນອະນຸບານ ຢູ່ໃນລັດມິຊິແກັນ ພ້ອມດ້ວຍສາມີ ແລະລູກຂອງທ່ານນາງ ຊຶ່ງເພິ່ນໄດ້ສັກຢາວັກຊີນຂອງຟາຍເຊີ (Pfizer) ສອງເຂັມຕັ້ງແຕ່ຫົວທີ.

ໃນຂະນະທີ່ສົກຮຽນປີ 2021 ໄດ້ສິ້ນສຸດລົງ ໃນກາງເດືອນກໍລະກົດຜານມານີ້ ໃນລັດມິຊິແກັນ ບັນດາໂຮງຮຽນໃນທົ່ວປະເທດ ກໍກຳລັງພິຈາລະນາ ກ່ຽວກັບສົກຮຽນປີ 2021 ຫາ 2022 ວ່າ ຈະໃຫ້ພວກນັກຮຽນຈາກຊັ້ນອະນຸບານຈົນເຖິງມັດທະຍົມປາຍ ກັບຄືນໄປຮ່ຳຮຽນໃນໂຮງຮຽນຫຼືບໍ່ ທ່າມກາງການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ກໍຄືແດລຕາ ກຳລັງແຜ່ລະບາດຢ່າງໜັກ ໃນລັດຕ່າງໆຂອງສະຫະລັດຢູ່. ບັນດາໂຮງຮຽນໃນລັດມິຊິແກັນກໍໄດ້ສິດສອນພວກນັກຮຽນທັງຫຼາຍຢູ່ທາງໄກ ຫຼື remotely ສໍາລັບພໍ່ແມ່ຜູ້ປົກຄອງທີ່ຕ້ອງການເລືອກຢາກໃຫ້ລູກຂອງພວກເຂົາຮຽນຢູ່ບ້ານ ແລະອີກສ່ວນໜຶ່ງທີ່ຢາກສົ່ງລູກເຕົ້າຂອງເຂົາເຈົ້າໄປຮ່ຳຮຽນຢູ່ໃນໂຮງຮຽນ ກໍສາມາດເລືອກໄດ້ເຊັ່ນກັນ ດັ່ງທີ່ທ່ານນາງ ດີນາ ໄພຣສ໌ ຜູ້ເປັນນາຍຄູສອນຊັ້ນອະນຸບານ ໃນລັດມິຊິກແກັນ ໄດ້ກ່າວຕໍ່ວີໂອເອລາວ.

ທ່ານນາງໄດ້ສອນລູກສິດນ້ອຍທັງຫຼາຍຢູ່ໃນໂຮງຮຽນມາໄດ້ຫຼາຍເດືອນຜ່ານມານີ້ ຊຶ່ງທ່ານນາງໄດ້ກ່າວໃຫ້ຟັງວ່າ:

“ຂ້ອຍສອນຊັ້ນອະນຸບານ ອາຍຸ 5 ຫຼື 6 ປີ ອັນນີ້ຂ້ອຍສອນມາໄດ້ 17 ປີແລ້ວ ຢູ່ລັດມິຊິແກັນ ຂ້ອຍສອນເຂົາອ່ານແລະຂຽນໜັງສື ກັບຮຽນເລກຄືກັນ.”

ທ່ານນາງດີນາ ກ່າວວ່າ ທ່ານນາງໄດ້ສັກຢາວັກຊີນກັນໂຄວິດ-19 ຂອງຟາຍເຊີ (Pfizer) ແລ້ວ ຕັ້ງແຕ່ຕົ້ນ ຂອງຟາຍເຊີ (Pfizer) ແລ້ວ ຕັ້ງແຕ່ຕົ້ນ ເພິ່ນຈຶ່ງສືບຕໍ່ສອນນັກຮຽນອະນຸບານຢູ່ໃນໂຮງຮຽນ ສ່ວນລູກສາວກົກທີ່ຫາກໍອາຍຸຄົບ 12 ປີ ເມື່ອມໍ່ໆມານີ້ ກໍໄດ້ສັກຢາວັກຊີນເຊັ່ນກັນ. ທ່ານນາງໃຫ້ຄຳເຫັນກ່ຽວກັບວ່າ ພວກນາຍຄູຄວນສັກຢາວັກຊີນຫຼືບໍ່ ເຖິງແມ່ນວ່າທາງໂຮງຮຽນບໍ່ໄດ້ວາງຂໍ້ກຳນົດຕ້ອງໃຫ້ສັກຢາວັກຊີນກໍຕາມ ຊຶ່ງທ່ານນາງກ່າວເປັນພາສາອັງກິດວ່າ:

“ໃນທັດສະນະຂອງຂ້າພະເຈົ້າແລ້ວ ພວກນາຍຄູຄວນສັກຢາວັກຊີນ ເພາະວ່າພວກເຮົາຢູ່ໃກ້ຊິດຕິດແທດກັບພວກເດັກນ້ອຍ ແລະພວກເຮົາກໍນຳເອົາເຊື້ອພະ ຍາດມາສູ່ພວກເຂົາ ແລະພວກເຂົາກໍນຳເອົາເຊື້ອພະຍາດ ຫຼືໄວຣັສຈາກບ້ານເຂົາ ມາຕິດໃສ່ພວກເຮົາ ສະນັ້ນແລ້ວ ໃນສອງດ້ານ ມັນກໍຈະປ້ອງກັນທັງພວກເຮົາແລະພວກເດັກນ້ອຍທີ່ພວກເຮົາເບິ່ງແຍງ ແລະສິດສອນ.”

ໃນຂະນະດຽວກັນ ບັນດາສະມາຊິກສະພາຈາກທັງສອງພັກການມເມືອງກໍກຳລັງໂຕ້ຖຽງກັນວ່າ ບັນດານາຍຄູທັງຫຼາຍໃນທົ່ວປະເທດຄວນຕ້ອງໃຫ້ສັກຢາວັກຊີນກັນໂຄວິດ-19 ກ່ອນທີ່ສົກຮຽນປີ 2021-2022 ຈະເປີດຂຶ້ນໃນກາງເດືອນສິງຫາ ນີ້ ຫຼືບໍ່.

XS
SM
MD
LG