ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ລົງ​ທຶນ​ເຊື້ອ​ສາຍ​ລາວ​ຈາກ ສຫ​ລ ໄດ້​ຮັບອະ​ນຸ​ຍາດ​ໃຫ້​ສຶກ​ສາ​ຄວາມ​ເປັນໄປ​ໄດ້ ໃນ​ການລົງ​ທຶນສ້າງ​ໂຮງ​ຫລອມ​ຄຳ ແລະ​ອີກ 5 ໂຄງ​ການ​ໃນ​ລາວ

ທ. ​ວຽງ​ໄຊ ວິ​ໄລ​ກຸນ, ປະ​ທານ​ບໍ​ລິ​ສັດ​ບໍ່​ຄຳວິ​ໄລ​ກຸນສາ​ກົນ ເຊັນ MOU ກັບ​ລັດ​ຖະ​ບານ​ລາວ ໂດຍ​ມີ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວຈຳ​ນວນ​ນຶ່ງ ​ເຂົ້າ​ຮ່ວມເປັນ​ສັກ​ຂີ​ພິ​ຍານ​​ໃນ​ພິ​ທີ​ເຊັນ​ດັ່ງ​ກ່າວ ທີ່​ຈັດ​ຂຶ້ນ​ໃນ​ນະ​ຄອນ​ຫລວງວຽງ​ຈັນ​ໃນ​ວັນ​ທີ 18 ເມ​ສາ, 2022.

ຂະ​ນະ​ທີ່ເສດ​ຖະ​ກິດ​ລາວ ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຟື້ນ​ຕົວຄືນຈາກຜົນ​ກະ​ທົບ​ຢ່າງ​ໜັກ​ຂອງການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ນີ້ ນັກ​ລົງ​ທຶນ​ເຊື້ອ​ສາຍ​ລາວ​ຈາກສະ​ຫະ​ລັດ ກໍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈຫລື MOU ​ກັບ​ລັດ​ຖະ​ບານ​ລາວ ໃນ​ວັນ​ທີ 18 ເມ​ສາ​ຜ່ານ​ມາ ຊຶ່ງ​ໃນ​ນັ້ນ ມີ 6 ໂຄງ​ການ​ ຄື ໂຮງ​ງານ​ຫລອມ​ຄຳ, ທະ​ນາ​ຄານ​ຄຳ, ໂຮງ​ງານແຜງ​ຜະ​ລິດ​ພະ​ລັງ​ງານ ​ຈາກ​ແສງ​ຕາ​ເວັນ, ໂຮງ​ງານ​ຜະ​ລິດ​ນ້ຳ​ມັນ​ຖົ່ວ​ເຫລືອງລວມ​ທັງ​ການ​ປູກ​ຖົ່ວ​ເຫລືອງ, ການ​ສຳ​ຫລ​ວດ​ແຮ່​ຄຳ​ພ້ອມ​ກັບແຮ່​ທາດ​ອື່ນໆ, ແລະ​ໂຮງ​ງານ​ຜະ​ລິດ​ເຈ້ຍ​ຈາກ​ເສດ​ເຈຍ​ທີ່​ເອົາ​ມາ​ໝູ​ນ​ໃຊ້​ໃໝ່. ທ່ານ​ວຽງ​ໄຊ ວິ​ໄລ​ກຸນ, ປະ​ທານ​ບໍ​ລິ​ສັດບໍ່​ຄຳ​ສາ​ກົນ​ວິ​ໄລ​ກຸນ ຫລື Wilaikul International Gold Mines Co. Ltd. ທີ່​ເປັນ​ຜູ້​ເຊັນ MOU ​ເວົ້າ​ສູ່​ຟັງ​ວ່າ ສອງ​ໂຄງ​ການ​ທີ່​ຈະ​ເລີ້​ມ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ໃນ​ເວ​ລາ​ນີ້ ກໍ​ຄືໂຮງ​ງານ​ຫລອມ​ຄຳ​ ແລະທະ​ນາ​ຄານ​ຄຳ ທີ່​ມີ​ມູນ​ຄ່າ​ຫລາຍ​ຮ້ອຍ​ລ້ານ​ໂດ​ລາ ຊຶ່ງ​ທ່ານເປີດ​ເຜີຍລາຍ​ລະ​ອຽດ​ຢູ່​ໃນ​ການ​ສຳ​ພາດ​ກັບວີ​ໂອ​ວ່າ:

ທ. ​ວຽງ​ໄຊ ວິ​ໄລ​ກຸນ (ຊ້າຍ), ປະ​ທານ​ບໍ​ລິ​ສັດ​ບໍ່​ຄຳວິ​ໄລ​ກຸນສາ​ກົນ ແລະ​ ທ.ນ. ຄຳ​ຈັນ ວົງ​ແສນ​ບູນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ທີ່​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ​ລາວ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບທ. ​ວຽງ​ໄຊ​ ແລະ​ທ່ານຄຳ​ພັນ ອັ່ນ​ລາ​ວັນ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະ​ຈຳ​ສະ​ຫະ​ລັດ (ກາງ​ຊ້າຍ) ໃນ​ພິ​ທີ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໃນ​ວັນ​ທີ 18 ເມ​ສາ, 2022.

ບໍ​ລິ​ສັດບໍ່​ຄຳ​ສາ​ກົນ​ວິ​ໄລ​ກຸນ​ສ້າງ​ຕັ້ງ​ຂຶ້ນຢູ່​ລາວ​ຕັ້ງ​ແຕ່​ປີ 2012 ແລະ​ໄດ້​ດຳ​ເນີນ​ການສຳ​ຫລວດ​ມາ​ໄດ້ຫລາຍ​ປີ​ແລ້ວ. ປັດ​ຈຸ​ບັນກຳ​ລັງຈະ​ຍື່ນ​ໃບ​ສະ​ເໜີຂໍ​ຂຸດ​ຄົ້ນ​ຄຳ ​ຢູ່ທີ່​ເມືອງ​ຊະ​ນະ​ຄາມ, ແຂວງວຽງ​ຈັນ ແລະໂຮງ​ງານ​ຫລອມ​ຄຳກໍຈະ​ຕັ້ງ​ຢູ່ໃນ​ເຂດ​ດຽວ​ກັນ. ສ່ວນ​ອີກ 4 ໂຄງ​ການທີ່​ເຫລືອນັ້ນ ກໍ​ຈະ​ດຳ​ເນີນການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ໄວໆ​ນີ້ ແລະຈະ​ນຳ​ເອົາ​ນັກ​ລົງ​ທຶນ​ຈາກ​ສະ​ຫະ​ລັດ​ໄປ​ລົງ​ທຶນ ຮ່ວມກັບ​ບໍ​ລິ​ສັດ​ຂອງ​ທ່ານ ເຊັ່ນ​ກັນ. ໂດຍ​ມີ​ຈິດ​ໃຈ​ຢາກ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ນັກ​ທຸ​ລະ​ກິດ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ທ່ານນີ້​ເວົ້າ​ວ່າ​ ທຸກໆ​ໂຄງ​ການແມ່ນຈະໃຫ້​ລັດ​ຖະ​ບານ​ລາວ​ມີ​ຫຸ້ນ​ສ່ວນປະ​ມານ 20 ເປີ​ເຊັນ​ ແລະ​ເສຍ​ພາ​ສີໃຫ້​ລັດ​ຖະ​ບານ​ຢ່າງ​ເຕັມ​ສ່ວນ.

XS
SM
MD
LG