ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນສັນຊາດອາເມຣິກັນ ທີ່ເດີນທາງໄປລາວ ຕ້ອງໄດ້ສັກວັກຊີນ ທີ່ລັດຖະບານລາວ ຈັດສັນໃຫ້ ຄືກັບຄົນລາວທົ່ວໄປ


ປະຊາຊົນຈໍານວນນຶ່ງໄປອັ່ງອໍ ລໍຖ້າສັກຢາວັກຊິນໄຟເຊີ (Pfizer) ຢູ່ໂຮງໝໍເມືອງແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເພາະບໍ່ມີການນັດໝາຍໃຫ້ຄົນໄປສັກຢ່າງເປັນລະບຽບ ຊຶ່ງມີຄວາມສ່ຽງຕໍ່ການຕິດພະຍາດໄດ້ ຖ້າມີໃຜຜູ້ນຶ່ງຕິດໂຄວິດ-19 ແລ້ວ
ປະຊາຊົນຈໍານວນນຶ່ງໄປອັ່ງອໍ ລໍຖ້າສັກຢາວັກຊິນໄຟເຊີ (Pfizer) ຢູ່ໂຮງໝໍເມືອງແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ເພາະບໍ່ມີການນັດໝາຍໃຫ້ຄົນໄປສັກຢ່າງເປັນລະບຽບ ຊຶ່ງມີຄວາມສ່ຽງຕໍ່ການຕິດພະຍາດໄດ້ ຖ້າມີໃຜຜູ້ນຶ່ງຕິດໂຄວິດ-19 ແລ້ວ

ບໍ່ເໝືອນກັນກັບຄົນທົ່ວໄປ ທີ່ອາໄສຢູ່ໃນສະຫະລັດ ບໍ່ວ່າຈະເປັນສັນຊາດໃດ ແມ່ນມີສິດໄດ້ຮັບວັກຊີນໃດນຶ່ງກໍໄດ້ໃນ 3 ຊະນິດທີ່ຜະລິດຢູ່ພາຍໃນສະຫະລັດ ແຕ່ສໍາລັບຄົນສັນຊາດອາເມຣິກັນທີ່ເດີນທາງໄປ ຫລືອາໄສຢູ່ໃນຕ່າງປະເທດ ເຊັ່ນລາວແລ້ວກໍຕ້ອງໄດ້ໄປສັກຢາວັກຊີນກັນພະຍາດອັນຮ້າຍແຮງດັ່ງກ່າວຕາມຄໍາແນະນໍາແລະສະຖານທີ່ ຕ່າງໆທີ່ລັດຖະບານທ້ອງຖິ່ນຈັດໃຫ້ເໝືອນກັນກັບປະຊາຊົນທົ່ວໄປໃນປະເທດນັ້ນ. “ກະຊວງການຕ່າງປະເທດຂໍແນະນໍາວ່າ ລັດຖະ ບານສະຫະລັດບໍ່ມີແຜນການ ທີ່ຈະສະໜອງຢາວັກຊີນກັນໂຄວິດ-19 ແກ່ສ່ວນ ບຸກຄົນ ທີ່ເປັນສັ ຊາດອາເມຣິກັນ ທີ່ຢູ່ຕ່າງປະເທດ. ສໍາລັບຄົນສັນຊາດອາເມຣິກັນທີ່ເດີນທາງ ຫລືອາໄສຢູ່ໃນລາວ ຄວນຈະປະຕິບັດຕາມຄໍາແນະນໍາ ຂອງລັດຖະບານລາວ ໃນເລື້ອງການສັກວັກຊີນ ກັນໂຄວິດ-19,” ນັ້ນຄືຄໍາແນະນໍາຕອນນຶ່ງທີ່ນັກລົງທຶນອາເມຣິກັນເຊື້ອສາຍລາວທ່ານນຶ່ງທີ່ບໍ່ປະສົງ ອອກນາມ ແລະອອກສຽງໄດ້ຮັບ. ທ່ານບອກວ່າ “ນີ້ຄືຄໍາຕອບຈາກສະຖານທູດອາເມຣິກາປະຈໍາຢູ່ລາວ ແລະກໍ ບໍ່ໜ້າເຊື່ອວ່າຂະເຈົ້າຈະຕອບມາແນວນີ້ເລີຍ.”

ຜູ້ກ່ຽວເດີນທາງໄປເຮັດວຽກແລະລົງທຶນຢູ່ລາວຕັ້ງແຕ່ເດືອນກຸມພາ ປີ 2020 ຜ່ານມາ ແລະຢາກສັກຢາວັກຊີນໄຟເຊີ (Pfizer) ທີ່ຜະລິດໂດຍບໍລິສັດ Pfizer ຂອງອາເມຣິກາຮ່ວມກັບບໍລິສັດ BioNtech ຂອງເຢຍຣະມັນ ທີ່ລັດຖະບານລາວ ໄດ້ຮັບແສນກວ່າໂດສ ໂດຍຜ່ານໂຄງການໂຄແວັກສ໌ ໃນຕົ້ນເດືອນມິຖຸນາ ນັ້ນ ແຕ່ວ່າ ກໍບໍ່ໄດ້ຮັບ. ທັງນີ້ ກໍເພາະວ່າທາງການລາວອະນຸຍາດໃຫ້ແຕ່ຄົນອາຍຸ 60 ປີ ຂຶ້ນໄປ ແລະຜູ້ທີ່ມີອາຍຸ 18 ປີ ຫລື ແກ່ກວ່າ ທີ່ມີພະຍາດປະຈໍາຕົວເທົ່າ ນັ້ນ ຈຶ່ງສາມາດສັກຢາວັກຊີນນີ້ໄດ້. ເນື່ອງຈາກນັກລົງທຶນລາວ-ອາເມຣິກັນທ່ານນີ້ ມີອາຍຸບໍ່ເຖິງ 60 ປີ ແລະກໍບໍ່ມີພະຍາດປະຈໍາຕົວໃດໆ ຈຶ່ງບໍ່ມີສິດໄດ້ຮັບຢາວັກຊີນດັ່ງກ່າວນີ້.

ສໍາລັບທາງລັດຖະບານລາວນັ້ນ ແມ່ນມີນະໂຍບາຍບໍ່ເລືອກປະຕິບັດ ຫລືເອີ້ນວ່າເປັນຫລັກປະຕິບັດທາງການແພດ ແລະສາທາລະນະສຸກທີ່ບໍ່ເລືອກປະຕິບັດ ຊຶ່ງກໍຄື ບໍ່ໄດ້ເຈາະຈົງທີ່ຈະສະໜອງການສັກຢາວັກຊີນໃຫ້ພຽງແຕ່ພົນລະເມືອງ ລາວເທົ່ານັ້ນ ຄົນຕ່າງປະເທດທີ່ອາໄສ ຫລືດໍາລົງຊີວິດຢູ່ລາວ ກໍໄດ້ຮັບສິດນີ້ ເຊັ່ນກັນ, ອີງຕາມການປະກາດຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງລາວຜ່ານໂທລະ ພາບຂອງອົງການຂ່າວຂອງລັດຖະບານແຫ່ງນຶ່ງ.

ຈໍານວນຄົນຕິດພະຍາດໂຄວິດ-19 ລາຍໃໝ່ຢູ່ໃນລາວເພີ້ມສູງຂຶ້ນທຸກໆ ມື້ ຢ່າງໜ້າເປັນຫ່ວງ ຊຶ່ງໃນມື້ນີ້ມີຜູ້ຕິດເຊື້ອໃໝ່ 68 ລາຍ ຊຶ່ງເຮັດໃຫ້ຜູ້ຕິດເຊື້ອພະຍາດນີ້ມີທັງໝົດ 2,537 ຄົນ, ເພີ້ມຂຶ້ນ 2,400 ກວ່າຄົນ ເມື່ອທຽບໃສ່ສາມເດືອນກ່ອນ ຕອນທີ່ກະແສຟອງການລະບາດຢ່າງໜັກໃກ້ຈະເລີ້ມຕົ້ນຂຶ້ນນັ້ນ.

XS
SM
MD
LG