ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຄິດເຫັນ ຂອງຄົນລາວອາເມຣິກັນ ກ່ຽວກັບກົດໝາຍ ຫ້າມເຮັດແທ້ງລູກ ຢູ່ໃນລັດເທັກຊັສ


ປ້າຍຫ້ອຍຢູ່ຄລິນິກແມ່ຍິງ ໃນເມືອງຝອດເຫວີດ ລັດເທັກຊັສ ກ່ອນການຫ້າມເຮັດແທ້ງລູກ ທີ່ເລີ້ມມີຜົນບັງຄັບໃຊ້ໃນຕອນທ່ຽງຄືນ ຂອງວັນທີ 1 ກັນຍາ 2021 ນີ້.
ປ້າຍຫ້ອຍຢູ່ຄລິນິກແມ່ຍິງ ໃນເມືອງຝອດເຫວີດ ລັດເທັກຊັສ ກ່ອນການຫ້າມເຮັດແທ້ງລູກ ທີ່ເລີ້ມມີຜົນບັງຄັບໃຊ້ໃນຕອນທ່ຽງຄືນ ຂອງວັນທີ 1 ກັນຍາ 2021 ນີ້.

ຫົວຂໍ້ຂ່າວທີ່ກຳລັງນອງນັນຢູ່ໃນສະຫະລັດມາໄດ້ຫຼາຍອາທິດນັ້ນກໍຄື ສຽງສ່ວນ ຫຼາຍຂອງ
ສານສູງສຸດສະຫະລັດ ບໍ່ໄດ້ທຳການແຊກແຊງຕໍ່ລັດເທັກຊັສທີ່ອອກ ກົດໝາຍ ຫ້າມບໍ່ໃຫ້
ຜູ້ທີ່ຖືພາ ໄດ້ຫົກອາທິດ ເຮັດແທ້ງລູກ. ການຕັດສິນຂອງ ສານສູງສຸດແມ່ນມີຜົນກະທົບໃຫ້
ແກ່ສ່ວນໃຫຍ່ຂອງການເຮັດແທ້ງລູກຢູ່ໃນລັດ ເທັກຊັສ ຊຶ່ງຫຼາຍໆຄົນຮອດບໍ່ຮູ້ວ່າ ຕົນເອງ
ນັ້ນຕັ້ງທ້ອງ ມີລູກໄດ້ຫົກອາທິດ.

ເມື່ອສານສູງສຸດບໍ່ໄດ້ທຳການແຊກແຊງ ກົດໝາຍດັ່ງກ່າວຂອງລັດເທັກຊັສ ກໍເລີ້ມມີຜົນ
ບັງຄັບໃຊ້ ນັບແຕ່ວັນທີ 1 ກັນຍາເປັນຕົ້ນໄປ ເລື້ອງນີ້ອາດເຮັດໃຫ້ ຫຼາຍໆຄົນຕ້ອງໄດ້ເດີນ
ທາງໄກ ໄປເຮັດແທ້ງລູກຢູ່ໃນລັດອື່ນໆ ທີ່ຍັງຖືກຕ້ອງ ຕາມກົດໝາຍ.

ນາງແສງເພັດ ພັນນະວົງ ຄົນອາເມຣິກັນເຊື້ອສາຍລາວ ຢູ່ເມືອງຝອດເວີດ ລັດເທັກຊັສ ຜູ້
ທີ່ເຫັນພ້ອມກັບກົດໝາຍໃໜ່ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ແຕ່ວ່າ ທ່ານແສງອາລຸນ ເທບພະຈັນ ຢູ່ທີ່ເມືອງອາມາຣິນໂລ ລັດເທັກຊັສ ທີ່ ບໍ່ເຫັນພ້ອມ
ກັບກົດໝາຍໃໝ່ ໄດ້ກ່າວວ່າ:

ນອກຈາກນັ້ນແລ້ວ ກົດໝາຍໃໝ່ຍັງອະນຸຍາດໃຫ້ຜູ້ຄັດຄ້ານຕໍ່ການເຮັດແທ້ງ ລູກມີສິດ
ບໍ່ວ່າເຂົາເຈົ້າພົວພັນ ກັບບຸກຄົນດັ່ງກ່າວກໍຕາມ ສາມາດຟ້ອງຮ້ອງ ນາຍໝໍຜູ້ທີ່ເອົາລູກ
ອອກແລະຜູ້ທີ່ຊ່ວຍພາໄປເອົາລູກອອກເຊັ່ນວ່າ ຊ່ວຍດ້ານ ການເງິນ ຫຼືຊ່ວຍນຳພາດ້ານ
ພາຫານະ. ເຖິງແມ່ນມີກົດໝາຍລັດນຳອອກໃຊ້ ແລ້ວກໍຕາມ ແຕ່ລື້ອງດັ່ງກ່່າວນີ້ ຍັງມີ
ການຟ້ອງຮ້ອງກັນຢູ່ຕໍ່ໄປ.

XS
SM
MD
LG