ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ ປ່ອນ​ບັດ ເລືອກ​ເອົາ ຜູ້​ສະ​ໝັກ ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ


ທ່ານ​ນາງ ພອນ​ທິບ ແກ​ຣ​ຣິງ​ເກີ ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ໄດ້ໄປ​ປ່ອນ​ບັດ ​ເລືອກ​ເອົາ​ຜູ້​ສະ​ໝັກ​ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ​ເນ​ວາ​ດາ ເມື່ອ​ວັນ​ອັງ​ຄານ​ຜ່ານ​ມາ.
ທ່ານ​ນາງ ພອນ​ທິບ ແກ​ຣ​ຣິງ​ເກີ ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ໄດ້ໄປ​ປ່ອນ​ບັດ ​ເລືອກ​ເອົາ​ຜູ້​ສະ​ໝັກ​ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ໃນ​ລັດ​ເນ​ວາ​ດາ ເມື່ອ​ວັນ​ອັງ​ຄານ​ຜ່ານ​ມາ.

ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ທີ່​ເອີ້ນ​ກັນ​ວ່າ Caucus ຫຼື Primary Election ເພື່ອ​ເລືອກ​ເອົາ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ ຢູ່ທົ່ວ​ລັດ​ເນ​ວາ​ດາ ໃນ​ວັນ​ເສົາ​ຜ່ານ​ມານີ້ ປາ​ກົດ​ວ່າ ທ່ານ​ເບີ​ນີ ແຊນເດີ​ຣ​ສ໌ ໄດ້​ຄະ​ແນ​ນ​ສຽງ​ສ່ວນຫຼາຍ 46.6 ເປີ​ເຊັນ ແລະ​ໄດ້​ຮັບ​ຜູ້​ແທນ​ຂອງ​ລັດ 7 ຄົນ ລວມ​ທັງ​ໝົດ​ແລ້ວ ຖື​ວ່າຫຼາຍກວ່າຜູ້​ສະ​ໝັກ​ຄົນ​ອື່ນໆ ຊຶ່ງ​ເຮັດ​ໃຫ້​ທ່ານ​ເປັນ​ຜູ້​ນຳ​ໜ້າ ໃນ​ຂະ​ນະ​ນີ້​.

ຄະ​ແນນ​ສຽງ​ນຶ່ງ​ທີ່​ທ່ານ​ແຊນ​ເດີ​ຣ​ສ໌ ໄດ້​ຮັບ ກໍ​ແມ່ນ​ຈາກ ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ຄົນ​ນຶ່ງ ຄື ທ່ານ​ນາງ ພອນ​ທິບ ແກ​ຣ​ຣິງ​ເກີ ຜູ້​ທີ່​ໄດ້​ໄປ​ປ່ອນ​ບັດກ່ອນ​ກຳ​ນົດ​ເລືອກ​ເອົາ​ທ່ານ ​ແຊນ​ເດີ​ຣ​ສ໌ ​ຢູ່​ໃນ​ເຂດ​ເລືອກ​ຕັ້ງ​ເມືອງ​ Summerland ຂອງ​ນະ​ຄອນ​ ລາ​ສ ເວ​ກັ​ສ, ຊຶ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ອັງ​ຄານ​ຜ່ານ​ມານີ້. ສາ​ເຫດ​ທີ່​ທ່ານ​ນາງ ພອນ​ທິບ ໄປ​ໃຊ້​ສິດ​ອອກ​ສຽງກ່ອນ​ກຳ​ນົດ ເພື່ອ​ເລືອກ​ເອົາ​ຜູ້​ສະ​ໝັກ​ທີ່​ທ່ານ​ມັກນັ້ນ ກໍ​ເພາະ​ວ່າ ທ່ານ​ນາງ​ ມີ​ແຜນ​ຈະ​ເດີນ​ທາງ ໃນ​ວັນ​ເສົາ ແລະບັນ​ດາ​ທີມ​ງານ​ລະ​ດົມ​ສຽງ​ຂອງ​ທ່ານ​ ແຊນ​ເດີ​ຣ​ສ໌ ໄດ້​ລົງໄປ​ພື້ນ​ທີ່​ຄຸ້ມ​ບ້ານ​ຂອງ​ທ່ານ​ນາງ ແລ້ວ​ເຄາະ​ປະ​ຕູ​ບ້ານ​ຂອງ​ລາວ ເພື່ອ​ໃຫ້​ລາວ​ໄປ​ປ່ອນ​ບັດ​ເລືອກ​ເອົາ​ທ່ານ ​ແຊນ​ເດີ​ຣ​ສ໌​.

​ສາ​ເຫດ​ທີ່ ທ່ານ​ນາງ​ ພອນ​ທິບ ເລືອກ​ເອົາທ່ານ ​ແຊນ​ເດີ​ຣ​ສ໌ ກໍ​ເພາະ​ສອງ​ເລື້ອງ​ທີ່​ສຳ​ຄັນສຳ​ລັບ​ທ່ານ​ນາງ, ຊຶ່ງ​ທ່ານ ​ແຊນ​ເດີ​ຣ​ສ໌ ໄດ້​ລົນ​ນະ​ລົງ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ເລື້ອງ​ປະ​ກັນ​ສຸ​ຂະ​ພາ​ສຳ​ລັບ​ໝົດ​ທຸກ​ຄົນ ຫຼື Medicare for All ແລະ ເລື້ອງ​ການ​ສຶກ​ສາ ລວມ​ທັງ ​ຄ່າ​ໃຊ້​ຈ່າຍ ແລະ​ໜີ້​ສິນ ​ໃນ​ການ​ສຶກ​ສາ​ຊັ້ນ​ສູງ ຊຶ່ງ​ທ່ານ​ນາງ ໄດ້​ໃຫ້​ຄຳ​ອະ​ທິ​ບາຍ ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ລາວ ວ່າ:


ນ​ອກ​ຈາກ​ທີ່​ໄດ້​ໄປ​ໃຊ້​ສິ​ດ​ອອກ​ສຽງ​ແລ້ວ ທ່ານ​ນາງ ​ພອນ​ທິບ ຍັງ​ໄດ້​ອະ​ທິ​ບາຍ​ວິ​ທີ​ການ ກ່ຽວ​ກັບ​ການ​ປ່ອນ​ບັດ​ເລືອກ​ເອົາ​ຜູ້​ສະ​ໝັກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຈາກ​ພັກ​ເດ​ໂມ​ແຄ​ຣັດ​ທັງຫຼາຍ ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ ສູ່​ຟັງ​ດັ່ງ​ນີ້:


ທ່ານ​ນາງ​ພອນ​ທິບ ຍັງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ລາວ ອີກວ່າ ການ​ໄປ​ໃຊ້​ສິດ​ອອກ​ສຽງ​ສຳ​ລັບ​ຊາວ​ອາ​ເມ​ຣິ​ກັນ​ນັ້ນ ມີ​ຄວາມ​ສຳ​ຄັນຫຼາຍ ​ມັນ​ເປັນພັນ​ທະ ​ແລະ​ ສິດ​ຂອງ​ພົນ​ລະ​ເມືອ​ງ​ຊາວອາ​ເມ​ຣິ​ກັນ ​ໝົດ​ທຸກ​ຄົນ, ບໍ່​ຄວນ​ຄຶດ​ວ່າ ​ມັນເປັນ​ເລື້ອງ​ທີ່ບໍ່​ສຳ​ຄັນ,​ ຄະ​ແນນ​ສຽງ​ດຽວ​ເຮັດ​ຫຍັງ​ບໍ່​ໄດ້ “ເຮົາ​ຄວນ​ໄປ​ໃຊ້​ສິດ​ອອກ​ສຽງ ເພາະ​ວ່າ ມັນ​ແມ່ນ​ໜ້າ​ທີ່​ຂອງ​ພວກ​ເຮົາ, ຄະ​ແນນ​ສຽງ​ນຶ່ງ ​ອາດພິກປ່ຽນສະ​ຖາ​ນະ​ການໄດ້.”

XS
SM
MD
LG