ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄອບຄົວອາເມຣິກັນ ເຊື້ອສາຍລາວ ຕິດໄວຣັສແດລຕາ ຢ່າງບໍ່ຮູ້ສຶກໂຕ


ພະຍາບານຄົນນຶ່ງກຳລັງເຮັດວຽກຮັກສາຄົ້ນປ່ວຍ ຈາກໂຄວິດ-19 ຢູ່ຫ້ອງສຸກເສີນ ທີ່ໂຮງໝໍຊາຣາໂຊຕາ ເມືອງຊາຣາໂຊຕາ ລັດຟລໍຣິດາ ວັນທີ 11 ກຸມພາ 2021.
ພະຍາບານຄົນນຶ່ງກຳລັງເຮັດວຽກຮັກສາຄົ້ນປ່ວຍ ຈາກໂຄວິດ-19 ຢູ່ຫ້ອງສຸກເສີນ ທີ່ໂຮງໝໍຊາຣາໂຊຕາ ເມືອງຊາຣາໂຊຕາ ລັດຟລໍຣິດາ ວັນທີ 11 ກຸມພາ 2021.

ຫວ່າງບໍ່ເທົ່າໃດເດືອນທີ່ຜ່ານມານີ້ ໄວຣັສສາຍພັນໃໝ່ແດລຕ້າ ໄດ້ເລີ້ມແຜ່ລະບາດຢູ່
ທົ່ວໂລກ ໂດຍສະເພາະ ຢູ່ໃນສະຫະລັດອາເມຣິກາ ໄດ້ມີການຕິດແປດ ຕໍ່ບັນດາຜູ້ທີ່ບໍ່
ໄດ້ຮັບການສັກຢາວັກຊີນປ້ອງກັນ. ບັດນີ້ແມ່ນແຕ່ຜູ້ທີ່ໄດ້ຮັບການ ຊັກຢາປ້ອງກັນໄປ
ແລ້ວກໍຍັງໄດ້ຮັບຜົນກະທົບໄປເຊັ່ນກັນ. ຢູ່ລັດຟຣໍຣິດາທີ່ຕັ້ງ ຢູ່ທາງພາກຕາເວັນອອກ
ສຽງໃຕ້ສຸດຂອງສະຫະລັດ ກຳລັງນຳໜ້າໝູ່ອັນດັບນຶ່ງ ທີ່ມີການຕິດໄວຣັສສາຍພັນ
ໃໝ່ແດລຕ້າ ເພາະຫຼາຍໆຄົນ ບໍ່ໃຫ້ຄວາມສຳຄັນຕໍ່ການສັກຢາວັກຊີນປ້ອງກັນ.

ທ່ານສີສຸກ ອາຍຸ 48 ປີ ຢູ່ທີ່ເມືອງຊາຣາໂຊຕາ (Sarasota) ໃນລັດຟລໍຣິດາ ໄດ້ກ່າວ
ເຖິງປະສົບການ ທີ່ທ່ານໄດ້ຕິດເຊື້ອໄວຣັສສາຍພັນໃໝ່ຢ່າງບໍ່ຮູ້ສຶກໂຕຕໍ່ ວີໂອເອ
ຟັງດັ່ງນີ້:

ຄອບຄົວທ່ານສີສຸກ ແມ່ນຄອບຄົວອາເມຣິກັນເຊື້ອສາຍລາວ ຮວມຢູ່ໃນບັນດາ ພວກ
ກທີ່ບໍ່ໄດ້ສັກຢາວັກຊີນປ້ອງກັນແລະບັດນີ້ໄດ້ເຫັນຜົນຂອງການຕັດສິນໃຈ ດັ່ງກ່າວ
ແລ້ວ. ປັດຈຸບັນ ມີຢາວັກຊີນປ້ອງກັນໂຄວິດ-19 ຢ່າງຫຼວງຫຼາຍໄວ້ລໍ ຖ້າໃຫ້ຄົນມາ
ຮັບການສັກຢາ. ພ້ອມດຽວກັນບັນດາໂຮງໝໍຢູ່ໃນທົ່ວສະຫະລັດກໍ ມີໂຕເລກຄົນປ່ວຍ
ຕິດໄວຣັສສາຍພັນໃໝ່ແດລຕ້າເພີ້ມຂຶ້ນຮວມທັງພວກທີ່ມີອາ ຍຸຍັງນ້ອຍຢູ່ໃນແຕ່ລະມື້
ພ້ອມທັງມີຄົນເສຍຊີວິດນຳດ້ວຍ.

XS
SM
MD
LG