ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານສຸລີສັກ ແກ້ວພັນບົວ ສົ່ງລູກສາວອາຍຸ 4 ປີ ເຂົ້າໂຮງຮຽນເອກະຊົນ ເພາະມາດຕະການປ້ອງກັນໂຄວິດ ດີຫຼາຍ


ນາງອິສສາແບລາ ແກ້ວພັນບົວ ອາຍຸ 4 ປີ ເຂົ້າໂຮງຮຽນເອກະຊົນ ໃນເມືອງເຊັນເຕີວີລ ລັດເວີຈີເນຍ.
ນາງອິສສາແບລາ ແກ້ວພັນບົວ ອາຍຸ 4 ປີ ເຂົ້າໂຮງຮຽນເອກະຊົນ ໃນເມືອງເຊັນເຕີວີລ ລັດເວີຈີເນຍ.

ທ່ານສຸລິສັກ ແກ້ວພັນບົວ ຄົນລາວອາເມຣິກັນ ອາໄສຢູ່ໃນເມືອງເຊັນເຕີວີລ ນຶ່ງໃນຫຼາຍຫົວເມືອງ ຂອງແຟຣແຟັກຄາວຕີ ລັດເວີຈີເນຍ ຊຶ່ງທ່ານໄດ້ເຮັດວຽກຢູ່ບ້ານມາຕັ້ງແຕ່ໄວຣັສໂຄໂຣນາເລີ້ມລະບາດຢູ່ໃນລັດ ເມື່ອເດືອນມີນາ 2020 ຊຶ່ງທ່ານກໍມີໂອກາດຊ່ອຍພັນລະຍາຂອງເພິ່ນເບິ່ງແຍງລູກນ້ອຍສອງຄົນ ນາງອິດສາແບລາ ອາຍຸ 4 ປີ ແລະທ້າວແອນດຣູ ອາຍຸ 2 ປີ.

ໃນຂະນະທີ່ໂຮງຮຽນຫາກໍເປີດສົກຮຽນປີ 2022 ໃນວັນຈັນມື້ວານນີ້ ໂຮງຮຽນໃນເຂດແຟຣແຟັກຄາວຕີ ກໍໄດ້ອອກມາດຕະການປ້ອງກັນ ການລະບາດຂອງໄວຣັສໂຄວິດ-19 ໂດຍໃຫ້ນັກຮຽນໝົດທຸກຄົນໃສ່ໜ້າກາກປິດດັງແລະປາກ ເວ ລາຢູ່ພາຍໃນໂຮງຮຽນແລະໃຫ້ພະນັກງານທີ່ເຮັດວຽກຢູ່ໂຮງຮຽນເຂດແຟຣແຟັກຄາວຕີສັກຢາວັກຊີນກັນໂຄວິດ ພາຍໃນທ້າຍເດືອນຕຸລາ ອີງຕາມເວັບໄຊຂອງໂຮງຮຽນຫຼວງເຂດແຟຣແຟັກຄາວຕີ.

ທ່ານສຸລິສັກ ໄດ້ກ່າວໃຫ້ວີໂອເອຟັງວ່າ ທ່ານສົ່ງລູກສາວໄປຮຽນຢູ່ໂຮງຮຽນອະ ນຸບານເອກກະຊົນ ຢູ່ໃນເຂດເມືອງເຊັນເຕີວີລ ສອງມື້ຕໍ່ອາທິດ ແລະສາມມື້ຢູ່ບ້ານ ຊຶ່ງທ່ານກ່າວກ່ຽວກັບເລື້ອງນີ້ວ່າ:

ທ່ານຍັງກ່າວອີກວ່າ ໂຮງຮຽນຈະບໍ່ອະນຸຍາດໃຫ້ພໍ່ແມ່ຂອງພວກນັກຮຽນເຂົ້າໄປໃນໂຮງຮຽນກັບລູກເຂົາເຈົ້າ ໃຫ້ເອົາລູກມາສົ່ງຢູ່ໜ້າໂຮງຮຽນ ເວລາເລີກຮຽນກໍໃຫ້ມາຮັບເອົາເຂົາເຈົ້າຢູ່ດ້ານນອກເຊັ່ນກັນ. ຢູ່ໃນຫ້ອງຮຽນແຕ່ລະຫ້ອງກໍມີກ້ອງວົງຈອນປິດຕິດຕັ້ງທຸກຫ້ອງ ເພື່ອຕິດຕາມເບິ່ງນັກຮຽນຕະຫຼອດເວລາ ດັ່ງນັ້ນ ທ່ານຈຶ່ງເຊື່ອໝັ້ນວ່າ ລູກສາວຂອງທ່ານຈະປອດໄພ ຈາກການຕິດພະຍາດໂຄວິດ-19.

XS
SM
MD
LG