ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ຊ່ວຍໂຄສະນາຫາສຽງ ໃຫ້ປ່ອນບັດ ເອົາຍານາງຊັນນີ ເປັນຜູ້ພິພາກສາ


ຍານາງຊັນນີ ຣູເບັກ ປັນຍານຸວົງ
ຍານາງຊັນນີ ຣູເບັກ ປັນຍານຸວົງ

ຄວາມຮ້າຍແຮງ ໃນການລະບາດຂອງໄວຣັສໂຄໂຣນາ ໄດ້ແຜ່ອອກໄປຢູ່ທົ່ວໂລກມາ ເປັນເວລາຫຼາຍເດືອນແລ້ວ ແລະໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວກວ່າ ສອງແສນຄົນ. ເຫດການທີ່ບໍ່ຄາດຝັນດັ່ງກ່າວນີ້ ຈະເປັນຜົນກະທົບຕໍ່ການໂຄ ສະນາຫາສຽງເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ ຂອງສະຫະລັດອາເມຣິກາ ທີ່ຈະມີການປ່ອນບັດລົງຄະແນນສຽງ ໃນວັນທີ 3 ພະຈິກ ຈະມາເຖິງນີ້. ໃນຂະນະດຽວກັນ ຢູ່ຕາມທ້ອງຖິ່ນໃນລັດຕ່າງໆທົ່ວປະເທດ ກໍຈະມີການປ່ອນບັດ ເລືອກຕັ້ງເອົາເຈົ້າໜ້າທີ່ຕ່າງໆເພື່ອຮັບໃຊ້ປະຊາຄົມ.

ພາຍໃຕ້ສະພາບການດັ່ງກ່າວນີ້ ປະຊາຄົມລາວອາເມຣິກັນຈຳນວນນຶ່ງບໍ່ໄດ້ທໍ້ຖອຍນຳການສະໜັບສະໜູນຍານາງຊັນນີ ຣູເບັກ ທີ່ສະໝັກເປັນຜູ້ພິພາກສາ ຢູ່ເມືອງເມັກເຄເລັນເບີກ (Mecklenburg) ທີ່ລັດຄາໂຣໄລນາເໜືອ ຊຶ່ງວີໂອເອໄດ້ລາຍງານຂ່າວໄປແລ້ວເມື່ອເດືອນກຸມພາທີ່ຜ່ານມາ. ຕາມປົກກະຕິແລ້ວ ການໂຄສະນາຫາສຽງຈະເນັ້ນໜັກໃສ່ຜູ້ບ່ອນບັດໃນເຂດທ້ອງຖິ່ນເທົ່ານັ້ນ ແຕ່ ເນື່ອງຈາກວ່າ ຍານາງຊັນນີ ເປັນແມ່ຍິງອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ທີ່ກຳລັງສ້າງຄວາມຕື່ນເຕັ້ນເພື່ອຈະເຂົ້າຮັບໃຊ້ສັງຄົມໂດຍທົ່ວໄປຢູ່່ໃນເຂດດັ່ງກ່າວ ເພາະສະນັ້ນ ຍານາງຊັນນີ ໄດ້ສ້າງຄວາາມສົນໃຈໃຫ້ແກ່ບັນດາສະມາຊິກສັງຄົມລາວຢູ່ລັດອື່ນໆດັ່ງຍານາງເອມີ ຈັນທະຄຳ ອະດີດປະທານຊຸມຊົນ ລາວອາເມຣິກັນ ທີ່ລັດຈໍເຈຍ ກ່າວວ່າ:

ລິງໂດຍກົງ

ສະມາຊິກສັງຄົມລາວອາເມຣິກັນອີກຄົນນຶ່ງຄື ທ່ານປີເຕີ ສຸດທິດາຣາ ຕັ້ງຖິ່ນ ຖານຢູ່ລັດເທັກຊັສ ແລະບໍ່ມີສິດປ່ອນບັດໃຫ້ແກ່ຍານາງຊັນນີ ແຕ່ໄດ້ເປັນຜູ້ໃຫ້ ກຳລັງໃຈໄດ້ກ່າວຕໍ່ວີໂອເອວ່າ:

ຜູ້ສະໝັກເຂົ້າຮັບໃຊ້ໜ້າທີ່ລັດຖະການທີ່ສຳຄັນໆ ຢູ່ໃນສະຫະລັດຕ້ອງໄດ້ລົງສະໝັກແຂ່ງຂັນ ມີການໂຄສະນາຫາສຽງ ເພື່ອຈະເຂົ້າໄປຊ່ວຍບໍລິຫານງານ ໂດຍສະເພາະຢ່າງຍິ່ງ ມີຜູ້ບໍລິຈາກເງິນ ເພື່ອນຳໄປທຳການໂຄສະນາຫາສຽງ.

XS
SM
MD
LG