ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄົນລາວຢູ່ ສຫລ ທີ່ເຄີຍເປັນໂຄວິດ ບອກວ່າ ຫລັງຈາກເປັນພະຍາດນີ້ແລ້ວ ຮ່າງກາຍບໍ່ຄືເກົ່າ ຈຶ່ງຢາກແນະນໍາ ໃຫ້ທຸກຄົນສັກຢາວັກຊີນ


ຢາວັກຊີນໄຟເຊີ (pfizer) ກັນພະຍາດໂຄວິດ-19 ທີ່ຫາກໍ່ໄດ້ຮັບອະນຸມັດຢ່າງເຕັມສ່ວນຈາກອົງການອາຫານ ແລະຢາຂອງສະຫະລັດ ເມື່ອມໍ່ໆມານີ້
ຢາວັກຊີນໄຟເຊີ (pfizer) ກັນພະຍາດໂຄວິດ-19 ທີ່ຫາກໍ່ໄດ້ຮັບອະນຸມັດຢ່າງເຕັມສ່ວນຈາກອົງການອາຫານ ແລະຢາຂອງສະຫະລັດ ເມື່ອມໍ່ໆມານີ້

ພາຍຫລັງທີ່ໄດ້ຖືກອະນຸມັດແບບສຸກເສີນ ໃຫ້ປ້ອງກັນພະຍາດໂຄວິດ-19 ຢູ່ ທົ່ວໂລກມາໄດ້ເກືອບ 9 ເດືອນແລ້ວ ວັກຊິນຟາຍເຊີ ກໍໄດ້ຮັບອະນຸມັດຢ່າງເຕັມສ່ວນຈາກອົງການອາຫານ ແລະຢາຂອງສະຫະລັດ ຊຶ່ງຈະເຮັດໃຫ້ມີຄົນທີ່ຍິນດີຈະສັກຢາກັນພະຍາດນີ້ເພີ້ມຂຶ້ນ ແລະກໍຈະເຮັດໃຫ້ເປັນການງ່າຍ ຂຶ້ນສໍາລັບບັນດາອົງການຕ່າງໆ ໃນສະຫະລັດອອກລະບຽບການ ທີ່ບັງຄັບໃຫ້ ຄົນສັກຢາວັກຊິນທີ່ວ່ານີ້. ແຕ່ຢ່າງໃດກໍຕາມ, ກໍຍັງອາດຈະມີຄົນອາເມຣິກັນ ບາງຄົນຍັງຈະບໍ່ຍອມຮັບເອົາການສັກຢານີ້ຢູ່ ອີງຕາມທ່ານສຸກຈັນເພັງ ນວນ ທອງ, ພະນັກງານການແພດແຖວໜ້າຢູ່ເຮືອນດູແລຄົນຊະລາທີ່ປ່ວຍເປັນໂຣກ ຈິດທີ່ເມືອງເຊນທ໌ ພອລ, ລັດເມນີໂຊຕາ ຊຶ່ງທ່ານບອກກັບວີໂອເອວ່າ:

ທ່ານຍົກຕົວຢ່າງຂອງຄົນທີ່ບໍ່ຍອມສັກວັກຊີນທີ່ວ່ານີ້ ຢູ່ໃນຫ້ອງການຂອງທ່ານ ທີ່ມີແຕ່ມີ 13 ຄົນໃນຈໍານວນພະນັກງານການແພດທັງໝົດ15 ຄົນທີ່ຮັບເອົາ ການສັກວັກຊີນທີ່ວ່ານີ້. ສ່ວນອີກ 2 ຄົນ ແມ່ນບໍ່ຍອມສັກເລີຍ. ອີງຕາມປະສົບການສ່ວນຕົວຂອງທ່ານທີ່ເຄີຍເປັນພະຍາດໂຄວິດຜ່ານມາແລ້ວ ທ່ານບອກວ່າຢາກແນະນໍາໃຫ້ທຸກຄົນໄປສັກຢານີ້ເພາະນອກຈາກຈະເຮັດໃຫ້ປ່ວຍໜັກແລ້ວພະຍາດນີ້ຍັງອາດມີຜົນກະທົບອັນຍາວນານອີກຕໍ່ສຸຂະພາບຂອງຜູ້ລອດຊີວິດມາໄດ້ດັ່ງທີ່ທ່ານແນະນໍາວ່າ:

ທ່ານບອກອີກວ່າສໍາລັບພວກທີ່ບໍ່ສັກວັກຊີນກັນໂຄວິດດັ່ງຢູ່ໃນກໍລະນີເພື່ອນຮ່ວມງານຂອງທ່ານທີ່ກ່າວມາຂ້າງເທິງນັ້ນປາກົດວ່າມັກເປັນໄຂ້ຢູ່ເລື້ອຍໆ.

XS
SM
MD
LG