ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນລາວໃນຕ່າງປະເທດ ເດີນທາງກັບບ້ານເກີດ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ


ການສະເຫຼີມສະຫຼອງບຸນປີໃໝ່ລາວໃນນະຄອນຫຼວງພະບາງ.
ການສະເຫຼີມສະຫຼອງບຸນປີໃໝ່ລາວໃນນະຄອນຫຼວງພະບາງ.

ເດືອນເມສາເປັນເດືອນທີ່ປະຊາຊົນລາວ ຢູ່ຕ່າງປະເທດພາກັນເດີນທາງກັບບ້ານຈຳນວນຫຼາຍເພື່ອໄປສະ ເຫຼີມສະຫຼອງບຸນປີໃໝ່ລາວ. ດ້ວຍອາກາດທີ່ຮ້ອນອົບເອົ້າແມ່ນເໝາະສົມຫຼາຍທີ່ຈະຫົດນໍ້າສະຫຼອງບຸນ ນຳກັນ.

ໂດຍທີ່ລັດຖະບານໄດ້ປະກາດພັກຍາວສຳລັບການສະຫຼອງປີໃໝ່ໃນປີນີ້, ປະຊາຊົນແມ່ນຈະໄດ້ສະເຫຼີມ ສະຫຼອງ ແລະ ໃຊ້ເວລາກັບຄອບຄົວຢ່າງເຕັມທີ່. ຄົນອາເມຣິກັນເຊື້ອສາຍລາວທ່ານນຶ່ງທີ່ໄດ້ເດີນທາງໄປ ຮອດປະເທດລາວເມື່ອບໍ່ເທົ່າໃດວັນທີ່ຜ່ານມານີ້ແມ່ນມີຄວາມດີໃຈ ແລະ ຕື່ນເຕັ້ນທີ່ຈະໄດ້ສະເຫຼີມສະ ຫຼອງບຸນປີໃໝ່ກັບຄອບຄົວຂອງລາວ. ລາວເວົ້າວ່າບໍ່ໄດ້ເດີນທາງກັບບ້ານນັບຕັ້ງແຕ່ປີ 2017 ເປັນຕົ້ນມາ.

ທ່ານ ກິນ້ອຍ ຄົນອາເມຣິກັນເຊື້ອສາຍລາວໄດ້ໃຫ້ຄຳເຫັນຕໍ່ວີໂອເອລາວ ກ່ຽວກັບ ການເມືອຢ້ຽມຢາມບ້ານ ເກີດວ່າ “ມັນ 6 ປີລະໃດທີ່ບໍ່ໄດ້ມານິ. ຄິດຮອດບ້ານຫຼາຍ, ລູກຊາຍອ້າຍກະໄດ້ມາລາວເທື່ອທຳອິດ, ພາເພິ່ນມາຫຼິ້ນປີໃໝ່ລາວ. ຢາກໃຫ້ເພິ່ນມີປະສົບການຫົດນໍ້າສົງພະ. ສິພາກັນຢູ່ນີ້ 5 ອາທິດ, ສິຢູ່ວຽງແດ່, ທິດໜ້າກະຂຶ້ນໄປຫຼວງພະບາງ, ຫຼັງຈາກນັ້ນກະຊິໄປຈຳປັກສັກ. ມາເທື່ອນີ້ກະປ່ຽນແປງຫຼາຍ, ມີລົດໄຟທີ່ທັນສະໄໝໃຫ້ຂີ່ອີກ.”

ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວນີ້, ທາງການລາວກໍໄດ້ຂະຫຍາຍການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນທົ່ວປະເທດຢ່າງເຄັ່ງຄັດ ເຊິ່ງປະຊວງປ້ອງກັນຄວາມສະຫງົບກໍໄດ້ປະກາດ ຂໍ້ຫ້າມຕ່າງໆໄດ້ແກ່ ຫ້າມໃຊ້ນໍ້າເປື້ອນ ແລະ ນໍ້າສີມາຫົດຄົນຢູ່ຕາມຫົນທາງ, ຫ້າມລວມກຸ່ມເຕັ້ນ ຟ້ອນ ຢູ່ຖະໜົນ ຫົນທາງ, ຫ້າມນຸ່ງເຄື່ອງທີ່ຜິດປະເພນີ, ຫ້າມກະທຳລາມົກອານາຈານ, ລວນລາມ ແລະ ອື່ນໆ.

XS
SM
MD
LG