ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເກັບເງິນ ຊ່ວຍຜູ້ເສຍຊີວິດ ຍ້ອນໂຄວິດ-19 ຂອງສະມາຄົມຊາປະນາກິດສົບລາວ-ອາເມຣິກັນ ຈະບໍ່ຄືກັນ


ຮູບພາບການເຮັດບ່ອນມ້ຽນສົບຄົນເສຍຊີວິດຍ້ອນໂຄວິດ-19 ຢູ່ຫຼັງໂຮງໝໍ ເມືອງແມນຮັດຕັນ ນະຄອນນິວຢອກ ວັນທີ 25 ມີນາ 2020.
ຮູບພາບການເຮັດບ່ອນມ້ຽນສົບຄົນເສຍຊີວິດຍ້ອນໂຄວິດ-19 ຢູ່ຫຼັງໂຮງໝໍ ເມືອງແມນຮັດຕັນ ນະຄອນນິວຢອກ ວັນທີ 25 ມີນາ 2020.

ຢູ່ໃນປະຊາຄົມລາວອາເມຣີກັນ ຕາມລັດຕ່າງໆໃນສະຫະລັດ ໂດຍສະເພາະ ບ່ອນມີ
ຊາວລາວຕັ້ງຖິ່ນຖານກັນຢູ່ໜາແໜ້ນນັ້ນ ເຂົາເຈົ້າມີສະມາຄົມຊາປະນາກິດສົບປະຈຳ
ທ້ອງຖິ່ນຂອງໃຜລາວ ຊື່ງເປັນລະບົບການຈັດຕັ້ງຊ່ວຍຕົນເອງ ໃນການໃຊ້ຈ່າຍຄ່າຊາ
ປະນາກິດສົບແກ່ຜູ້ເສຍຊີວິດ. ກົດລະບຽບຂອງແຕ່ລະສະມາຄົມນັ້ນ ແລ້ວແຕ່ໄດ້ຕົກ
ລົງກັນໄວ້ ເຊັ່ນວ່າ ເກັບເງິນຜູ້ນຶ່ງສິບໂດລາ ຫຼືຫຼາຍກວ່າ ແຕ່ລະເທື່ອທີ່ມີສະມາຊິກສະ
ມາຄົມເສຍຊີວິດ.

ໃນໄລຍະທີ່ເກີດມີການແຜ່ລະບາດຂອງໂຄວິດ-19 ຢ່າງຮ້າຍແຮງນີ້ ສະມາຊິກປະຊາ
ຄົມລາວອາເມຣິກັນ ໄດ້ເສຍຊີວິດເປັນປະຈຳ. ຫຼາຍຄົນມີປະກັນໄພຊີວິດ ຈາກບັນດາ
ບໍລິສັດເອກກະຊົນ ຊຶ່ງໃນກໍລະນີດັ່ງກ່າວນີ້ ຄອບຄົວຜູ້ເສຍຊີວິດໄດ້ ຮັບເງິນຄ່າຫົວ.

ທ່ານສີສຸພັນ ວົງມະນີ ສະມາຊິກສະມາຄົມຊາປະນາກິດສົບຄົນນຶ່ງ ທີ່ເມືອງ ຝອດເວີດ
(Fort Worth) ລັດເທັກຊັສ ກ່າວເຖິງກົດລະບຽບການເກັບເງິນສົງເຄາະໃນການສົ່ງ
ສະການສຳລັບຄອບຄົວສະມາຊິກທີ່ເສຍຊີວິດໃນໄລຍະ ການລະບາດຂອງໂຄວິດ-19
ສູ່ ວີໂອເອ ຟັງວ່າ:

ລິງໂດຍກົງ

ເຖິງແມ່ນໄດ້ເລີ້ມມີການສັກຢາປ້ອງກັນໂຄວິດ-19 ຢູ່ໃນສະຫະລັດມາເປັນເວລານື່ງເດືອນ
ມາແລ້ວກໍຕາມ ການເສຍຊີວິດຍັງດຳເນີນຢູ່ຕໍ່ໄປໃນທົ່ວປະເທດ ມີທັງພວກທີ່ຍັງໜຸ່ມແລະ
ຜູ້ສູງອາຍຸແລ້ວ. ປັດຈຸບັນນີ້ ຢູ່ໃນສະຫະລັດມີຜູ້ຕິດ ເຊື້ອໂຄວິດ-19 ຫຼາຍກວ່າ 25 ລ້ານຄົນ
ແລະເສຍຊີວິດໄປແລ້ວ 4 ແສນ ກວ່າຄົນ.

XS
SM
MD
LG