ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກມວຍປໍ້າ ອາເມຣິກັນເຊື້ອສາຍລາວ ຈະລົງແຂ່ງຂັນ ຊີເກມ ປີ 2023 ໃນນາມປະເທດລາວ ວັນອາທິດນີ້


ທ້າວ​ດໍ່​ຊັນ ສີ​ຫາ​ວົງ ນັກ​​ມວຍ​ປ້ຳ ຟຣີສະໄຕ ແລະ ເກຣກໂກ ໂຣມັນ
ທ້າວ​ດໍ່​ຊັນ ສີ​ຫາ​ວົງ ນັກ​​ມວຍ​ປ້ຳ ຟຣີສະໄຕ ແລະ ເກຣກໂກ ໂຣມັນ

ການແຂ່ງຂັນກິລາຊີເກມ ປີ 2023 ເລີ້ມຕົ້ນມາໄດ້ເກືອບນຶ່ງອາທິດ ໃນວັນທີ 5 ພຶດສະພາ ຢູ່ທີ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ດັ່ງທີ່ວີໂອເອ ໄດ້ລາຍງານຜ່ານມາ ມີນັກລອຍນ້ຳຍິງອາເມຣິກັນເຊື້ອສາຍລາວ 3 ຄົນ ແລະ ຊາຍ 1 ຄົນ ກໍໄດ້ລົງແຂ່ງຂັນໄປແລ້ວ ໃນໄລຍະ 5 ວັນຜ່ານມາ ແລະ ນາງ ແອນເຈີລີນາ ສະມັຍຍະວົງ ແມັສຊີນາ ໄດ້ເຂົ້າຮອບສຸດທ້າຍໃນທ່າກົບຫຼື breathstroke ໃນຄືນວັນພຸດວານນີ້ ຊຶ່ງນາງເຂົ້າເສັ້ນໄຊຜູ້ທີ 6 ໃນທັງໝົດ 7 ຄົນ. ນາງອາສຕຣິດ ແລະ ອາຣີອານາ ເດີກສວາເກີ ກໍໄດ້ເຂົ້າຮອບສຸດທ້າຍເຊັ່ນກັນ ຊຶ່ງທັງສອງຈະລົງແຂ່ງໃນແລງມື້ນີ້.

ສ່ວນນັກກິລາລາວອາເມຣິກັນ ອີກຜູ້ນຶ່ງ ຄື ທ້າວດໍ່ຊັນ ສີຫາວົງ ນັກມວຍປ້ຳ ຟຣີສະໄຕ ແລະ ເກຣກໂກ ໂຣມັນ ຢູ່ທີ່ມະຫາວິທະຍາໄລ ສແຕນຟອດ ລັດຄາລີຟໍເນຍ ປີທີ 3 ຊຶ່ງຜູ້ກ່ຽວໄດ້ເລີ້ມແຂ່ງຂັນມວຍປ້ຳມາຕັ້ງແຕ່ຍັງນ້ອຍຈົນໃຫຍ່ ແລະໄດ້ຮັບລາງວັນ ໄຊຊະນະມາຫຼາຍສົມຄວນ. ໃນການແຂ່ງຂັນຊີເກມໃນນາມປະເທດລາວ ໃນວັນອາທິດ ທີ 14 ພຶດສະພານີ້ ທ້າວດໍ່ຊັນ ກ່າວເຖິງແຜນເກມໃນການລົງແຂ່ງໃຫ້ວີໂອເອຟັງວ່າ:

“ຂ້ອຍມີແຜນເກມດີໆຢູ່ໃນຫົວຂ້ອຍ ສ່ວນໃຫຍ່ກໍຢຶດຕິດພື້ນຖານ ແລະໃຫ້ແນ່ໃຈວ່າ ບຸກຄູ່ແຂ່ງຕະຫຼອດແລ້ວຄວບຄຸມເກມ ຖ້າຂ້ອຍເຂົ້າເກມແລ້ວ ຄຸມຕຳ
ແໜ່ງໄດ້ ໂດຍສ່ວນຫຼາຍ ຂ້ອຍກໍຈະຊະນະການແຂ່ງຂັນ. ນອກຈາກນັ້ນ ກໍເບິ່ງຄູ່ແຂ່ງທັງຫຼາຍ ສ່ວນຫຼາຍພວກເຂົາມັກຈະເລີ້ມຕົ້ນຊ້າໆແລ້ວບາງຄັ້ງບາງຄາວມີການຮຶດຂຶ້ນ ຖ້າຂ້ອຍຈັບຕອນພວກເຂົາຮຶດຂຶ້ນໄດ້ ບາງທີໃຊ້ວິທີປ້ອງກັນແລ້ວຕອບໂຕ້ດ້ວຍການບຸກຄືນຈົນເຂົາແກ້ບໍ່ໄດ້ເລີຍ.”

ທ່ານນາຣາ ສີຫາວົງ ພໍ່ຂອງທ້າວດໍ່ຊັນ ກ່າວວ່າ ລາວໄດ້ຮັບການຝຶກຊ້ອມມາເປັນຢ່າງດີໃນໄລຍະທີ່ແຂ່ງຂັນໃຫ້ມະຫາວິທະຍາໄລ ສະນັ້ນສິ່ງເຫຼົ່ານັ້ນຄືການໄດ້ປຽບຂອງລາວ.

XS
SM
MD
LG