ລັດຄາລີຟໍເນຍ ຊຶ່ງເປັນລັດໃຫຍ່ອັນດັບທີສາມຂອງສະຫະລັດ ມີພົນລະເມືອງ ອາໄສ
ຢູ່ຢ່າງໜາແໜ້ນກວ່າ 39 ລ້ານຄົນ ແລະເປັນລັດທີ່ມີການແຜ່ລະບາດ ຂອງໂຄວິດ-19
ທີ່ຮ້າຍແຮງສຸດຢູ່ໃນສະຫະລັດ. ປັດຈຸບັນ ມີປະມານ 2 ລ້ານ 7 ແສນກວ່າຄົນ ທີ່ຕິດ
ພະຍາດໂຄວິດ-19 ເສຍຊີວິດໄປແລ້ວ ຫຼາຍກວ່າ 29 ພັນຄົນແລະຍັງດຳເນີນເພີ້ມຂຶ້ນ
ຢູ່ໃນແຕ່ລະມື້. ສະພາບການດັ່ງກ່າວນີ້ເຮັດໃຫ້ ຊີວິດການເປັນຢູ່ ມີຄວາມລຳບາກໃນ
ການອອກນອກບ້ານ ເພື່ອທຳມາຫາກິນ.
ໂດຍສະເພາະຢ່າງຍິ່ງ ໂຮງໝໍຢູ່ໃນລັດຄາລີຟໍເນຍ ບໍ່ສາມາດຮັບເອົາຄົນປ່ວຍ ໄດ້ອີກ
ເພາະບໍ່ມີຕຽງນອນພຽງພໍ. ນອກຈາກນັ້ນ ບັນດາຄົນເຈັບຄົນຈຳນວນນຶ່ງຕ້ອງໄດ້ນອນ
ຢູ່ກັບພື້ນຮ່ອມທາງຍ່າງ. ບັນດາລົດໂຮງໝໍກໍມີບັນຫາບໍ່ສາມາດ ໄປຮັບເອົາຄົນປ່ວຍໄດ້
ຢ່າງວ່ອງໄວ ເພາະມີຄົນລົ້ມປ່ວຍຫຼາຍເກີນໄປດັ່ງທີ່ ທ່ານ ສີຈັນ ອິນທະວົງ ສະມາຊິກ
ປະຊາຄົມລາວອາເມຣິກັນ ຢູ່ທີ່ເມືອງແຊນຕາ ຄລາ ຣາ (Santa Clara) ຢູ່ໃນລັດຄາລີ
ຟໍເນຍ ຜູ້ເຫັນເຫດການໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:
ເພື່ອການດຳລົງຊີວິດ ຫຼາຍໆຄົນຕ້ອງໄດ້ອອກເຮືອນໄປເຮັດວຽກເທົ່າທີ່ເປັນໄປໄດ້ ແລະ
ຈຳນວນນຶ່ງ ພາກັນກັກຕົນເອງຢູ່ໃນບ້ານ. ແຕ່ເຖິງປານນັ້ນ ກໍຍັງບໍ່ມີ ຄວາມປອດໄພໄດ້
100 ເປີເຊັນເພາະວ່າຜູ້ທີ່ອອກໄປເຮັດວຽກໄດ້ນຳເອົາເຊື້ອ ໄວຣັສໂຄໂຣນາ-19 ເຂົ້າມາ
ແຜ່ຜາຍ ໃຫ້ແກ່ບັນດາສະມາຊິກຄອບຄົວຂອງຕົນເອງ.
ປັດຈຸບັນນີ້ປະຊາຊົນອາເມຣິກັນໄດ້ເລີິ້ມຮັບການສັກວັກຊີນປ້ອງກັນໂຄວິດ-19 ຢູ່ທົ່ວປະ
ເທດແລ້ວ. ຜູ້ທີ່ໄດ້ຮັບບູລິມະສິດ ກໍຄືຜູ້ສູງອາຍຸທີ່ຢູ່ເຮືອນຄົນຊະລາ ຜູ້ມີອາຍຸ 75 ປີຂຶ້ນໄປ ພະນັກງານການແພດ ແລະບັນດາ ພະນັກງານ ທີ່ເຮັດວຽກຢູ່ແຖວໜ້າ. ອີງຕາມລາຍ
ງານຫລ້າສຸດ ຢູ່ໃນສະຫະລັດ ມີຜູ້ເສຍຊີວິດຈາກໂຄວິດ-19 ໄປແລ້ວທັງໝົດ 376 ພັນ
ກວ່າຄົນ.