ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ ອາເມຣິກັນ ເຊື້ອສາຍລາວ ກຽມພ້ອມສຳລັບການເລືອກຕັ້ງ ກາງສະໄໝ


ແມ່ຍິງຄົນນຶ່ງຕື່ມບັດເລືອກຕັ້ງສຳລັບການເລືອກຕັ້ງປະທານາທິບໍດີ ສະຫະລັດ 2020, ເມືອງ ແຟແຟັກສ໌, ລັດ ເວີຈິເນຍ, 3 ພະຈິກ, 2020.
ແມ່ຍິງຄົນນຶ່ງຕື່ມບັດເລືອກຕັ້ງສຳລັບການເລືອກຕັ້ງປະທານາທິບໍດີ ສະຫະລັດ 2020, ເມືອງ ແຟແຟັກສ໌, ລັດ ເວີຈິເນຍ, 3 ພະຈິກ, 2020.

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ ສະ​ຫະ​ລັດ ຈະ​ເລີ່ມ​ຂຶ້ນ ​ໃນ​ເດືອນ​ພະ​ຈິກ​ປີນີ້, ໂດຍ​ມີ​ 469 ບ່ອນ​ນັ່ງ ​ໃນ​ລັດ​ຖະ​ສະ​ພາ​ ເຊິ່ງ​ແມ່ນ 34 ໃນ​ສະ​ພາ​ສູງ ແລະ ທັງ​ໝົດ 435 ບ່ອນ​ນັ່ງ​ໃນ​ສະ​ພາ​ຕ່ຳ, ຖືກ​ກຳ​ນົດ​ສຳ​ລັບ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້.

ໃນ​ແຕ່​ລະຄັ້ງ​ມີ​ຄົນ​ລາວ​ທີ່​ມີ​ສິດ​ເລືອກ​ຕັ້ງ​ຈຳ​ນວນຫຼາຍ​ພາ​ກັນ​ໄປ​ເລືອກ​ຕັ້ງ, ແລະ ປີນີ້​ກໍ​ຄາດ​ວ່າ​ ຈະ​ມີຫຼາຍ​ເຊັ່ນ​ກັນ. ດັ່ງ​ຄົນ​ລາວ​ທ່ານ​ນຶ່ງ​ຢູ່​ລັດ​ແມ​ຣີ​ແລນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ລາວ​ວ່າ “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ​ການ​ເລືອກ​ຕັ້ງ​ແຕ່​ລະ​ຄັ້ງ​ແມ່ນ​ມີ​ຄວາມ​ສຳ​ຄັນ. ເພາະ​ວ່າ​ມັນ​ເປັນ​ສິ່ງ​ຕັດ​ສິນ ກ່ຽວ​ກັບ ການ​ດຳ​ລົງ​ຊີ​ວິດ​ຂອງ​ເຮົາ. ຖ້າ​ເຈົ້າ​ບໍ່​ໄປ​ໃຊ້​ສິດ​ເຈົ້າ​ກໍ​ອາດ​ຈະ​ໄດ້​ຢູ່​ພາຍ​ໃຕ້​ຄົນ​ທີ່​ບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ຊີ​ວິດ​ເຮົາ. ເຖິງ​ແມ່ນ​ວ່າ​ມັນ​ບໍ່​ມີ​ຄົນ​ທີ່​ເຈົ້າ​ມັກ ເຈົ້າ​ກໍ​ຕ້ອງ​ອອກ​ໄປ​ເລືອກ​ເອົາ​ຄົນ​ທີ່​ຢ່າງ​ໜ້ອຍຈະ​ສ້າງ​ຜົນ​ປະ​ໂຫຍດ, ສ້າງ​ຄວາມ​ດີ​ຕໍ່​ພວກ​ເຮົາ ແລະ ສັງ​ຄົມ.”

ປັດ​ຈຸ​ບັນ​ນີ້ ພັກ​ເດ​ໂມ​ແຄ​ຣັດ ແລະ ພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ມີ​ຄະ​ແນນ​ສຽງ ​ທີ່​ໃກ້​ຄຽງ​ກັນຫຼາຍ​ໃນ​ລັດ​ຖະ​ສະ​ພາ. ​ໃນ​ສະ​ພາ​ສູງ ພັກ​ເດ​ໂມ​ແຄ​ຣັດ ແມ່ນ​ມີ​ຄະ​ແນ​ນ​ສຽງ​ເທົ່າ​ກັບ​ພັກ​ຣີ​ພັບ​ກັນ, ໂດຍ​ມີ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ ຄາ​ມາ​ລາ ແຮ​ຣິ​ສ ສັງ​ກັ​ດ​ພັກ​ເດ​ໂມ​ແຄ​ຣັດ ເປັນ​ຜູ້​ຖື​ຄະ​ແນນ​ຕັດ​ສິນ.

ໃນ​ສະ​ພາ​ຕ່ຳ​ພັກ​ຣີ​ພັບ​ບ​ລີ​ກັນ ມີ​ບ່ອນ​ນັ່ງ​ຫຼຸດ​ພັກ​ເດ​ໂມ​ແຄ​ຣັດ 211 ຕໍ່ 220 ແລະ ມີ 4 ຕຳ​ແໜ່ງ​ຫວ່າງ.

ມີ​ການ​ຄາດ​ກັນ​ວ່າ ພັກ​ເດ​ໂມ​ແຄ​ຣັດ ອາດ​ສູນ​ເສຍ​ສຽງ​ສ່ວນຫຼາຍ​ທັງ​ໃນ​ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ​ໃຫ້​ພັກ​ຣີ​ພັບ​ບ​ລີ​ກັນ ຍ້ອນ​ລະ​ດັບຄວາມ​ເຫັນ​ພ້ອມ​ຂອງ​ສາ​ທາ​ລະ​ນະ​ສຳ​ລັບປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ທີ່​ຕ່ຳຫຼາຍເນື່ອງ​ຈາກ​ບັນ​ຫາ​ເງິນ​ເຟີ້ ແລະ ເສດ​ຖະ​ກິດ​ຕົກ​ຕ່ຳ.

XS
SM
MD
LG