ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ດຣ. ລາວ- ອາເມຣິກັນ ສະໜອງການປິ່ນປົວ ໂຄວິດ-19 ທາງອອນລາຍ ໃຫ້ຄົນຢູ່ທົ່ວ ສຫລ


ດຣ. ວຽງໄຊ ມາລາວົງ ທີ່ລອດຊີວິດຈາກການເປັນພະຍາດໂຄວິດ-19 ແລະທ່ານໝໍປົວພະຍາດ ໂຄວິດ-19
ດຣ. ວຽງໄຊ ມາລາວົງ ທີ່ລອດຊີວິດຈາກການເປັນພະຍາດໂຄວິດ-19 ແລະທ່ານໝໍປົວພະຍາດ ໂຄວິດ-19

ດຣ. ວຽງໄຊ ມາລາວົງ, ເຈົ້າຂອງຄລີນິກ ແອສປາຍຣ໌ ແລະເປັນທ່ານໝໍອາເມຣິກັນ ເຊື້ອສາຍລາວ ປະຈໍາ ຢູ່ຫ້ອງການແພດສຸກເສີນ ທີ່ເມືອງອໍເບີນ, ລັດອາລາບາມາ ກໍເປັນຜູ້ນຶ່ງທີ່ສະໜອງການປິ່ນປົວ ແລະ ກວດພະຍາດໃນຫລາຍແບບລວມທັງການປິ່ນປົວໂດຍຜ່ານທາງອອນລາຍໃຫ້ໃຫ້ແກ່ຄົນ ປ່ວຍເປັນ ພະຍາດ ໂຄວິດ-19 ທັງຢູ່ໃກ້ ແລະຢູ່ໄກໃນທົ່ວສະຫະລັດຊຶ່ງເປັນປະເທດທີ່ມີການລະບາດ ແລະເສຍຊີວິດ ຍ້ອນ ພະຍາດນີ້ຫລາຍທີ່ສຸດ. ລາຍລະອຽດຈະເປັນຢ່າງໃດນັ້ນ ຂໍເຊີນທ່ານໄປຮັບຟັງຈາກບົວສະຫວັນໄດ້ ໃນອັນດັບຕໍ່ໄປ.

ຢູ່ສະຫະລັດ ມີຄົນຕິດເຊື້ອພະຍາດໂຄວິດ-19 ຫລາຍກວ່າ 1.3 ລ້ານຄົນ ແລະ ເກືອບຮອດ 80,700 ຄົນແລ້ວທີ່ເສຍຊີວິດໄປຍ້ອນພະຍາດນີ້ ຊຶ່ງເປັນຈໍານວນ ທີ່ສູງກວ່າໝູ່ທີ່ສຸດໃນໂລກ. ຕໍ່ສະພາບການດັ່ງກ່າວ ໂດຍໄດ້ຮັບອະນຸຍາດຈາກ ລັດຖະບານໃນມໍ່ໆມານີ້ ມີທ່ານໝໍ ແລະນັກຊ່ຽວຊານຫລາຍຄົນສະໜອງການປິ່ນປົວ ແລະ ກວດພະຍາດຕ່າງໆ ລວມທັງພະຍາດໂຄວິດ ທັງໃນແບບໃຫ້ຄົນເຈັບໄປພົບໝໍ ແລະແບບອອນລາຍ. ດຣ. ວຽງໄຊ ມາລາວົງ, ຜູ້ທີ່ເປັນເຈົ້າຂອງຄລີນິກ ແອສ ປາຍຣ໌ ແລະເປັນທ່ານໝໍປະຈໍາຢູ່ຫ້ອງການແພດສຸກເສີນ ທີ່ເມືອງອໍເບີນ, ລັດອາລາບາມາ ກໍເປັນຜູ້ນຶ່ງທີ່ສະໜອງການປິ່ນປົວ ແລະກວດພະຍາດໃຫ້ແກ່ຄົນປ່ວຍທັງແບບໃຫ້ຄົນມາພົບທ່ານຢູ່ຄລີນິກ ແລະທັງແບບຜ່ານວີດິໂອທີ່ສົ່ງ ທາງສະໄກພ໌, ຊຸມ (Zoom) ແລະອື່ນໆ. ສ່ວນການກວດ ແລະການສະໜອງ ການປິ່ນປົວພະຍາດແກ່ຄົນປ່ວຍຕິດພະຍາດໂຄວິດ ທີ່ຢູ່ ຫ່າງໄກໃນທົ່ວ 50 ລັດຂອງປະເທດນັ້ນ ດຣ. ວຽງໄຊເລົ່າສູ່ຟັງວ່າ:

ຕູບຜ້າເຕັ້ນທີ່ກາງຢູ່ຕໍ່ໜ້າຫ້ອງການຂອງຄລີນິກກວດພະຍາດສຸກເສີນທີ່ສະໜອງການກວດ ແລະປິ່ນປົວພະຍາດໂຄວິດ-19
ຕູບຜ້າເຕັ້ນທີ່ກາງຢູ່ຕໍ່ໜ້າຫ້ອງການຂອງຄລີນິກກວດພະຍາດສຸກເສີນທີ່ສະໜອງການກວດ ແລະປິ່ນປົວພະຍາດໂຄວິດ-19

ໃນການກວດຄົນທີ່ສົງໄສວ່າເປັນພະຍາດນີ້ ສໍາລັບຄົນຢູ່ຕ່າງລັດ ຫລືຫ່າງໄກນັ້ນ ທ່ານໝໍອາເມຣິກັນເຊື້ອສາຍລາວຄົນນີ້ ເວົ້າວ່າ ເພິ່ນສາມາດເຮັດໄດ້ຫລາຍວິທີ. ວິທີທີນຶ່ງກໍຄືການສົ່ງຫລືສັ່ງເອົາເຄື່ອງກວດພະຍາດໄປໃຫ້ຄົນປ່ວຍກວດ ເອົາ ເອງຢູ່ເຮືອນແລ້ວ ທ່ານ ໝໍກໍຈະເປັນຜູ້ແນະນໍາໂດຍຜ່ານທາງວີດິໂອ ທີ່ສົ່ງທາງ ສະໄກພ໌ ຫລື ຊຸມ ຫລືໂປຣແກຣມອອນລາຍອື່ນໆ. ອີກວິທີນຶ່ງກໍຄືສົ່ງຄົນປ່ວຍໄປ ກວດຢູ່ຫ້ອງທົດລອງໃກ້ໆກັບຜູ້ກ່ຽວ ຊຶ່ງທ່ານອະທິບາຍວ່າ:

ເພື່ອຢາກຮູ້ວ່າຄົນຜູ້ນຶ່ງຕິດເຊື້ອໄວຣັສໂຄໂຣນາໄວຣັສຫລືບໍ່ນັ້ນ ດຣ. ວຽງໄຊ ເວົ້າ ວ່າມີສາມຈຸດທີ່ສໍາຄັນ ຄື:

ແຕ່ຖ້າຫາກວ່າ ຄົນປ່ວຍມີອາການໜັກຫລາຍທ່ານໝໍວຽງໄຊກໍບອກວ່າ ຈະຕ້ອງ ໄດ້ຂຽນໃບນໍາສົ່ງໃຫ້ເຂົາເຈົ້າໄປປິ່ນປົວຢູ່ໃນໂຮງໝໍແຫ່ງໃດແຫ່ງນຶ່ງ ທີ່ຢູ່ໃກ້ ກັບຜູ້ກ່ຽວນັ້ນ ຊຶ່ງທ່ານອະທິບາຍດັ່ງນີ້:


ເມື່ອເວົ້າເຖິງເລື້ອງກວດນັ້ນທ່ານໝໍອາເມຣິກັນເຊື້ອສາຍລາວຄົນນີ້ ບອກວ່າ ການກວດບໍ່ສາມາດບອກຜົນໄດ້ຢ່າງຊັດເຈນເຖິງ 100 ເປີເຊັນ ຕົວຢ່າງ ເຊັ່ນໃນຕອນທີ່ເພິ່ນເປັນພະຍາດນີ້ໃນທ້າຍເດືອນມີນາຜ່ານມາ ນັ້ນ ຜົນການ ກວດຂອງເຄື່ອງກວດຢູ່ໃນຄລີນິກຂອງເພິ່ນເອງທີ່ຜະລິດຢູ່ໃນລັດອາລາບາມາ ແມ່ນບອກວ່າ ທ່ານຕິດເຊື້ອພະຍາດນີ້ແລ້ວ ແຕ່ວ່າ ຜົນກວດຢູ່ໃນຫ້ອງກວດ ພະຍາດສຸກເສີນທີ່ເພິ່ນໄປເປັນທ່ານໝໍປະຈໍານັ້ນ ແມ່ນມີຜົນອອກມາເປັນລົບ. ດຣ. ວຽງໄຊບອກອີກວ່າ ຖ້າຫາກຜົນກວດອອກມາເປັນບວກ ມັນມັກຈະເປັນ ຜົນກວດຖືກຕ້ອງສະເໝີ ສ່ວນຜົນກວດທີ່ອອກມາເປັນລົບ ແມ່ນຈະບໍ່ຄ່ອຍ ແມ້ນຢໍາປານໃດຕ້ອງໄດ້ກວດຄືນອີກເພື່ອໃຫ້ແນ່ໃຈ.

ໂດຍທີ່ເປັນຜູ້ນຶ່ງທີ່ໄດ້ຄົ້ນ ຄວ້າແລະປິ່ນປົວພະຍາດນີ້ ແກ່ຄົນປ່ວຍມາໄດ້ຫລາຍລາຍແລ້ວ ດຣ. ວຽງໄຊ ເວົ້າວ່າ ເຊື້ອໄວຣັສໂຄໂຣນາທີ່ແຜ່ລະບາດຢູ່ໃນສະຫະລັດແມ່ນ ມີຢູ່ສອງ ຊະນິດຄື ສະໜິດທີ່ມາແຕ່ທາງຕາເວັນອອກ ແລະຊະນິດມາແຕ່ທາງ ຕາເວັນຕົກ ຊຶ່ງທ່ານອະທິບາຍດັ່ງນີ້:


ໂດຍທີ່ເປັນທ່ານໝໍປະຈໍາຢູ່ສອງແຫ່ງ ດຣ. ວຽງໄຊບອກວ່າ ໃນແຕ່ລະມື້ຈະມີຄົນມາ
ກວດຢູ່ໃນຄລີນິກຂອງ ເພິ່ນເອງປະມານ 5 ຄົນ ສ່ວນຢູ່ໃນຄລີນິກ ທີ່ເພິ່ນໄປເຮັດວຽກ
ເປັນທ່ານໝໍປະຈໍາໃຫ້ກໍຄືຄລີນິກ Stopwatch Urgent Care ທີ່ສະໜອງການກວດ
ແລະປົວພະຍາດໂຄວິດ-19 ນີ້ເປັນການສະເພາະຢູ່ໃນເມືອງດຽວກັນນັ້ນ ແມ່ນມີຄົນໄປ
ກວດຫາໄວຣັສນີ້ປະມານ 20 ຫາ 50 ຄົນຕໍ່ມື້ ຊຶ່ງບໍ່ຕ້ອງເສຍຄ່າທັງການກວດ ແລະປົວ
ພະຍາດນີ້. ແລະຄົນສ່ວນໃຫຍ່ໄປກວດພະຍາດນີ້ ແມ່ນບໍ່ມີອາການຫຍັງພຽງແຕ່ຮູ້ວ່າ
ຕົນເອງໄດ້ສໍາຜັດ ຫລືຢູ່ໃກ້ກັບຄົນເປັນພະຍາດນີ້ເທົ່ານັ້ນ ຫລືບາງຄົນກໍມີອາການຄ້າຍ
ຄືເປັນຫວັດ ຫລືນໍ້າມູກໄຫລຍ້ອນການແພ້ອາກາດ ແລ້ວກໍໄປກວດເບິ່ງ ຊຶ່ງຜົນກວດ
ອອກມາບາງຄົນ ທີ່ບໍ່ມີ ອາການແຕ່ກໍເປັນພະຍາດນີ້ກໍມີ. ສ່ວນບາງຄົນມີອາການແພ້ກໍ
ອາດຈະມີ ຫລືບໍ່ ມີໄວຣັສນີ້ກໍເປັນໄດ້ ມັນຂຶ້ນຢູ່ກັບພູມຕ້ານທານຂອງຜູ້ກ່ຽວ.

ສ່ວນຢາປິ່ນປົວພະຍາດນີ້ນັ້ນ ເພິ່ນບອກວ່າໃຊ້ຢາປະສົມປະສານກັນຫລາຍຢ່າງໄປ
ພ້ອມໆກັບການກິອາຫານໃຫ້ຖືກຕ້ອງ. ທ່ານເວົ້າອີກວ່າໃນເມື່ອກ່ອນ ພວກທ່ານໝໍ
ໃນຄລີນິກທີ່ເພິ່ນເຮັດວຽກຢູ່ນັ້ນ ຈະໃຊ້ຢາປະສົມທີ່ວ່າ ນີ້ບວກໃສ່ກັບຢາ ແກ້ໄຂ້ມາ
ເລເຣຍ ແຕ່ວ່າ ມັນບໍ່ໄດ້ຜົນດີ ສະນັ້ນເຂົາເຈົ້າໄດ້ເຊົາໃຊ້ມັນແລ້ວ.

ທ່ານໝໍວຽງໄຊອະທິບາຍອີກວ່າ ຈຸດສໍາຄັນອີກອັນນຶ່ງຂອງພະຍາດນີ້ກໍຄືວ່າ ຄົນມັກ
ຈະເປັນໂຣກປອດບວມໃນຂັ້ນທີສອງ ຊຶ່ງໝາຍຄວາມວ່າ:

ໃນນາມທີ່ເຄີຍເປັນພະຍາດນີ້ແລະມີປະສົບການດ້ານນີ້ຫລາຍ ທ່ານໝໍເຊື້ອສາຍ
ລາວໄວ 36 ປີທ່ານນີ້ ແນະນໍາວ່າ ເພື່ອຢາກໃຫ້ຫາຍ ຈາກພະຍາດນີ້ໄວທ່ານ
ກໍໄດ້ບອກຄົນປ່ວຍຕ້ອງພະຍາຍາມປະຕິບັດດັ່ງນີ້:

ສະຫລຸບແລ້ວ ຂະນະທີ່ມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ນີ້ ດຣ. ວຽງໄຊ ມາ
ລາວົງ ທ່ານເປັນ ທ່ານໝໍໜຸ່ມ ເຊື້ອສາຍກໍຄືບັນດາແພດໝໍ ຢູ່ທົ່ວສະຫະລັດ ໄດ້ພະຍາ
ຍາມຕອບສະໜອງຄວາມຕ້ອງການໃນການປິ່ນປົວພະຍາດນີ້ໃຫ້ແກ່ຄົນປ່ວຍທັງຢູ່ໃກ້
ແລະຢູ່ໄກໂດຍຜ່ານຫລາຍຮູບແບບລວມທັງການກວດພະຍາດໂດຍໃຊ້ວີດິໂອ ແລະສັ່ງ
ຢາທາງອອນລາຍໃຫ້ຄົນເຈັບອີກດ້ວຍ.

ອ່ານສະຫລຸບຫຍໍ້ກ່ຽວກັບລາຍງານນີ້ເປັນພາສາອັງກິດຢູ່ລຸ່ມນີ້

Lao-American Doctor in AL Provides Tele-Health Care Services to Patients with Covid-19

As over 1.3 million people with infections and more than 80,600 people have died in the U.S. from Covid-19 pandemic, by far more than in any other country across the world, Lao-American Dr. Veingxay Malavong, who used to be infected of the virus, provides health care services to patients with the infections or suspected to have infections.

XS
SM
MD
LG