ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

“ມັນໜາວຈົນເຖິງກະດູກເລີຍ” ດຣ. ວຽງໄຊ ໃນລັດອາລາບາມາ ເປີດເຜີຍປະສົບການການຕໍ່ສູ້ກັບ ໂຄວິດ-19


ດຣ. ວຽງໄຊ ມາລາວົງ, ທ່ານໝໍອາເມຣິກັນໜຸ່ມເຊື້ອສາຍລາວ ທີ່ລອດຊີວິດມາຈາກການຕິດເຊື້ອໄວຣັສໂຄໂຣນາ ກໍາລັງທໍາການກວດພະຍາດໂຄວິດ-19 ໃຫ້ແກ່ຄົນເຈັບຂອງເພິ່ນ ຢູ່ໃນຕູບຜ້າເຕັ້ນທີ່ກາງໄວ້ໜ້າຄລີນິກຂອງເພິ່ນໃນລັດອາລາບາມາຢູ່ ພາກໃຕ້ຂອງສະຫະລັດ (ພາບຖ່າຍວັນທີ 7 ພຶດສະພາ, 2020 ໂດຍ ດຣ. ວຽງໄຊ)
ດຣ. ວຽງໄຊ ມາລາວົງ, ທ່ານໝໍອາເມຣິກັນໜຸ່ມເຊື້ອສາຍລາວ ທີ່ລອດຊີວິດມາຈາກການຕິດເຊື້ອໄວຣັສໂຄໂຣນາ ກໍາລັງທໍາການກວດພະຍາດໂຄວິດ-19 ໃຫ້ແກ່ຄົນເຈັບຂອງເພິ່ນ ຢູ່ໃນຕູບຜ້າເຕັ້ນທີ່ກາງໄວ້ໜ້າຄລີນິກຂອງເພິ່ນໃນລັດອາລາບາມາຢູ່ ພາກໃຕ້ຂອງສະຫະລັດ (ພາບຖ່າຍວັນທີ 7 ພຶດສະພາ, 2020 ໂດຍ ດຣ. ວຽງໄຊ)

ດຣ. ວຽງໄຊ ມາລາວົງ, ທ່ານໝໍອາເມຣິກັນໜຸ່ມ ເຊື້ອສາຍລາວ ຜູ້ທີ່ມີຄລິນິກສ່ວນຕົວຂອງຕົນເອງທີ່ສະໜອງການປິ່ນປົວພະຍາດທົ່ວໄປລວມທັງໂຄວິດ-19 ແລະເປັນທ່ານໝໍໃຫ້ແກ່ຄລີນິກສຸກເສີນ ປິ່ນປົວພະຍາດໂຄວິດ-19 ແລະ ພະຍາດອື່ນຢູ່ໃນເມືອງອໍເບີນ (Auburn), ລັດອາລາບາມາ ຢູ່ທາງພາກໃຕ້ຂອງ ສະຫະລັດເປີດເຜີຍ ປະສົບການໃນການຕິດໂຄວິດ-19 ເມື່ອ 4 ອາທິດກ່ອນ ແລະການຕໍ່ສູ້ກັບພະຍາດນີ້ໃຫ້ວີໂອເອຟັງວ່າ:


ດຣ. ວຽງໄຊເວົ້າສູ່ຟັງອີກວ່າ ອາການໜາວຂອງເພິ່ນນັ້ນ ແມ່ນແຕ່ຕຸ້ມຜ້າຫົ່ມ ແລະໃສ່ເສື້ອໜາໆ ກໍຊ່ວຍໄດ້ແຕ່ພຽງໜ້ອຍດຽວ. ແຕ່ກໍຍັງໂຊກດີທີ່ເພິ່ນມີອາການໜັກແນວນັ້ນ ພຽງແຕ່ມື້ດຽວ ແລ້ວຄອຍໆດີຂຶ້ນ. ທັງນີ້ກໍເພາະວ່າເພິ່ນອອກກໍາລັງກາຍເຮັດຮົ້ວ ເຮັດສວນຢູ່ຫລັງບ້ານໃນໄລຍະກັກຕົນເອງນັ້ນ ແລະສິ່ງ ສໍາຄັນກໍແມ່ນການກິນອາຫານຊຶ່ງ ດຣ. ວຽງໄຊເວົ້າສູ່ຟັງດັ່ງນີ້:


ເພື່ອປ້ອງກັນບໍ່ໃຫ້ຕິດໃສ່ລູກ ແລະພັນລະຍານັ້ນ ເພິ່ນກໍນອນຢູ່ໃນຕູບຜ້າເຕັ້ນ ຢູ່ຫລັງບ້ານໃນໄລຍະກັກຕົວ 14 ວັນນັ້ນ ເວັ້ນເສຍແຕ່ຕອນຝົນຕົກ ເພິ່ນຈຶ່ງ ເຂົ້າໄປນອນຢູ່ຫ້ອງນອນສໍາລັບຮັບແຂກທີ່ມີທາງເຂົ້າໄປຈາກສວນໂດຍກົງ ໂດຍບໍ່ໄດ້ຮ່ວມປະຕູເຮືອນກັບຄົນອື່ນເລີຍ.

ດຣ. ວຽງໄຊ ມາລາວົງ ທີ່ລອດຊີວິດຈາກການເປັນພະຍາດໂຄວິດ-19
ດຣ. ວຽງໄຊ ມາລາວົງ ທີ່ລອດຊີວິດຈາກການເປັນພະຍາດໂຄວິດ-19

ດຣ. ວຽງໄຊບອກວ່າ ເພິ່ນຕິດພະຍາດໂຄວິດ-19ນີ້ ຈາກນາງພະຍາບານຄົນ ນຶ່ງ ທີ່ມາເຮັດວຽກຢູ່ນໍາເພິ່ນ ແຕ່ມື້ດຽວເທົ່ານັ້ນ. ຕາມການບອກເລົ່າຂອງເພິ່ນ ຍ້ອນບໍ່ຮູ້ວ່າພະຍາບານຄົນນັ້ນຕິດຈາກລຸງຂອງລາວທີ່ເປັນພະຍາດນີ້ຢູ່ເພິ່ນກໍບໍ່ ໄດ້ໃສ່ເຄື່ອງປ້ອງກັນພະຍາດເວລາຢູ່ໃກ້ຜູ້ກ່ຽວ ແລະກໍບໍ່ໄດ້ສົງໄສວ່າຜູ້ກ່ຽວຈະ ຕິດໄວຣັສໂຄໂຣນານີ້ເລີຍ ເຖິງຈະເຫັນວ່ານາງມີອາການຄ້າຍໆ ເປັນຫວັດແດ່ ກໍຕາມ. ໃນຕອນກາງຄືນຂອງວັນທີ່ເຮັດວຽກ ຮ່ວມກັບພະຍາບານຄົນນັ້ນແລ້ວ ທ່ານໝໍອາຍຸ 36 ປີ ຄົນນີ້ ກໍຮູ້ສຶກຄີງຮ້ອນແບບເປັນໄຂ້ ແລ້ວຕື່ນເຊົ້າມາເມື່ອ ໄປກວດຫາໄວຣັສໂຄໂຣນາ ຢູ່ໃນຄລີນິກຂອງຕົນເອງ ກໍຈຶ່ງຮູ້ວ່າ ຕົນເອງໄດ້ ຕິດເຊື້ອໄວຣັສນີ້ແລ້ວ.

XS
SM
MD
LG