ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງເຊຣິຟ ອາເມຣິກັນ ເຊື້ອສາຍລາວ ເສຍຊີວິດ ຍ້ອນໂຄວິດ-19


ທ່າມກາງທີ່ມີລາຍງານກ່ຽວກັບການລະບາດທີ່ຮ້າຍແຮງຂຶ້ນຂອງໄວຣັສໂຄໂຣນາຫຼືໂຄວິດ-19 ຢູ່ໃນສະຫະລັດ ພ້ອມທັງຂ່າວການຍົກເລີກການສະຫຼອງບຸນປີໃໝ່ຂອງຊຸມຊົນລາວໃນເຂດຕ່າງໆ ໃນທົ່ວສະຫະລັດອາເມຣິກາຢູ່ນີ້ ກໍມີຂ່າວທີ່ໜ້າເສົ້າໃຈເກີດຂຶ້ນ ກ່ຽວກັບການເສຍຊີວິດ ຂອງຄົນອາເມຣິກັນເຊື້ອສາຍລາວຜູ້ທຳອິດຍ້ອນໄວຣັສດັ່ງກ່າວ.

ຮອງເຊຣິຟ ເຂດມັນໂກເມີຣີຄາວຕີ້ (Montgomery County) ໄດ້ເສຍຊີວິດ ຍ້ອນໄວຣັສໂຄໂຣນາຫຼືໂຄວິດ-19 ອີງຕາມຖະແຫຼງຂ່າວຂອງຫ້ອງການເຊຣິຟ ປະຈຳເຂດດັ່ງກ່າວ.

ຮອງເຊຣິຟ ສີປະເສີດ “Bud” ພວງພຣະຈັນ ອາຍຸ 43 ປີ ຈາກເມືອງແຄນດໍ​ລັດຄາໂຣໄລນາເໜືອໄດ້ເສຍຊີວິດໃນຄືນວັນອັງຄານຜ່ານມາ ຍ້ອນໂຄວິດ-19 ຢູ່ທີ່ຫ້ອງສຸກເສີນ ຂອງໂຮງພະຍາບານປະຈຳເຂດ First Health-Moore ທີ່ເມືອງ Pinehurst.

ຖະແຫຼງຂ່າວເວົ້າຕື່ມວ່າ ທ່ານສີປະເສີດ ຊຶ່ງຮູ້ສຶກບໍ່ສະບາຍໂດຍມີອາການແບບ ເປັນອາລເລີຈີຫຼືພູມແພ້ ຈຶ່ງໄດ້ໄປຂໍຄຳແນະນຳຈາກໂຮງໝໍ ແລະໃນເວລາຕໍ່ມາ ຖືກກວດພົບວ່າຕິດເຊື້ອໄວຣັສໂຄໂຣນາ. ທ່ານໄດ້ເລີ້ມແຍກໂຕເພື່ອປິ່ນປົວແລະໄດ້ຖືກສົ່ງເຂົ້າໂຮງໝໍໃນວັນຈັນແລ້ວ.

ຖະແຫຼງຂ່າວກ່າວຕື່ມວ່າ ທ່ານສີປະເສີດປະຕິບັດໜ້າທີ່ມາໄດ້ 14 ປີແລ້ວ ຊຶ່ງກ່ອນໜ້ານີ້ ທ່ານໄດ້ເປັນຕຳຫຼວດ ທີ່ເມືອງແຄນດໍ. ພວກເພື່ອນຮ່ວມງານຂອງທ່ານ ແລະພວກນັກຮຽນເຂດມັນໂກເມີຣີຄາວຕີ້ ເອີ້ນທ່ານວ່າ “Deputy Bud” ບ່ອນທີ່ທ່ານໄດ້ເຮັດວຽກເປັນເຈົ້າໜ້າທີ່ຕຳຫຼວດຮັບໃຊ້ຊຸມຊົນ ທີ່ຖືກມອບໝາຍໃຫ້ເຮັດວຽກຄຸ້ມຄອງພວກນັກຮຽນມັດທະຍົມກາງແລະມັດທະຍົມປາຍ.

ທ່ານສີປະເສີດ ມີພັນລະຍາແລ້ວ ແລະປະລູກໄວ້ 5 ຄົນ.

ນອກນັ້ນ ກໍມີລາຍງານວ່າຄົນອາເມຣິກັນເຊື້ອສາຍລາວອີກຄົນນຶ່ງທີ່ຕິດໂຄວິດ-19 ໃນເຂດພາກເໜືອລັດເວີຈີເນຍທີ່ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງພະຍາບານເວລານີ້ ມີອາການດີຂຶ້ນແດ່ແລ້ວ.

XS
SM
MD
LG