ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວ-ອາເມຣິກັນ ຢ່າງໜ້ອຍ 3 ຄອບຄົວ ຕິດໂຄວິດ-19 ໃນຈໍານວນຄົນຕິດເຊື້ອເພີ້ມຂຶ້ນຢ່າງວ່ອງໄວ ໃນລັດອາລາບາມາ


ຜ້າເຕັ້ນທີ່ຕັ້ງເປັນສູນກວດພະຍາດໂຄວິດ-19 ຕັ້ງຢູ່ນອກຄລີນິກກວດພະຍາດສຸກເສີນ Stopwatch ແຫ່ງນຶ່ງໃນລັດອາລາບາມາ, ທາງພາກໃຕ້ຂອງສະຫະລັດ ບ່ອນທີ່ມີກໍລະນີຄົນເປັນພະຍາດໂຄວິດ-19 ເພີ້ມຂຶ້ນນັບມື້ນັ້ນ.
ຜ້າເຕັ້ນທີ່ຕັ້ງເປັນສູນກວດພະຍາດໂຄວິດ-19 ຕັ້ງຢູ່ນອກຄລີນິກກວດພະຍາດສຸກເສີນ Stopwatch ແຫ່ງນຶ່ງໃນລັດອາລາບາມາ, ທາງພາກໃຕ້ຂອງສະຫະລັດ ບ່ອນທີ່ມີກໍລະນີຄົນເປັນພະຍາດໂຄວິດ-19 ເພີ້ມຂຶ້ນນັບມື້ນັ້ນ.

ລັດອາລາບາມາ ເຖິງແມ່ນວ່າຈະບໍ່ນອນຢູ່ໃນລັດທີ່ມີຄົນ ຕິດເຊື້ອໄວຣັສໂຄໂຣ ນາສູງ ແລະແຜ່ຜາຍຢ່າງວ່ອງໄວທີ່ສຸດໃນສະຫະລັດກໍຕາມ ແຕ່ວ່າກໍເປັນລັດ ນຶ່ງ ທີ່ມີຄົນຕິດໄວຣັສນີ້ ໃນອັດຕາ ທີ່ນັບມື້ນັບສູງຂຶ້ນ, ອີງຕາມການບອກເລົ່າ ຂອງ ດຣ. ວຽງໄຊ ມາລາວົງ ຊຶ່ງເປັນທ່ານໝໍປະຈໍາຄລີນິກ Stopwatch ທີ່ ສະໜອງການປິ່ນປົວແລະການກວດພະຍາດສຸກເສີນໃຫ້ແກ່ຄົນປ່ວຍ. ໃນເມື່ອ ກ່ອນຄົນສ່ວນຫລາຍກໍຄິດວ່າພະຍາດດັ່ງກ່າວໄດ້ກາຍຈຸດສູງສຸດໄປແລ້ວ ເມື່ອເຫັນກໍລະນີ ຢູ່ໃນຫລາຍໆປະເທດເລີ້ມຫລຸດລົງແດ່ແລ້ວແລະໃນລັດດັ່ງກ່າວກໍມີຄົນຕິດເຊື້ອພະຍາດນີ້ເພີ້ມຂຶ້ນພຽງແຕ່ 168 ກໍລະນີໃນແຕ່ລະມື້ ໃນເດືອນມີ ນາຜ່ານມາ ແຕ່ວ່າໃນຕົວຈິງແລ້ວຈໍານວນຄົນຕິດພະຍາດໂຄວິດ-19 ກັບສືບຕໍ່ ເພີ້ມສູງຂຶ້ນເລື້ອຍໆນັບແຕ່ຕົ້ນເດືອນເມສາຫາຫາທ້າຍເດືອນມິຖຸນາທີ່ຜ່ານມານີ້ ຊຶ່ງ ເພີ້ມຂຶ້ນຫລາຍກວ່າ 9 ເທື່ອເປັນ 1,700 ຄົນຕໍ່ມື້ດັ່ງດຣ. ວຽງໄຊ ໄດ້ໃຫ້ ລາຍລະອຽດວ່າ:

ດຣ. ວຽງໄຊ ມາລາວົງ ໃສ່ຊຸດປ້ອງກັນພະຍາດໂຄວິດ-19 ເພື່ອກຽມກວດຄົນປ່ວຍ
ດຣ. ວຽງໄຊ ມາລາວົງ ໃສ່ຊຸດປ້ອງກັນພະຍາດໂຄວິດ-19 ເພື່ອກຽມກວດຄົນປ່ວຍ

ທ່ານບອກວ່າ ທັງນີ້ກໍເປັນຍ້ອນວ່າ ຫລັງຈາກເລີ້ມມີການເປີດລັດ ແລະ ເຫັນກໍ ລະນີຄົນປ່ວຍ ຢູ່ປະເທດອື່ນຫລຸດລົງຜູ້ຄົນກໍພາກັນປະໝາດໃນເລື້ອງເຮັດຕາມ ລະບຽບການຢູ່ຫ່າງກັນ 6 ຟຸດ ຫລື ສອງແມັດ ແລະການໃສ່ໜ້າກາກ. ການ ເພີ້ມຂຶ້ນນັບມື້ນັບໄວຂອງຈໍານວນຄົນຕິດພະຍາດນີ້ຢູ່ໃນລັດອາລາບາມາ ກໍໄດ້ ເຮັດໃຫ້ຈໍານວນຄົນປ່ວຍທີ່ໄປກວດພະຍາດນີ້ ຢູ່ຄລີນິກຂອງເພິ່ນເພີ້ມສູງ ຂຶ້ນ ຈາກປະມານ 50 ຄົນຕໍ່ມື້ ມາເປັນປະມານ 150 ຄົນຕໍ່ມື້ ໃນໄລຍະເດືອນກວ່າ ຜ່ານມານີ້ ຈົນເຮັດໃຫ້ຄລີນິກດັ່ງກ່າວຕ້ອງໄດ້ເຮັດສັນຍາກັບຮ້ານຊັບພະສິນຄ້າ Waltmart ເພື່ອຕັ້ງສູນກວດກາພະຍາດນີ້ ຢູ່ນອກຮ້ານດັ່ງກ່າວໃນທົ່ວລັດນັ້ນ. ທ່ານໃຫ້ທັດສະນະກ່ຽວກັບສະຖານະການ ຂອງການລະບາດຂອງພະຍາດນີ້ ແລະຄວາມຫຍຸ້ງຍາກຂອງສະຫະລັດໃນປີນີ້ສູ່ຟັງວ່າ:

ພ້ອມກັນນັ້ນ ທ່ານຍັງກ່າວບອກອີກວ່າ ເທົ່າທີ່ເພິ່ນຮູ້ແມ່ນມີຄົນລາວ ປະມານ 3 ຫລື 4 ຄອບຄົວຢູ່ໃນລັດນັ້ນ ທີ່ຕິດພະຍາດນີ້ ໃນໄລຍະອາທິດກວ່າມານີ້ ຊຶ່ງບາງ ຄົນໃນນັ້ນໄດ້ເຂົ້າໄປກວດພະຍາດນີ້ຢູ່ໃນຄລີນິກສຸກເສີນທີ່ທ່ານເຮັດ ວຽກຢູ່ນັ້ນ ແລະບາງຄົນກໍໄດ້ໂທລະສັບມາປຶກສາ ກັບເພິ່ນໃນການຮັກສາປິ່ນ ປົວພະຍາດນີ້ ແຕ່ໃນຕົວຈິງນັ້ນ ເພິ່ນເຊື່ອວ່າຈໍານວນຄົນລາວທີ່ເປັນພະຍາດ ໂຄວິດ-19 ນີ້ ຄົງຈະຫລາຍກວ່ານັ້ນ ເພາະຄົນລາວໂດຍລວມແລ້ວ ແມ່ນມັກ ຊຸມແຊວກັນ.

ປັດຈຸບັນ ລັດອາລາບາມາມີຄົນເປັນພະຍາດໂຄວິດ-19 ທີ່ໄດ້ຮັບການຢັ້ງຢືນ ທັງໝົດປະມານ 43,450 ຄົນ ແລະເສຍຊີວິດໄປເກືອບຮອດ 1 ພັນຄົນແລ້ວ ມາຮອດວັນທີ 5 ກໍລະກົດຜ່ານມາ. ສະນັ້ນ ດັ່ງ ດຣ. ວຽງໄຊກ່າວມາຂ້າງເທິງ ນັ້ນ ຜູ້ຄົນຍັງຈະຕ້ອງໄດ້ລະມັດລະວັງຫລາຍຂຶ້ນ ຂະນະທີ່ການລະບາດຂອງ ພະຍາດ ດັ່ງກ່າວ ມີທ່າອ່ຽງເພີ້ມຂຶ້ນ ຢູ່ນີ້.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເພີ້ມຢູ່ລຸ່ມນີ້

At Least Three Lao-American Families are Among Covid-19 Infections in AL

At least 3 Lao-Americans families are among more than 43,450 Covid-19 infections in Alabama, where the number of cases increased more than 9 times from 168 per day in March to 1,700 per day in June, said Lao-American Doctor Viengxay Malavong. However, he thinks that the actual number of Laotian cases is higher than that as Lao community like socializing, he added. Since the number of Coronavirus tests in his urgent care clinic, Stopwatch increased from 50 patients per day to 150 patients per day for over a month, the clinic signed contracts with Walmart to set up testing center in front of its stores across the state.

XS
SM
MD
LG