ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມ ລາວອາເມຣິກັນ ຮ່ວມສະຫຼອງ ວັນຊາດ ສະຫະລັດ ຄົບຮອບ 240 ປີ


4th of july
please wait
Embed

No media source currently available

0:00 0:00:50 0:00
ລິງໂດຍກົງ

ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ​ໃນ​ລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ມື້​ນີ້ເຮົາຈະສະ​ເໜີລາຍງານກ່ຽວກັບການ​ສະ​ຫລອງ​ບຸນວັນຊາດອາເມຣິກັນ ​ວັນຈັນ ທີ 4 ກໍລະກົດ ຕົ້ນສັບປະດານີ້ ຊຶ່ງຊາວ​ອາ​ເມຣິກັນ​ຢູ່​ທົ່ວ​ປະ​ເທດ ​ໄດ້​ພາກັນ​ປະກອບ ສ່ວນສະຫລອງຮ່ວມກັນຄົບຮອບ 240 ປີ. ​ໃນ​ຂະນະ​ດຽວ​ກັນຊາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ ກໍ​ໄດ້​ພາກັນຮ່​ວມມ່ວນຊື່ນນຳ ​ຢູ່​ທີ່​ວັດ​ລາວ​ພຸດ​ທະ​ວົງ ທີ່​ເມືອງ Catlett ລັດ Virginia ເພາະສະ​ນັ້ນ ໃນການ​ສຳພາດຂອງເຮົາມື້ນີ້ ທ່ານຈຶ່ງຈະ​ໄດ້ຍິນການໂອ້ລົມກັບ ສະມາຊິກຂອງ​ສັງຄົມລາວອ​າ​ເມຣິກັນ ຫຼາຍທ່ານ​ພ້ອມ ກັບລາຍ​ງານ​ກ່ຽວກັບ​ວັນຊາດ​ອາ​ເມຣິກັນ. ເຊີນທ່ານພົບກັບ​ ກິ່ງ​ສະຫວັນ ໄດ້ເລີຍ.

ກະກຽມການເດີນສວນສະໜາມ ວັນທີ 4 ກໍລະກົດ 2016 ທີ່ເດີ່ນສະໜາມຫລວງ ວໍຊິງຕັນ
ກະກຽມການເດີນສວນສະໜາມ ວັນທີ 4 ກໍລະກົດ 2016 ທີ່ເດີ່ນສະໜາມຫລວງ ວໍຊິງຕັນ

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ວັນຈັນ ທີ 4 ​ເດືອນກໍລະກົດ​ຕົ້ນສັບປະດາ​ນີ້ ​ແມ່ນວັນ​ຊາດ​ອາເມຣິກັນ ຄົບ​ຮອບ 240 ປີ ​ຕົກ​ຖືກ​ວັນພັກ​ເສົາ​ອາທິດ​ຕໍ່​ໃສ່ວັນ​ຈັນ ​ອັນ​ເປັນ​ທ້າ​ຍ ສັບປະດາ​ທີ່​ມີ​ການ​ເດີນທາງ​ຢ່າງ​ໜາ​ແໜ້ນ. ອາ​ເມຣິກາ ໄດ້ປະກາດເປັນເອກກະລາດ ຈາກ ພະ​ລາດ​ຊະ​ອາ​ນາ​ຈັກອັງກິດ ​ໃນ​ປີ 1776 ທ່ານ Thomas Jefferson ​ປະທານາທິບໍດີ​ຄົນ​ທີ​ສາມ​ຂອງ ສະຫະລັດ ​ເປັນ​ບຸກຄົນ​ສໍາຄັນ​ທີ່ສຸດ ໃນ​ການ​ຮ່າງລັດຖະທໍາ​ມະນູ​ນຂອງ​ປະ​ເທດ​ໃໝ່​ນີ້​ຂຶ້ນ​ມາ ອັນ​ເປັນ​ໝາກ​ຫົວ​ໃຈ​ຂອງວັນເອກະລາດ​ດັ່ງກ່າວ​ນີ້. ​ແຕ່​ກ່ອນຈະ​ໄດ້​ຮັບ​ເອກກະລາດມາ​ຢ່າງ​ສົມ​ບູນນັ້ນ ​ບັນດາ 13 ​ອານາ​ນິຄົມຂອງ​ອັງ​ກິດ ຕ້ອງ​ໄດ້​ຕໍ່ສູ້​ເອົາ​ອິດສະລະພາບມາ​ຈາກ​ອໍານາດ​ຫົວ​ເມືອງ​ຂຶ້ນ​ຂອງ​ຕົນ​ຢ່າງ​ໜັກ ​ຫລັງ​ຈາກ​ນັ້ນ​ມາເຂົາ​ເຈົ້າຈຶ່ງໄດ້​ບຸກບືນ​ຜ່ານ​ຜ່າອຸປະ​ສັກຕ່າງໆ​ນາໆ ​ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ຊາດນຶ່ງ​ດຽວ​ຂຶ້ນ​ມາ​ ​ກ່ອນ​ຈະ​ໄດ້​ມາເປັນ​ປະ​ເທດ​ມະຫາ​ອໍານາດເທົ້າ​ທຸກ​ວັນ​ນີ້.

ກອງດຸລິຍາງຈາກ ມັດທະຍົມ Hamburgh ຈາກລັດ Arkansas,
ກອງດຸລິຍາງຈາກ ມັດທະຍົມ Hamburgh ຈາກລັດ Arkansas,

ປະຊາຊົນ​ອາ​ເມ​ຣິ​ກັນ ເປັນ​ຊົນ​ຊາດ​ທີ່ຮັກ​ຫອມເສລີພາບ ​ຄວາມສະ​ເໝີ​ພາບ ປະຊາທິປະໄຕ ນັບຖື​ສິດທິ​ມະນຸດ ອັນ​ເປັນ​ຄ່າ​ນິຍົມ ທີ່​ພາ​ໃຫ້ເຂົາ​ເຈົ້າ​ຕໍ່ສູ້​ເອົາ​ເອກ​ກະລາດຈາກ​ອັງ​ກິດ ​ເພື່ອ​ສະຖາປະນາ​ປະ​ເທດ​ນຶ່ງ​ຂຶ້ນ​ມາ ໃຫ້ເປັນການ ປົກຄອງຂອງປະຊາ​ຊົນ ​ໂດຍ​ປະຊາ​ຊົນ ແລະ​ເພື່ອ​ປະຊາຊົນ​ ​ແລະໃຫ້ທຸກໆ​ຄົນທີ່ ​ເກີດ​ມາ​ມີ​ສິດ​ເທົ່າ​ທ່ຽມກັນ.

ພວກນາງສາວ ຈາກປະຊາຄົມຫວຽດນາມອາເມຣິກັນ
ພວກນາງສາວ ຈາກປະຊາຄົມຫວຽດນາມອາເມຣິກັນ

​ໃນ​ວັນສະຫລອງ​ບຸນ​ວັນຊາດສະຫະລັດ 240 ປີນີ້ ປະຊາ​ຄົມ​ລາວອາ​ເມຣິກັນ​ ທີ່​ເຂດນະ​ຄອນ​ຫລວງ ວໍຊິງ​ຕັນ ກໍບໍ່​ແຕກຕ່າງຫຍັງ​ໄປ​ຈາກ​ເຂດ​ອຶ່ນໆ​ໃນ​ສະຫະ ລັດ ​ເຂົາ​ເຈົ້າຈະໄດ້ ພາກັນ​ສະຫລອງ​ຢ່າງ​ມະ​ໂຫລານ ຮ້ອງວ່າ ວັນ​ເຕົ້າ​ໂຮມ​ເຄືອ​ຍາດ ຢູ່​ວັດ​ລາວ​ພຸດ​ທະ​ວົງ​ ​ເມືອງ Catlett ລັດ Virginia ຫ່າງ​ຈາກ​ນະຄອນ ຫລວງວໍຊິ​ງຕັນ ​ໄປ​ທາງ​ທິດຕາ​ເວັ​ນຕົກສຽງໃຕ້ປະ​ມານ 30 ກວ່າ​ໄມລ. ຢູ່​ເດີ່ນ​ວັດ​ອັນ​ກວ້າງໃຫຽ່​ແຫ່ງ​ນີ້ ​ມີ​ການ​ເປີດ​ຕະຫລາດ​ນັດ ການສະ​ແດງ​ຄອນ​ເຊີດ​ ທີ່​ມີ​ນັກ​ຮ້ອງ​ລາວ​ມາ​ຈາກ​ຫລາຍໆ​ແຫ່ງ. ​ເພາະສະ​ນັ້ນ ວີ​ໂອ​ເອ ​ຈຶ່ງໄດ້​ນຳ​ເອົາ​ການ​ສຳ​ພາດ​ກັບບັນດາ​ຜູ້​ມາ​ຮ່ວມ​ສະຫລອງ​ບຸນວັນຊາດ​ໃນ​ມື້​ນີ້ ມາສະ​ເໜີ​ທ່ານ​ຜູ້​ຟັງ​ຊຶ່ງ ດຣ. ພະ​ມະຫາ ຈັນ​ດາ​ພອນ ຈັກກະວາໂຣ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ການ​ສະຫລອງບຸນ​ວັນຊາດ​ສະຫະລັດ​ປີ​ນີ້ ​ໄດ້​ນຳພາ​ໂດຍການ​ເປັນ​ປະທານ​ຂອງ ຍານາງຂັນ​ກາບ ວົງພະຈັນ ຊຶ່ງ​ຍານາງ​ໄດ້​ເວົ້າວ່າ :

ຍານາງຂັນກາບ ວົງພະຈັນ
ຍານາງຂັນກາບ ວົງພະຈັນ

ປີ​ນີ້​ໄດ້​ມີ​ດາລາ​ນັກ​ຮ້ອງ​ຮັບ​ເຊີນຈາກ ສປປ ລາວ ​ເຂົ້າ​ຮ່ວມ​ມີ​ຊື່ວ່າ ທ່ານທ​ອງ ອິນ ທິບພູ​ໄທ ​ເຈົ້າ​ຂອງ​ເພ​ງດັງ “ບ່າວອາ​ເມຣິກາ​ຖືກ​ຕົ້ມ” ທີ່ໄດ້​ມາ​ຮ່ວມ​ຊຶ່ງ ທ່ານ​ໄດ້​ເວົ້າສູ່ ວີ​ໂອ​ເອ ຟັງວ່າ :

ທ່ານທອງອິນ ທິບພູໄທ
ທ່ານທອງອິນ ທິບພູໄທ

ໝໍ​ລຳ​ຍິງ ທີ່ໄດ້​ຮັບ​ເຊີນມາ​ຮ່ວມ​ກໍ​ຄື ຍານາງ​ຂັນ​ທະ​ລີ ​ເມືອງ​ໃຕ້ ຈາກ​ລັດ Illinois ນາງ​ໄດ້​ໂອ້​ລົມກ່ຽວ​ກັບ​ຄວາ​ມ​ເປັນ​ມາຕໍ່ ວີ​ໂອ​ເອ ຟັງດ່ັງນີ້:

ຍານາງຂັນທະລີ ເມືອງໃຕ້
ຍານາງຂັນທະລີ ເມືອງໃຕ້

ການ​ສະຫລອງ​ບຸນ​ໃຫຍ່ ທີ່​ມີ​ການ​ເຕົ້າ​ໂຮມ​ຢ່າງ​ໜາ​ແໜ້ນອັ່ງອໍ ​ຕ້ອງໄດ້ມີ​ເຈົ້າ​ໜ້າ​ທີ່ຮັກ​ສາ​ຄວາມ​ສະ​ຫງົບ ​ແລະ​ຮັກສາ​ຄວາມ​ເປັນ​ລະ​ບຽບຮຽບຮ້ອຍຢູ່​ສະ​ເມີ. ທ່ານສົມ​ນຶກ ນັນທະ​ວົງ ​ເຈົ້າ​ໜ້າ​ທີ່​ຕຳຫລວດລາວອາເມຣິກັນ​ເມືອງ Fairfax ​ໃນ​ລັດ​ເວີ​ຈີ​ເນຍ ​ໄດ້ອາສາ​ສະໝັກມາຊ່ວຍ ຊຶ່ງ​ທ່ານ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ່ານສົມນຶກ ນັນທະວົງ
ທ່ານສົມນຶກ ນັນທະວົງ

ຢູ່ໃນ​ນະຄອນຫລວງ ວໍ​ຊິງ​ຕັນ ແມ່ນມີ​ພິ​ທີເດີນ​ສວນ​ສະ​ໜາມຢ່າງຄຶກຄື້ນ​ ປະ​ກອບ​ດ້ວຍ​ທະ​ຫານ​ສີ່​ເຫລົ່າຄື ທະຫານ​ບົກ​ ທະຫານ​ເຮືອ ທະຫານ​ອາກາດ ​ແລະ​ທະຫານມາຣິນ ຕິດຕາມ​ມາ​ດ້ວຍບັນ​ດາກອງ​ດຸ​ຣິ​ຍາງ​ຕ່າງໆ ທີ່​ເດີນທາງມາ ຈາກຫລາຍ​ໆລັດ​ ​ແລະ​ອົງການ​ຈັດ​ຕັ້ງ​ປະຊາ​ຄົມ​ອື່ນໆ.

ປະຊາຄົມ Hare Krishna
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

ປະເພນີສະເຫລີມສະຫລອງວັນຊາດສະຫະລັດ ທີ່ຈະຂາດ​ບໍ່​ໄດ້​ນັ້ນ​ກໍ​ຄື ມີ​ປິກ​ນິກ ກິນເຂົ້າ ປ່າຢູ່​ຕາມ​ແຄມແມ່​ນໍ້າຫ້ວຍຮ່ອງ ​ແລະ​ສວນສາທາລະນະ​ຕ່າງໆ ພໍຕາ​ເວັນ​ຕົກ ດິນມາທ້ອງຟ້າ​ມືດ​ມົວ ກໍຈະໄດ້ຍິນສຽງຈູດໝາກກະໂພກດັງກ້ອງ ສະນັ່ນມາຈາກທຸກ ຮ່ອມທຸກແຈ ແລະແສງສີບັ້ງໄຟດອກສະວ່າງສະໄຫວ ທົ່ວທ້ອງຟ້າເທິງສະໝາ​ມຫລວງ​ແຫ່ງຊາດ​ ຫລື National Mall ​ໃນນະຄອນ ຫລວງວໍຊິງ​ຕັນ ມ້ວນທ້າຍພິທີ່ຢ່າງເປັນ ລະບຽບຮຽບ​ຮ້ອຍ ​ແລະ​ມີ​ຄວາມ​ສະຫງົບ​ດີ ​ປາດສະຈາກເຫດຮ້າຍໃດໆ.

ຄະນະນັກຟ້ອນຈາກ ປະຊາຄົມໃຕ້ຫວັນ
please wait

No media source currently available

0:00 0:00:20 0:00
ລິງໂດຍກົງ

XS
SM
MD
LG