ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ
ວັນພະຫັດ ທີ 4 ເດືອນກໍລະກົດ ອາທິດແລ້ວນີ້ ເປັນວັນຊາດ
ສະຫະລັດ ອາເມຣິກາ ຄົບຮອບ 237 ປີຫລັງຈາກໄດ້ປະກາດ
ເອກະລາດ ຈາກ ພະລາດຊະອານາຈັກ ອັງກິດ ໃນປີ 1776.
ວັນເອກະລາດ ອາເມຣິກາ ເປັນວັນພັກການ ເປັນມື້ສໍາຄັນປະ
ຈຳປີ ແລະມີການສະຫລອງກັນມາຢ່າງຄຶກຄື້ນທີ່ສຸດ.
ໃນຂະນະດຽວກັນ ປະຊາຄົມ-ລາວອາເມຣິກັນຢູ່ທົ່ວປະເທດຕ່າງ
ກໍພາກັນ ສະຫລອງວັນເອກະລາດນີ້ຢ່າງມ່ວນຊື່ນ ໂດຍສະເພາະ
ຢູ່ທີ່ວັດລາວພຸດທະວົງ ຫ່າງຈາກນະຄອນຫລວງວໍຊິງຕັນ ໄປທາງ
ພາກຕາເວັນຕົກປະມານ 80 ຫລັກ. ປະຊາຄົມລາວ-ອາເມຣິກັນ
ໃນເຂດນີ້ໄດ້ຖືເອົາວັນດັ່ງກ່າວ ສະຫລອງກັນຢ່າງຄຶກຄື້ນເປັນເວລາ ສາມມື້ ສາມຄືນ
ແລະຖືເປັນວັນເຕົ້າໂຮມເຄືອຍາດປະຈໍາປີ. ໃນໂອກາດນີ້ ຊາວລາວ-ອາເມຣິກັນ ທີ່ຢູ່ໃກ້ແລະໄກ ຕ່າງກໍພາກັນເດີນທາງມາຢ້ຽມຢາມ ຖາມຂ່າວພົບພໍ້ກັນ.
ເຫດການສໍາຄັນຢູ່ໃນພິທີ່ສະຫລອງບຸນວັນຊາດປີນີ້ ແມ່ນການ
ປະກົດໂຕຂອງ ພະບາງ ທີ່ໄດ້ຖືກນໍາມາຈາກ ປະເທດຝຣັ່ງ
ແລະນໍາມາສະທິດໄວ້ທີ່ສາລາໂຮງທຳ ເພື່ອໃຫ້ ພຸດທະສາສະ
ນິກະຊົນ ໄດ້ສັກກາລະບູຊາ. ພະບາງ ເປັນພະພຸດທະຮູບມິ່ງ
ບ້ານມິ່ງເມຶຶອງ ສົມບັດຂອງປະຊາຊົນຊົນລາວ ເປັນສັນຍາ
ລັກພຸດທະສາສະໜາ ທີ່ໄດ້ນໍາເຂົ້າມາແຜ່ຜາຍຢູ່ໃນດິນແດນ
ລ້ານຊ້າງ ໃນສະໄໝ ພະເຈົ້າຟ້າງຸ່ມ ໃນປີ ຄ.ສ 1353. ແຕ່ວ່າ
ຄວາມເປັນມາຂອງ ພະບາງອົງດັ່ງກ່າວນີ້ ມີຄວາມສໍາຄັນຢ່າງ
ໃດ ນັ້ນ ທ່ານນາງ ໝໍ່ຄຳ ສຸວັນນະວົງ ຜູ້ຮັກສາ ແລະນຳພາ
ພະບາງອົງນີ້ ມາຈາກ ປະເທດຝຣັ່ງ ໄດ້ເລົ່າສູ່ ວີໂອເອ ສູ່ຟັງວ່າ:
ນອກຈາກນັ້ນແລ້ວ ເດີ່ນວັດລາວພຸດທະວົງ ໄດ້ກາຍມາເປັນ
ຕະຫລາດນັດທີ່ໃຫຍ່ທີ່ສຸດປະຈໍາປີ ເຕັມໄປດ້ວຍຜາມ ແລະ
ຮ້ານຂາຍເຄຶ່ອງຢູ່ຂອງກິນ ອາຫານພື້ນເມຶືອງລາວ ເຄຶ່ອງປູກຂອງຝັງ ທີ່ບໍ່ມີຂາຍຢູ່ຕາມ
ຕະຫລາດທົ່ວໆໄປ ໂດຍສະເພາະຢ່າງຍິ່ງຈຳພວກຜັກສົດ ເຊ່ນວ່າ ຜັກຫົມ ຜັກຕີ້ວ ຜັກ
ກະໂດນ ຫົວສີໄຄ ຂ່າ ໝາກກະຖິນ ຜັກບົ້ງ ໝາກເຂືອ ໝາກແຄ້ງ ໝາກເຜັດ ຜັກອີ່ເລີດ
ຜັກຄະແຍງ ໜໍ່ໄມ້ສົດ ດອກແຄ ຕົ້ນຂີ້ຫູດ ຕົ້ນໝາກຮຸ່ງ ໝາກມ່ວງ ທີ່ນໍາມາຈາກລັດຟຣໍ
ລິດາ ແລະລັດທີ່ຢູ່ພາກໃຕ້ຕ່າງໆຂອງສະຫະລັດ. ທ່ານບຸນຍົງ ສຸລິຍາ ແມ່ນພໍ່ຄ້າຄົນນຶ່ງ
ທີ່ໄດ້ນຳເອົາຜັກສົດມາວາງຂາຍ. ທ່ານໄດ້ກ່າວຕໍ່ ວີໂອເອ ວ່າ:
ນອກຈາກນັ້ນອີກແລ້ວ ກໍມີອາຫານສຳເລັດຮູບທີ່ເຮັດເປັນກັບ
ເປັນຫໍ່ວາງໄວ້ຂາຍ ຫໍ່ຫລືກັບລະ 5 ໂດລາ ແລະ 10 ໂດລາ
ເຊ່ນວ່າ ແຈ່ວບອງ ສົ້ມປາ ສົ້ມໝູ ແຈ່ວປາແດກ ໝາກເຜັດປົ່ນ
ເຂົ້າໂຄບ ເຂົ້າຫລາມ ນ້ຳອອ້ຍສົດ ຮ້ານຂາຍເຝີ ຂາຍເຂົ້າປຸ້ນ ປີ້ງໄກ່ ແລະອາຫານພື້ນເມືອງລາວອື່ນໆ. ທີ່ກ່າວມາທັງໝົດນີ້ ຊາວລາວ-ອາເມຣິກັນ ຫາກິນອາຫານເຫລົ່ານີ້ບໍ່ໄດ້ເປັນປົກກະຕິ ນອກຈາກເວລາມີບຸນ ແລະໂອກາດທີ່ໄດ້ມາພົບພໍ້ກັນ.
ນາງປອນ ລາດຊະວົງສາ ພ້ອມດ້ວຍສາມີ ທີ່ໄດ້ຂົນສີນຄ້າໃສ່ລົດຕູ້ແວນ ໃຊ້ເວລາຂັບລົດມາ 10 ຊົ່ວໂມງຈາກ ລັດຟຣໍລິດາ ມາວາງຂາຍເຊ່ນກັນ ກ່າວຕໍ່ ວີໂອເອ ວ່າ:
ນອກນັ້ນກໍມີການເສບດົນຕີ ແລະຮ້ອງເພງ ມີທັງດາລານັກຮ້ອງ
ລາວ ແລະໄທ ເຂົ້າຮ່ວມຢ່າງຄຶກຄື້ນ. ເຖິງແມ່ນວ່າ ວັນເອກລາດ
ສະຫະລັດ ບໍ່ພົວພັນກັບທາງພຸດທະສາສະໜາກໍຕາມ ແຕ່ວ່າ
ສະມາຊິກປະຊາຄົມລາວ-ອາເມຣິກັນ ກໍໄດ້ຖືໂອກາດນີ້ປະກອບ
ພິທີທາງສາສະໜາ ມີຕັກບາດ ແລະຖວາຍສັງຄະທານ ຕາມປະເພນີຊາວພຸດ ທີ່ຈະລະເລີຍ
ບໍ່ໄດ້.