ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຄົມລາວອາເມຣິກັນ ຢູ່ເມືອງເຊນປີເຕີສ໌ເບີກ ລັດຟລໍຣິດາ ກຳລັງສ້າງຫໍພິພິດທະພັນລາວ


ສະມາຊິກປະຊາຄົມລາວ ທີ່ເມືອງເຊນປີເຕີສ໌ເບີກ ລັດຟລໍ່ຣິດາ
ສະມາຊິກປະຊາຄົມລາວ ທີ່ເມືອງເຊນປີເຕີສ໌ເບີກ ລັດຟລໍ່ຣິດາ

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ກັບມາພົບກັນອີກກັບລາຍການຊີວິດຊາວ ລາວ ຂອງ
ວີໂອເອ.ໃນແລງວັນພະຫັດມື້ນີ້ເຮົາຈະພາທ່ານໄປຟັງການໂອ້ລົມກັບ ທ່ານຈັນໂທ ວໍຣະ
ສານ ປະທານມູນນິທິສິນລະປະ ແລະວັດທະນາທຳລາວ ຢູ່ທີ່ ເມືອງເຊນປີເຕີສ໌ເບີກ
(Saint Petersburg) ລັດຟລໍຣິດາ ທີີ່ກຳລັງສ້າງຫໍພິພິດທະພັນ ເພື່ອໃຫ້ເປັນສູນກາງ
ວັດທະນະທຳລາວອາເມຣິກັນ ແຫ່ງທຳອິດຢູ່ໃນສະ ຫະລັດ. ເປົ້າໝາຍກໍເພື່ອສະແດງ
ໃຫ້ເຫັນເຖິງມໍລະດົກຂອງຄົນອາເມຣິກັນເຊື້ອ ສາຍລາວ. ໂຄງການດັ່ງກ່າວນີ້ ເປັນມາ
ຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສ່ວນນຶ່ງຂອງໂບດຄຣິສຕຽນ ທີ່ຈະດັດແປງໃຫ້ເປັນສ່ວນນຶ່ງ ຂອງຫໍພິພິດທະພັນ
ສ່ວນນຶ່ງຂອງໂບດຄຣິສຕຽນ ທີ່ຈະດັດແປງໃຫ້ເປັນສ່ວນນຶ່ງ ຂອງຫໍພິພິດທະພັນ

ຊາວອາເມຣິກັນເຊື້ອສາຍລາວ ແລະບັນດາຜູ້ທີ່ຢູ່ໃນປະເທດຕ່າງໆທົ່ວໂລກ ປະສົບຄວາມສຳເລັດ ໃນການສ້າງວັດວາອາຮາມ ໃຫ້ເປັນບ່ອນສັກກະລະບູຊາ. ແຕ່ເຂົາເຈົ້າຍັງມີຄວາມຝັນໃນການສ້າງຫໍພິພິດທະພັນແລະສູນວັດທະນາທຳລາວ ຢູ່ໃນປະຊາຄົມຂອງເຂົາເຈົ້າ. ຄວາມນຶກຄິດທີ່ມີມາແຕ່ນານດັ່ງກ່່າວ ບັດນີ້ໄດ້ເລີ້ມ ເກີດຂຶ້ນມາເປັນຄວາມຈິງແລ້ວ ຢູ່ທີ່ເມືອງເຊນປີເຕີສ໌ເບີກ (Saint Petersburg) ຕັ້ງຢູ່ອ່າວແທມປາ ລັດຟລໍຣິດາ ສະຫະລັດອາເມຣິກາ.

ຂົງເຂດນີ້ ມີປະຊາກອນອາໄສຢູ່ປະມານ 261 ພັນກວ່າຄົນ ຮວມທັງຊາວອາເມຣິກັນເຊື້ອສາຍລາວ 48 ຄອບຄົວ ແລະສ່ວນທີ່ເຫຼືອນັ້ນ ແຈກຢາຍກັນອອກໄປຢູ່ ຕາມເຂດເມືອງຕ່າງໆ.

ເມືອງເຊນປີເຕີສ໌ເບີກ ມີອາກາດສົດໃສດີ ເປັນເມືອງທ່ອງທ່ຽວ ມີບ່ອນຕີກັອຟ ຂີ່ເຮືອ ຕຶກເບັດ ແລະຫາດຊາຍງາມ. ໂດຍການນຳພາຂອງບັນດາຜູ້ຊົງຄຸນນະ ວຸດທິ ພ້ອມດ້ວຍສະມາຊິກປະຊາຄົມລາວ ເຂົາເຈົ້າໄດ້ພ້ອມພຽງກັນຊຶ້ໂບດ ທີ່ ເປົ່າຫວ່າງມາໄດ້ຫຼາຍປີແລ້ວ ບັດນີ້ ກຳລັງດັດແປງໃຫ້ເປັນ “ມູນນິທິສິນລະປະ ວັດທະນາທຳລາວ.” ໂຄງການນີ້ ເປັນໂຄງການໆກຸສົນ ທີ່ບໍ່ຫວັງຜົນກຳໄລ ມີ ໃບອະນຸຍາດ 501-C3 ເພື່ອຫາລາຍໄດ້ຊ່ວຍຕົນເອງ ໂດຍຍົກເວັ້ນການເສຍ ພາສີ.

ທ່ານຈັນໂທ ວໍຣະສານ ປະທານມູນນິທິສິນລະປະ ແລະວັດທະນາທຳລາວ ໄດ້ ກ່າວເຖິງຈຸດປະສົງຕໍ່ ວີໂອເອ ຟັງດັ່ງນີ້:

ທ່ານຈັນໂທ ໄດ້ອະທິບາຍເຖິງແຜນການຕົກແຕ່ງສະຖານທີ່ ບ່ອນທີ່ຈະວາງເຄື່ອງ ສະແດງສິນລະປະໂບຮານຂອງລາວຕໍ່ໄປວ່າ:

ປັດຈຸບັນນີ້ ຄະນະກຳມະການພ້ອມດ້ວຍອາສາສະໝັກກຳລັງພາກັນບູລະນະສ້ອມ ແປງ ຕົກແຕ່ງສະຖານທີ່ມາເປັນຂັ້ນໆ ແລະມີຄວາມຄືບໜ້າ ມາຫຼາຍແລ້ວ. ຢູ່ໃນສະຫະລັດ ການຈັດງານສັງສັນ
ສົມລົດ ແລະກິນລ້ຽງຕ່າງໆ ປະຊາຄົມລາວ ອາເມຣິກັນ ຕ້ອງໄດ້ເຊົ່າຮ້ານອາຫານ ສູນກາງສັງຄົມ ຫຼືສະໂມສອນຕ່າງໆ ເພື່ອ ເປັນບ່ອນຈັດງານ. ບັນດາສະຖານທີ່ເຫຼົ່ານີ້ ມີກົດລະບຽບເຄັ່ງຄັດຫຼາຍຢ່າງ ໂດຍ ສະເພາະຈຳກັດຈຳນວນຄົນ ການຮັກສາຄວາມສະອາດ ຄວາມເປັນລະບຽບຮຽບ ຮ້ອຍ ແລະບາງບ່ອນ ຕ້ອງໄດ້ຈ້າງເຈົ້າໜ້າທີ່ຮັກສາຄວາມປອດໄພ. ນີ້ແມ່ນເຫດ ຜົນນຶ່ງ ທີີ່ທ່ານຈັນໂທ ກ່າວວ່າ ເປັນຫຍັງຈຶ່ງຢາກມີ ສະຖານທີ່ເປັນຂອງຕົນເອງ ຊຶ່ງທ່ານກ່າວເຖິງຕອນນີ້ວ່າ:

ທ່ານຈັນໂທ ວໍລະສານ ໄດ້ກ່າວມ້ວນທ້າຍເຖິງຈຸດປະສົງ ແລະກິດຈະການຕ່າງໆ ທີ່ຈະໃຊ້ສະຖານທີ່ແຫ່ງນີ້ໃຫ້ ເປັນປະໂຫຍດແກ່ສັງຄົມດັ່ງນີ້:

ອີງຕາມແຜນການແລ້ວ ພິທີເປີດ ມູນນິທິສິນລະປະ ແລະວັດທະນາທຳລາວ ໄດ້ ກະໄວ້ວ່າ ຈະມີຂຶ້ນໃນລະດູຮ້ອນປີ 2021 ນີ້. ແຕ່ເນື່ອງຈາກສະພາບການແຜ່ລະ ບາດຂອງໂຄວິດ-19 ເພາະສະນັ້ນ ພິທີດັ່ງກ່າວຈຶ່ງບໍ່ທັນເປັນທີ່ແນ່ນອນໄດ້ເທຶີ່ອ.

XS
SM
MD
LG