ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມໃຫຍ່ແຫ່ງຊາດ ຂອງພັກຣີພັບບລີກັນ ໄຂຂຶ້ນໃນວັນຈັນ ແລະຈະອັດລົງ ໃນວັນພະຫັດ


ທ່ານລາວັນ ບົວແພງ ຈາກນະຄອນແອັດແລນຕາ ລັດຈໍເຈຍ
ທ່ານລາວັນ ບົວແພງ ຈາກນະຄອນແອັດແລນຕາ ລັດຈໍເຈຍ


ພັກຣີພັບບລີກັນ ພວມຈັດກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ເພື່ອສະເໜີແຕ່ງຕັ້ງຜູ້ທີ່ຈະລົງສະໝັກແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ໃນປີ 2020 ແລະກອງປະຊຸມດັ່ງກ່າວຈະດຳເນີນໄປຈົນຮອດມື້ວັນພະຫັດຈະມາ. ຊາວອາເມຣິກັນເຊື້ອສາຍລາວຄົນນຶ່ງ ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ຊຶ່ງໄດ້ຖືກແຕ່ງຕັ້ງ ໃຫ້ເປັນຜູ້ຕາງໜ້າ ຂອງພັກຣີພັບບລີກັນ ລົງແຂ່ງຂັນ ໃນປີນີ້ ນອກຈາກເປັນບຸກຄົນທີ່ມີນະໂຍບາຍເຂັ້ມແຂງ ໃນດ້ານຄວາມໝັ້ນຄົງແຫ່ງຊາດແລ້ວ ທ່ານຍັງເປັນຜູ້ທີ່ມີນະໂຍບາຍ ອັນໂດດເດັ່ນໃນເລື້ອງພາສີນຳດ້ວຍ. ທ່ານລາວັນ ບົວແພງຈາກນະຄອນແອັດແລນຕາ​ ໃຫ້ຄວາມເຫັນໃນເລື້ອງນີ້ວ່າ:

ລິງໂດຍກົງ


ສ່ວນທ່ານແສງ ຈິດດາໄລ ຈາກລັດຄາລີຟໍເນຍ ກ່າວວ່າ ການທີ່ທ່ານໂຈ ໄບ-ເດັນ ຜູ້ສະມາເປັນປະທານາທິບໍດີຂອງພັກເດໂມແຄຣັດ ເລືອກເອົາທ່ານນາງຄາມາລາ ແຮຣິສ ເຂົ້າຮ່ວມເລືອກຕັ້ງເປັນຮອງປະທານາທິບໍດີນັ້ນເປັນທາງເລືອກທີ່ດີຫຼາຍ. ທ່ານແສງ ໃຫ້ຄວາມເຫັນເພີ້ມຕື່ມກ່ຽວກັບເລື້ອງນີ້ວ່າ:

ລິງໂດຍກົງ


ຫລັງຈາກກອງປະຊຸມໃຫຍ່ແຫ່ງຊາດຂອງທັງສອງພັກແລ້ວ ການໂຄສະນາຫາສຽງຈະເລີ້ມເຂັ້ມຂຸ້ນຂຶ້ນກວ່າເກົ່າ ແລະການປ່ອນບັດເລືອກຕັ້ງປະທານາທິບໍດີຂອງສະຫະລັດ ຈະຈັດຂຶ້ນໃນວັນທີ 3 ພະຈິກທ້າຍປີນີ້.

XS
SM
MD
LG