ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໑ ທັນວາ ໒໐໒໕

ປະຊາຄົມລາວອາເມຣິກັນ ເລີ້ມສະຫຼອງບຸນປີໃໝ່ລາວ ພ.ສ 2564 ທ່າມກາງການລະບາດ ຂອງໂຄວິດ-19


ໜຸ່ມສາວລາວອາເມຣິກັນ ພາກັນສະຫຼອງປຸນປີໃໝ່ລາວ ພ.ສ 2564 ຢູ່ທີລັດອາຣີໂຊນາ.
ໜຸ່ມສາວລາວອາເມຣິກັນ ພາກັນສະຫຼອງປຸນປີໃໝ່ລາວ ພ.ສ 2564 ຢູ່ທີລັດອາຣີໂຊນາ.

ສະບາຍດີທ່ານຜູ່ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ປະຈຳແລງ ວັນພະຫັດມື້ນີ້ເຮົາ
ຈະນຳເອົາການໂອ້ລົມກັບບັນດາປະທານ ແລະຄະນະກຳມະ ການຈັດງານສະຫຼອງບຸນປີ
ໃໝ່ລາວ ພ.ສ. 2564 ຢູ່ຕາມວັດວາອາຮາມຂອງ ປະຊາຄົມລາວ ໃນສະຫະລັດມາສະເໜີ
ທ່ານ. ທ່າມກາງການແຜ່ລະບາດຂອງ ໂຄວິດ-19 ທີ່ຍັງດຳເນີນມາເປັນເວລານຶ່ງປີ ຢ່າງບໍ່
ຢຸດເຊົາຢູ່ນີ້ປະຊາຄົມລາວ ອາເມຣິກັນ ໄດ້ພາກັນຫ້າງຫາ ແລະມີກົດລະບຽບການເຕົ້າ
ໂຮມກັນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:13:20 0:00

ສະຫະລັດອາເມຣິກາ ເປັນປະເທດທີ່ກວ້າງໃຫຍ່ໄພສານ ມີອາກາດ ພູມີປະເທດ ແລະ
ສັງຄົມຊີວິດໃນແຕ່ລະທ້ອງຖິ່ນບໍ່ຄືກັນ. ບາງລັດມີວັດວາອາຮາມ ເຖີງສາມສີ່ວັດ ແລະຫຼາຍ
ກວ່ານັ້ນ ເພາະຢູ່ຫ່າງໄກກັນ ດ້ວຍເຫດນີ້ການສະຫຼອງບຸນປີໃໝ່ແຕ່ລະປີ ຕ້ອງໄດ້ປະສານ
ງານກັນເພື່ອຫລີກລ່ຽງ ບໍ່ໃຫ້ຖືກມື້ດຽວກັນ ແລະໃຫ້ໂອກາດແກ່ຝູງຊົນໄດ້ໄປສະຫຼອງຢ່າງ
ພ້ອມໜ້າພ້ອມຕາກັນ.


ໃນປີກາຍນີ້ ຊາວລາວອາເມຣິກັນສ່ວນໃຫຍ່ບໍ່ໄດ້ສະຫຼອງບຸນປີໃໝ່ ແລະບັດນີ້ໄດ້ຄົບ
ຮອບມາເຖິງອີແລ້ວ. ປາກົດວ່າປີນີ້ ທາງການໄດ້ເລີ້ມໂຍະຍານ ໃນການເຕົ້າໂຮມສັງ
ສັນຢູ່ຕາມເຂດທ້ອງຖິ່ນໃນລັດຕ່າງໆ. ການສະຫຼອງບຸນປີໃໝ່ ລາວ ພ.ສ 2564 ປີນີ້ ໄດ້
ເລິີ້ມປາກົດໃຫ້ເຫັນຢູ່ແຫ່ງທຳອີດ ໃນວັນພັກອາທິດສຸດທ້າຍຂອງເດືອນມີນາ ປີ 2021
ທີ່ຜ່ານມາ ທີ່ລັດອາຣີໂຊນາຕັ້ງຢູ່ທາງພາກໃຕ້ ຂ້ອນໄປທາງທິດຕາເວັນຕົກຂອງສະຫະ
ລັດ. ລັດອາຣີໂຊນາ ມີວັດປະຊາຄົມລາວອາເມຣິກັນ ຢູ່ສາມແຫ່ງດ້ວຍກັນຄື ວັດລາວ
ທຳມະຣາມ ຢູ່ເຂດເໜືອຂອງນະຄອນຟິນິກສ໌ ພ້ອມດ້ວຍວັດລາວຣັຕະນະຣາມຢູ່ເຂດ
ໃຕ້ ແລະວັດພຸດທະຣາມຢູ່ເມືອງຕູຊອນ ເຂດໃຕ້ຕໍ່ລົງໄປຂອງລັດອາຣີໂຊນາ.

ທ່ານໄຊ ລາລັບ ປະທານວັດຣັດຕະນະຣາມ ໄດ້ອະທິບາຍເຖິງເຫດຜົນ ທີ່ທ່ານ ໄດ້ນຳ
ພາປະຊາຄົມລາວອາເມຣິກັນຢູ່ໃນຂົງເຂດນີ້ ສະຫຼອງບຸນປີໃໝ່ກ່ອນເຂດ ອື່ນໆສຸູ່
ວີໂອເອ ຟັງດັ່ງນີ້:

ທ່ານໄຊ ປະທານວັດຣັດຕະນະຣາມ ແລະຍານາງວິລາວັນ ລາລັບ
ທ່ານໄຊ ປະທານວັດຣັດຕະນະຣາມ ແລະຍານາງວິລາວັນ ລາລັບ
please wait

No media source currently available

0:00 0:03:43 0:00


ໃນຂະນະດຽວກັນ ຢູ່ໃນລັດອາຣີໂຊນາ ຍານາງຕຸ່ນ ເພັນສົມບັດ ຄະນຳກຳມະການວັດ
ລາວທຳມະຣາມ ກຳລັງກະກຽມນຳພາການສະຫຼອງບຸນປີໃໝ່ລາວ ຢູ່ ວັດລາວທຳມະຣາມ
ທີ່ຈະຈັດຂຶ້ນ ໃນວັນທີ 24 ຫາ 25 ເມສາ ຈະມາເຖິງນີ້ທີ່ຕັ້ງຢູ່ເຂດເໜືອຂອງເມືອງຟິນິກສ໌
(Phoenix) ໄດ້ກ່າວເຖິງການສະຫຼອງບຸນ ສູ່ ວີໂອເອ ຟັງດັ່ງນີ້:

ຍານາງຕຸ່ນ ເພັນສົມບັດ ແລະສາມີ ປະທານຈັດງານບຸນປີໃໝ່
ຍານາງຕຸ່ນ ເພັນສົມບັດ ແລະສາມີ ປະທານຈັດງານບຸນປີໃໝ່

please wait

No media source currently available

0:00 0:01:28 0:00

ຢູ່ທີ່ລັດອາແກນຊໍ ທາງພາກທິດຕາເວັນຕົກສຽງໃຕ້ ທ່ານຄຳແດງ ແສງມະນີວົງ ປະທານ
ວັດລາວພຸດທະຣາມ ທີ່ເມືອງຝອດສະມິດ (Fort Smith) ຍັງບໍ່ມີແຜນ ອັນແນ່ນອນ ແລະ
ກຳລັງປຶກສາຫາລືກັບຄະນະກຳມະການ ຊຶ່ງທ່ານໄດ້ກ່າວເຖິງ ການສະຫຼອງບຸນປີໃໝ່
ລາວທີ່ໄດ້ປະຕິດບັດກັນມາດັ່ງນີ້:

please wait

No media source currently available

0:00 0:02:28 0:00

ຢູ່ທີ່ລັດຫລຸຍຊິອານາ ທ່ານບົວສອນ ອ່ອນຈິດ ປະທານວັດທຳມະຣັດຕະນະຣາມ ຢູ່ເມືອງ
ໄອບີເຣຍ ທາງພາກໃຕ້ສຸດໄດ້ກ່າວຕໍ່ວີໂອເອກ່ຽວກັບການຫ້າງຫາ ສະພາບການສະຫຼອງ
ບຸນປີໃໝ່ ລາວ ພ.ສ 2564 ຢູ່ໃນເຂດຂອງທ່ານ ສູ່ຟັງດັ່ງນີ້:

please wait

No media source currently available

0:00 0:02:13 0:00

ວີໂອເອ ໄດ້ຕິດຕາມຖານຂ່າວຢູ່ໃນຫຼາຍເຂດຂອງສະຫະລັດ ແຕ່ກໍໄດ້ຮັບຄຳ ຕອບທີ່ບໍ່
ແນ່ນອນ ແລະຖ້າຫາກມີການສະຫຼອງກໍຈະຢູ່ໃນຂອບເຂດຈຳກັດທີ່ສຸດ. ສ່ວນຜູ້ຢູ່ໃນນະ
ຄອນມົງເຕຣອານ ປະເທດການາດາ ກ່າວວ່າ ມີຂອບ ເຂດຈຳກັດທີ່ສຸດ ທີ່ຈະຕ້ອງໄດ້ສັບ
ປ່ຽນກັນເຂົ້າໄປໃນບ່ອນພິທີໄດ້ບໍ່ໃຫ້ກາຍ 25 ຄົນ ຮວມທັງພະສົງ ແຕ່ໃຫ້ຢືນຢູ່ນອກເດີ່ນ
ຫ່າງກັນ ຫຼືສາມາດທຳບຸນກິນທານທາງອອນລາຍໄດ້. ສ່ວນຢູ່ປະເທດຝຣັ່ງ ແບລຈ້ຽມ
ແລະອັງກິດ ແມ່ນບໍ່ສາມາດສະຫຼອງບຸນປີໃໝ່ກັນໄດ້ ໃນຂະນະທີ່ເກີດຄື້ນຟອງການແຜ່
ລະບາດ ໂຄວິດ-19 ຮອບທີສາມຢ່າງຮ້າຍແຮງຢູ່ທົ່ວຢູໂຣບ.

XS
SM
MD
LG