ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົນ ລາວ ໃນ ສະຫະລັດ ສະແດງຄວາມຄິດເຫັນ ກ່ຽວກັບ ທ່ານ ທຣຳ ກັບ ທ່ານ ໄບດັນ, ບາງຄົນເວົ້າວ່າ ປີນີ້ເລືອກປະທານາທິບໍດີຍາກ


ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ຂວາ.
ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ, ຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ຂວາ.

ອີກພຽງ 60​ ວັນກໍຈະຮອດການເລືອກຕັ້ງປະທານາທິບໍດີ ສະຫະລັດ ແລ້ວ. ການຢັ່ງຫາງສຽງລະຫວ່າງ ປະທານາທິບໍດີ ດໍໂນລ ທຣຳ ກັບຜູ້ທ້າຊິງເອົາຕຳ ແໜ່ງ ອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ໄດ້ສະແດງໃຫ້ເຫັນທ່ານ ໄບເດັນ ຍັງມີຄະແນນນຳໜ້າຜູ້ທີ່ດຳລົງຕຳແໜ່ງໃນປັດຈຸບັນດ້ວຍ 7 ຄະແນນ, ເຊິ່ງຫຼຸດລົງມາຈາກຫຼາຍກວ່າສິບຄະແນນ.

ຜູ້ສະໜັບສະໜູນຂອງທັງສອງພັກກໍໄດ້ອອກມາກ່າວໃຫ້ການສະໜັບສະໜູນຜູ້ຕາງໜ້າລົງແຂ່ງຂັນ ໃຫ້ພັກທີ່ເຂົາເຈົ້າມັກ, ໂດຍສະເພາະແມ່ນຜູ້ສະໜັບສະໜູນ ພັກເດໂມແຄຣັດຈຳນວນນຶ່ງກໍໄດ້ພາ ກັນອອກໄປຊຸມນຸມກັນຢູ່ຖະໜົນເພື່ອທີ່ຈະຊັກຊວນໃຫ້ຜູ້ສະໜັບສະໜູນພັກຣີພັບບລີກັນ ປ່ຽນໃຈຫັນໄປສະໜັບສະໜູນທ່ານ ໄບເດັນ. ແຕ່ຜູ້ສະໜັບສະໜູນພັກຣີພັບບລີກັນບາງຄົນກໍຍັງຍຶດຕິດກັບການ ສະໜັບໜູນພັກຂອງເຂົາເຈົ້າຄືເກົ່າ ແລະ ບໍ່ຄິດປ່ຽນໃຈຈະໄປສະໜັບສະໜູນຝ່າຍກົງກັນ ຂ້າມ. ດັ່ງທີ່ຄົນລາວທີ່ອາໄສ‍ຢູ່ລັດ ໄອໂອວາ ທ່ານນຶ່ງ, ຜູ້ທີ່ໄດ້ສະໜັບໜູນພັກຣີພັບບລີກັນມາດົນນານ ແລະ ຍັງຈະສືບຕໍ່ສະໜັບສະໜູນທ່ານ ທຣຳ ຄືເກົ່າ.

ທ່ານໄດ້ໃຫ້ຄຳເຫັນຂອງທ່ານຕໍ່ວີໂອເອ ລາວ ກ່ຽວກັບ ທ່ານ ທຣຳ ກັບທ່ານ ໄບເດັນ ໂດຍຂໍບໍ່ອອກຊື່ວ່າ “ເຮົາຊິວ່າເພິ່ນບໍ່ດີມັນກະບໍ່ແມ່ນ, ຊິວ່າເພິ່ນດີກະບໍ່ແມ່ນ. ເພາະວ່າເພິ່ນກະເຮັດວຽກນຳໜ້າທີ່ເພິ່ນ. ເຮົາກະຫາກິນຕາມໜ້າທີ່ເຮົາຫັ້ນນະ. ມັນຄົນລະເລື່ອງກັນ.”

ສຳລັບຄົນ ລາວ ທີ່ຖືວ່າຕົນເອງເປັນຜູ້ສະໜັບໜູນເອກະລາດ, ບໍ່ເຂົ້າຂ້າງຝ່າຍ ໃດຝ່າຍນຶ່ງຢ່າງຕາຍຕົວ, ເຊິ່ງອາດຈະອຽງໄປຝ່າຍຊ້າຍ ຫຼື ຝ່າຍຂວານັ້ນເວົ້າວ່າ ການເລືອກຕັ້ງປີນີ້ແມ່ນຕັດສິນໃຈຍາກຫຼາຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG